ວັນຮາໂລວີນ ກໍເປັນວັນແຫ່ງການມ່ວນຊື່ນອີກວັນໜຶ່ງ ບໍ່ວ່າຈະເປັນເດັກນ້ອຍ ຫຼື ຜູ້ໃຫຍ່ຕ່າງກໍພາກັນຕື່ນເຕັ້ນທີ່ຈະໄດ້ແຕ່ງຕົວເປັນຕົວລະຄອນທີ່ມັກ ຫຼື ອາດຈະຊັງກໍໄດ້. ພ້ອມກັນນັ້ນຍັງເປັນເທສະການທີ່ເຕັມໄປດ້ວຍເຂົ້າໜົມເອົາໃຈຄົນມັກຂອງຫວານກັນໝົດມື້ເລີຍກໍວ່າໄດ້. ແຕ່ວັນຮາໂລວີນນັ້ນ, ອາດຈະບໍ່ໄດ້ມີພຽງເລື່ອງມ່ວນຊື່ນກໍໄດ້. ໃນສະຫະລັດອາເມຣິກາ, ຂ່າວຫົດຫູ່ມັກຈະເກີດຂຶ້ນໄດ້ນັບບໍ່ຖ້ວນ ເຊິ່ງມັນກໍລວມໄປເຖິງວັນຮາໂລວີນພ້ອມ. ມື້ນີ້ເຮົາຈະມາເລົ່າຄະດີຄາຕະກຳທີ່ເກີດຂຶ້ນໃນວັນຮາໂລວີນລວມມີ 10 ຄະດີນຳກັນ.
- ໂຣນອລ ໂອ ໄບຣອັນ Ronald O’Bryan ຫຼືມະນຸດເຂົ້າໜົມ “Candy Man”

ໂຣນອລ ໂອ ໄບຣອັນ ໄດ້ຄາຕະກຳລູກຊາຍອາຍຸ 8 ປີຂອງຕົນຊື່ວ່າທິໂມຕີ ໂອ ໄບຣອັນ ໃນວັນຮາໂລວີນປີ 1974. ໂດຍລາວໄດ້ມອບເຂົ້າໜົມ Pixy Stix ອັນສຸດທ້າຍໃຫ້ແກ່ລູກຊາຍເມື່ອກັບມາຮອດເຮືອນຫຼັງການໄປທ່ຽວຂໍເຂົ້າໜົມຈາກບ້ານຕ່າງໆ ເຊິ່ງທິໂມຕີກໍໄດ້ກິນເຂົ້າໜົມນັ້ນລົງໄປໂດຍທັນທີ ແຕ່ເດັກໜຸ່ມກໍອາຈຽນອອກມາພ້ອມກັບເສຍຊີວິດລົງໃນຂະນະທີ່ເດີນທາງໄປໂຮງໝໍ. ໃນການສອບສວນນັ້ນ, ຕົວໂຣນອລໄດ້ເວົ້າວົກໄປວົນມາ ແຕ່ສຸດທ້າຍກໍໄດ້ຄວາມວ່າລາວຕັ້ງໃຈຄາຕະກຳລູກຊາຍໂດຍໃສ່ຢາພິດໄຊຢາໄນ (Cyanide) ລົງໃນເຂົ້າໜົມໃຫ້ລູກຊາຍ. ທາງເຈົ້າໜ້າທີ່ໄດ້ຮູ້ວ່າໂຣນອລນັ້ນເປັນໜີ້ຢູ່ ແລະ ຕ້ອງການເອົາຊີວິດຂອງລູກຊາຍໄປແລກກັບເງິນປະກັນໄພ.
ໜຶ່ງປີຫຼັງຈາກນັ້ນ, ໂຣນອລກໍໄດ້ຖືກຕັ້ງຄວາມຜິດຕໍ່ການຄາຕະກຳ ແລະ ຮັບໂທດປະຫານຊີວິດໂດຍການສັກຢາພິດ. ແຕ່ການກະທຳດັ່ງກ່າວຂອງລາວນັ້ນໄດ້ຖິ້ມຄວາມກັງວົນໃຈໃຫ້ພໍ່ແມ່ມາຮອດທຸກມື້ນີ້ ເພາະພວກເຂົາຈະຕ້ອງກວດເບິ່ງເຂົ້າໜົມວ່າມັນມີສານປົນເປື້ອນຫຼືບໍ່.
- ເລສລີ ແລະ ເອດຣຽນ ຖືກແທງໃນຄືນວັນຮາໂລວີນ

ໃນປີ 2004 ເລສລີ (Leslie Mazzara), ເອດຣຽນ (Adriane Insogna), ແລະ ລໍເຣນ (Lauren Meanza) ພວກເຂົາທັງສາມສາວເປັນໝູ່ກັນ ແລະ ກຳລັງແຈກຢາຍເຂົ້າໜົມໃຫ້ແກ່ເດັກນ້ອຍໃນຄືນຮາໂລວີນກ່ອນຈະພາກັນເຂົ້ານອນໃນເວລາປະມານ 11 ໂມງກາງຄືນ.
ແຕ່ລໍເຣນກໍຕື່ນຂຶ້ນມາຍ້ອນໄດ້ຍິນສຽງຮ້ອງຈາກຊັ້ນເທິງ, ລາວຮີບໜີອອກໄປຈາກເຮືອນທັນທີໂດຍຖິ້ມໃຫ້ໝູ່ທັງສອງພົບກັບຊະຕາກຳທີ່ບໍ່ມີທາງຈົບດີ. ເລສລີ ແລະ ເອດຣຽນ ໃນອາຍຸ 26 ປີ ໄດ້ເສຍຊີວິດລົງຈາກການຖືກແທງໃນຫ້ອງນອນຊັ້ນເທິງ.
ພາຍຫຼັງເອຣິກ (Eric Matthew Copple) ເຊິ່ງເປັນໝູ່ຂອງໜຶ່ງໃນຜູ້ເສຍຊີວິດໄດ້ເຂົ້າມາມອບຕົວພ້ອມສາລະພາບວ່າຕົນເປັນຄາຕະກອນເອງ. ແຕ່ລາວກໍບໍ່ໄດ້ບອກລາຍລະອຽດເຖິງເຫດຜົນ ຫຼື ແຮງຈູງໃຈຫຍັງ. ເອຣິກຈຶ່ງໄດ້ຮັບໂທດຈຳຄຸກຕະຫຼອດຊີວິດໂດຍບໍ່ມີເງື່ອນໄຂ.
- ຄາຕະກອນກ່ອງເຄື່ອງມື (The Toolbox Killers) ຂ້າເຫຍື່ອຄົນສຸດທ້າຍລົງໃນຄືນວັນຮາໂລວີນປີ 1979

ໃນປີ 1979, ເຊີລີ (Shirley Ledford) ໄດ້ຂຶ້ນລົດຕູ້ເກົ່າທີ່ມີຊາຍສອງຄົນຮັບລາວເມືອເຮືອນ ຫຼັງຈາກການປີນເຂົາຈາກງານສັງສັນໃນວັນຮາໂລວີນ. ເຊິ່ງຊາຍທັງສອງດັ່ງກ່າວນັ້ນກໍຄືຄາຕະກອນກ່ອງອຸປະກອນທີ່ໂດ່ງດັງນັ້ນເອງ.
ລໍເຣນຊ (Lawrence Bittaker) ແລະ ຣອຍ (Roy Norris) ກໍຄືສະມາຊິກຄາຕະກອນກ່ອງເຄື່ອງມື. ຄະດີພວກເຂົານັ້ນໂດ່ງດັງຈາກການຈັບນັກປີນພູຜູ້ຍິງມາທໍລະມານດ້ວຍເຄື່ອງມືຈາກກ່ອງອຸປະກອນ ແລະ ຈະມັກຖ່າຍຮູບຂອງເຫຍື່ອໄວ້ໃນຂະນະທີ່ປະຕິບັດການ.
ເຊິ່ງເຊີລີກໍຄືເຫຍື່ອຄົນທີ 5 ແລະ ຄົນສຸດທ້າຍຂອງຄູ່ຫູຄາຕະກອນ. ພວກເຂົາຖິ້ມສົບຂອງລາວລົງທີ່ສະໜາມຫຍ້າຂອງເຮືອນພັກຜູ້ຢູ່ອາໄສ. ສຸດທ້າຍແລ້ວ ຣອຍ ກໍເປັນຄົນມອບຕົວພ້ອມໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ ຈົບບົດບາດຄາຕະກອນກ່ອງເຄື່ອງມື. ລໍເຣນຊ ໄດ້ຈຳຄຸກຕະຫຼອດຊີວີດ ແຕ່ພາຍຫຼັງກໍໄດ້ເສຍຊີວິດລົງໂດຍທຳມະຊາດໃນປີ 2019 ແລະ ຣອຍໄດ້ຈຳຄຸກ 45 ປີ.
- Martha Moxley ເສຍຊີວິດຫຼັງຈາກເຂົ້າຮ່ວມງານສັງສັນຮາໂລວີນ

ຄືນກ່ອນວັນຮາໂລວີນໃນປີ 1975, ມາທາ (Martha Moxley) ອາຍຸ 15 ປີ ໄດ້ອອກຈາກເຮືອນຂອງຕົນເອງທີ່ຄອນເນຕິຄັດ (Connecticut) ເພື່ອເຂົ້າຮ່ວມງານສັງສັນຮາໂລວີນ. ແຕ່ໃນຕອນເຊົ້າຂອງວັນຮາໂລວີນ, ທຸກຄົນກໍໄດ້ພົບວ່າ ມາທານັ້ນຖືກຕີຈົນເສຍຊີວິດແລ້ວໃນສວນຫຼັງເຮືອນໃກ້ກັບສະໜາມກອຟຂອງລາວເອງ. ໄມເຄິນ (Michael Skakel) ອາຍຸ 15 ປີເຊັ່ນກັນ ໄດ້ຢູ່ໃນເຫດການດັ່ງກ່າວນັ້ນ ຈຶ່ງໄດ້ຖືກຕັດສິນວ່າມີຄວາມກ່ຽວໂຍງກັບການຄາຕະກຳ ແລະ ຈຳຄຸກໄປ 20 ປີ.
ພາຍຫຼັງ 25 ປີ ຕໍ່ມາ, ໄມເຄິນກໍຍັງຢືນຢັນຄວາມບໍລິສຸດຂອງຕົນ ຈົນໃນປີ 2018 ສານລັດຄອນເນຕິຄັດໄດ້ປ່ອຍໃຫ້ລາວພົ້ນອອກຈາກຄະດີ ພ້ອມທັງກັບມາເປີດການສືບສວນອີກຄັ້ງໃນປີ 2020.
- ນັກຮຽນແລກປ່ຽນຈາກຍີ່ປຸ່ນ

ໃນປີ 1992 ຄືນຮາໂລວີນ, ທີ່ນິວ ອໍລີນ (New Orleans) ໂຢຊິຮິໂຣ ຮັດໂຕຣິ (Yoshihiro Hattori) ເຊິ່ງເປັນນັກຮຽນແລກປ່ຽນຈາກປະເທດຍີ່ປຸ່ນກຳລັງຫາທາງໄປໃຫ້ຮອດຈຸດໝາຍ ເນື່ອງຈາກລະແວກທີ່ຕົນເດີນທາງໄປນັ້ນບໍ່ຄຸ້ນເຄີຍ. ເມື່ອຄິດວ່າມາຮອດສະຖານທີ່ສັງສັນແລ້ວ, ລາວຈຶ່ງເຄາະປະຕູ ແຕ່ກໍບໍ່ມີການຕອບຮັບ, ລາວຈຶ່ງໄດ້ຍ່າງກັບໄປທີ່ລົດ ແຕ່ທັນໃດນັ້ນປະຕູເຮືອນກໍເປີດ ແລະ ຊາຍໃນເຮືອນກໍໃຊ້ປືນແກັບຍິງໃສ່ໂຢຊິຮິໂຣຈົນເສຍຊີວິດທັນທີ.
ເຈົ້າຂອງເຮືອນ ຣັອດນີ (Rodney Peairs) ອ້າງວ່າລາວນັ້ນເຂົ້າໃຈວ່ານັກຮຽນແລກປ່ຽນຈາກຍີ່ປຸ່ນຜູ້ນີ້ກຳລັງບຸກເຂົ້າມາພື້ນທີ່ຂອງຕົນ ຈົນເກີດຄວາມຢ້ານ. ພາຍຫຼັງລາວໄດ້ຖືກຕັ້ງຂໍ້ຫາຄາຕະກຳ ແຕ່ກໍມີປະຊາຊົນອາເມຣິກາອອກມາປະທ້ວງວ່າພວກເຂົາມີສິດທີ່ຈະຄາຕະກຳເພື່ອປົກປ້ອງເຮືອນຂອງຕົນເອງ. ດ້ວຍເຫດນັ້ນທ້າວ ຣັອດນີຈຶ່ງໄດ້ພົ້ນຄະດີອອກມາ.
ສຸດທ້າຍແລ້ວ ໂຢຊິຮິໂຣກໍໄປບໍ່ຮອດງານສັງສັນ ແຖມຍັງຕ້ອງຈົບຊີວິດຂອງຕົນລົງໂດຍບໍ່ໄດ້ຄາດຄິດ.
- Peter Fabiano ເສຍຊີວິດຈາກການຄາຕະກຳແຫ່ງຄວາມຫຼົງໃຫຼຈາກຍຸກ 50

ໃນວັນຮາໂລວີນປີ 1957, ທີລອສ ແອງເຈລີສ ພີເຕີ ແລະ ເບັດຕີ້ພວກເຂົາມີທຸລະກິດຮ້ານເສີມສວຍທີ່ກຳລັງໄປດ້ວຍດີ. ແລະໃນຄືນນັ້ນກໍໄດ້ຮ່ວມເທສະການໂດຍການແຈກເຂົ້າໜົມຈົນໝົດຄືນພ້ອມທັງກຽມເຂົ້ານອນ, ແຕ່ກໍມີສຽງເຄາະປະຕູໜ້າເຮືອນໃນເວລາກາງຄືນ. ປີເຕີຈຶ່ງໄດ້ລຸກຂຶ້ນມາເພື່ອເອົາເຂົ້າໜົມຈະແຈກ ຄົນທີ່ຢືນຖ້າຢູ່ໜ້າປະຕູແມ່ນຜູ້ຍິງໃສ່ໜ້າກາກພ້ອມຖົງເຈ້ຍທີ່ຍົກຂຶ້ນ. ທີ່ຈິງແລ້ວມັນແມ່ນຖົງທີ່ເຊື່ອງປືນໄວ້ນັ້ນເອງ, ແລະ ຜູ້ມາຢາມກໍຍິງປືນໃສ່ປີເຕີຈົນເສຍຊີວິດຄາທີ່.
ໃນທີ່ສຸດທາງຕຳຫຼວດກໍສາມາດຈັບຜູ້ກໍ່ເຫດໄດ້, ໂດຍຊື່ຂອງລາວແມ່ນ ໂຈແອນ (Joan Rabel) ພວກເຂົາລາຍງານວ່າໂຈແອນນັ້ນມີຄວາມສຳພັນທາງຊູ້ສາວກັບເບັດຕີ້ ເຊິ່ງກໍຄືເມຍຂອງປີເຕີນັ້ນເອງ. ນາງ ໂຈແອນນັ້ນເປັນນັກຂຽນ ແລະ ຊ່າງພາບ, ລາວໄດ້ເປັນໝູ່ກັບນາງເບັດຕີ້ ແລະ ກໍໄດ້ເກີດຄວາມໃກ້ຊິດເກີນໝູ່ເມື່ອນາງເບັດຕີ້ມີປາກສຽງກັບທ້າວປີເຕີ ຈົນເຖິງຂັ້ນທີ່ຍ້າຍອອກໄປອາໄສຢູ່ກັບໂຈແອນ. ສ່ວນປີເຕີເອງກໍຮັບຮູ້ເລື່ອງດັ່ງກ່າວແຕ່ໃນທີ່ສຸດພວກເຂົາກໍດີກັນ ໂດຍທີ່ເບັດຕີ້ເລືອກຈະສາລະພາບວ່າຕົນເອງນັ້ນນອກໃຈພ້ອມກັບເຫັນວ່າການແຕ່ງງານກັບປີເຕີເປັນສິ່ງທີ່ຍືນຍົງກວ່າ ແລະ ຢຸດຕິດຕໍ່ກັບໂຈແອນ. ນອກຈາກນີ້ທາງເຈົ້າໜ້າທີ່ຍັງພົບວ່າ ໂຈແອນນັ້ນໄດ້ໃຫ້ຜູ້ຍິງອີກຄົນເປັນຜູ້ລົງມື, ນາງໂກດິນ (Goldyne Pizer) ເລຂາການຢາ. ພວກເຂົາໄດ້ພົບກັນໃນປີ 1957 ແລະ ເກີດຄວາມສະໜິດສະໜົມກັນຢ່າງໄວວາ ກ່ອນທີ່ໂຈແອນຈະເລົ່າເລື່ອງຂອງປີເຕີ ພ້ອມຄວາມອາຄາດແຄ້ນຈົນສາມາດລໍ້ລວງໃຫ້ນາງໂກດິນສົມຮູ້ຮ່ວມຄິດໃນການຄາຕະກຳຄັ້ງນີ້. ຕຳຫຼວດເບິ່ງວ່າຄະດີດັ່ງກ່າວເປັນການເກີດຈາກຄວາມຫຼົງໃຫຼຂອງຄວາມຮັກສາມເສົ້ານີ້, ທັງສອງຈຶ່ງໄດ້ຖືກຕັ້ງໂທດເປັນການຄາຕະກຳລະດັບສອງ ກໍຄືການຄາຕະກຳໂດຍເຈດຕະນາ ແຕ່ບໍ່ມີການໄຕ່ຕອງມາກ່ອນ. ພວກເຂົ້າໄດ້ຖືກຕັດສິນຈຳຄຸກ 5 ປີ ແລະ ຖືກປ່ອຍຕົວອອກມາ.
- ຈອນນີ້ (Johnny Frank Garrett) ຮັດຄໍແມ່ຊີຈົນເຖິງແກ່ຊີວິດ

ໃນວັນທີ 31 ຕຸລາ ປີ 1981, ເຈົ້າໜ້າທີ່ຕຳຫຼວດໄດ້ພົບສົບຂອງແມ່ຊີ Tadea Benz ເຊິ່ງກຳລັງນອນເປືອຍທີ່ຫ້ອງສຳນັກສາສະໜາທີ່ເທັກຊັສ. ແມ່ຊີຄົນອື່ນກໍໄດ້ລາຍງານວ່າມີປ່ອງຢ້ຽມທີ່ຫ້ອງຊຸມນຸມແຕກຈຶ່ງໄດ້ຮີບໂທແຈ້ງຕຳຫຼວດທັນທີ.
ທາງເຈົ້າໜ້າທີ່ໄດ້ພົບຊຸດຂອງແມ່ຊີ Tadea ແລະ ມີດຢູ່ກ້ອງຕຽງນອນ. ໃນຂະນະດຽວກັນ, ຜົນຊັນນະສູດກໍສະແດງອອກມາວ່າແມ່ຊີໄດ້ຖືກຄຸກຄາມທາງເພດ, ແທງ ແລະ ຮັດຄໍຈົນເຖິງແກ່ຄວາມຕາຍ. ພວກເຂົາຈຶ່ງໄດ້ຈັບກຸມຊາຍທີ່ອາໄສຢູ່ເຮືອນຫຼັງກົງກັນຂ້າມຂອງຖະໜົນ ຫຼັງຈາກທີ່ມີພະຍານໄດ້ພົບເຫັນລາວແລ່ນອອກມາຈາກສຳນັກສາສະໜາເມື່ອຄືນກ່ອນ. ຜູ້ກໍ່ເຫດມີຊື່ວ່າ ຈອນນີ້ (Johnny Frank Garrett) ອາຍຸ 17 ປີ ໃນເວລານັ້ນ ໂດຍທີ່ລາວໄດ້ມີປະຫວັດສຸຂະພາບຈິດທີ່ບໍ່ແຂງແຮງ ບວກກັບການຖືກຂົ່ມເຫັງເມື່ອຍັງນ້ອຍ. ຕອນອາຍຸ 10 ປີ, ຄົນໃນເຮືອນກໍໄດ້ນຳທ້າວຈອນນີ້ເຂົ້າມາໃຊ້ສານເສບຕິດເຊິ່ງສົ່ງຜົນເສຍຕໍ່ສະໝອງ, ລາວມັກຈະຖືກຕີເປັນປະຈຳ ບາງຄັ້ງກໍຖືກຈັບວາງໃສ່ເຕົາ, ລາວເຄີຍຖືກຜູ້ເປັນພໍ່ລ້ຽງຂົ່ມຂືນ ແລະ ເອົາຕົວລາວໄປຂາຍບໍລິການທາງເພດໃຫ້ແກ່ຊາຍອື່ນຕັ້ງແຕ່ 14 ປີ, ແລະ ກໍໄດ້ເລີ່ມມີການມີເພດສຳພັນທີ່ແປກປະຫຼາດຂຶ້ນນັບມື້ ພ້ອມທັງຍັງໄດ້ຖືກຈັບໄປສະແດງໃນຮູບເງົາອະນາຈານອີກພ້ອມ. ເຖິງຢ່າງໃດກໍຕາມ, ພາຍຫຼັງລາວກໍໄດ້ຖືກຕັດສິນໃຫ້ສັກຢາປະຫານຊີວິດໃນປີ 1992.
- ຄາລ (Karl Jackson) ຖືກຄາຕະກຳຈາກການໂຍນໄຂ່ໃສ່ລົດ

ການໂຍນໄຂ່ໃສ່ລົດໃນຄືນວັນຮາໂລວີນເປັນການກໍ່ກວນໂດຍທົ່ວໄປ ແຖມມັນບໍ່ໄດ້ມີຄວາມອັນຕະລາຍໃດໆ ແຕ່ໃນປີ 1992 ມັນໄດ້ປ່ຽນແປງໄປ. ເມື່ອຊາຍ 21 ປີຊື່ວ່າຄາລ ແຈັກສັນ ແລະ ແຟນສາວພາກັນໄປຮັບລູກຊາຍຈາກງານສັງສັນຮາໂລວີນ. ເຊິ່ງປົກກະຕິຕົວຄາລນັ້ນເປັນຄົນມິດງຽບ, ບໍ່ມັກມີເລື່ອງ ແລະ ມັກຈະຫຼີກເວັ້ນການສັງສັນງານຮາໂລວີນ ເພາະເຫັນວ່າມັນອັນຕະລາຍ. ໃນຂະນະທີ່ຂັບລົດກັບນັ້ນ, ກໍໄດ້ມີໄວໜຸ່ມກຸ່ມໜຶ່ງ ພາກັນໂຍນໄຂ່ໃສ່ລົດຂອງພວກເຂົາ. ຄາລໃຈຮ້າຍ ແລະ ອອກມາຈາກລົດດ່າໃສ່ກຸ່ມໄວໜຸ່ມພວກນັ້ນພ້ອມທັງບອກໃຫ້ພວກເຂົາຢຸດ. ແຕ່ຜົນປາກົດວ່າ ໜຶ່ງໃນນັ້ນຍົກປືນຂຶ້ນມາຍິງໃສ່ຫົວຂອງລາວຈົນເຖິງແກ່ຄວາມຕາຍໃນທັນທີ.
ເຄີຕິສ ສະເຕີລິງ (Curtis Sterling) ອາຍຸ 17 ປີ ໄດ້ຖືກຕັ້ງຂໍ້ຫາເປັນການຄາຕະກຳລະດັບສອງ ພ້ອມທັງຄອບຄອງອາວຸດອັນຕະລາຍ ກ່ອນທີ່ຈະໄດ້ຖືກຕັດສິນຈຳຄຸກ 20 ປີ. ໃນວັນຮາໂລວີນທຸກໆປີ ຫຼື ກໍຄືວັນຄົບຮອບການເສຍຊີວິດຂອງຄາລ, ແມ່ຂອງລາວຈະສົ່ງຈົດໝາຍໄປທີ່ຄຸກໃຫ້ເຄີຕິສ ເຊິ່ງແມ່ນຜູ້ກໍ່ເຫດ ໂດຍເນື້ອໃນຂຽນວ່າ “ຂ້ອຍດີໃຈທີ່ເຈົ້າຍັງຢູ່ໃນນັ້ນ”
- ວິລລຽມ ລິສກີ (William Liske) ສັງຫານຄອບຄົວຕົນເອງໃນວັນຮາໂລວີນ

ໃນປີ 2010, ວັນຮາໂລວີນ ທີ່ມິຊິແກນ (Michigan) ເດວິນ ກຣິຟຟິນ (Devon Griffin) ອາຍຸ 16ປີ ໄດ້ກັບມາເຮືອນຫຼັງຈາກທີ່ໄດ້ເຂົ້າຮ່ວມພິທີໂບດ ແລະ ໄປນອນຫຼິ້ນທີ່ເຮືອນໝູ່ໃນວັນຮາໂລວີນ. ແຕ່ກໍສັງເກດໄດ້ວ່າຢູ່ເຮືອນນັ້ນງຽບຜິດປົກກະຕິ. ລາວຈຶ່ງໄດ້ຂຶ້ນໄປຊອກຫາສະມາຊິກໃນເຮືອນແຕ່ລະຄົນ. ຈົນໄດ້ໄປພົບກັບພໍ່ລ້ຽງຂອງຕົນກຳລັງນອນຈົມກອງເລືອດໃນຕຽງ, ເມື່ອຕຳຫຼວດມາຮອດກໍໄດ້ພົບອີກສອງສົບເຊິ່ງແມ່ນແມ່ ແລະ ອ້າຍ.
ພາຍຫຼັງຕຳຫຼວດໄດ້ພົບວ່າຄາຕະກອນແມ່ນອ້າຍລ້ຽງຂອງເດວິນ, ທ້າວ ວິລລຽມ ລິສກີ. ເຊິ່ງວິລລຽມນັ້ນໃຊ້ຄ້ອນຕີອ້າຍແທ້ໆຂອງເດວິນ, ທ້າວເດເຣັກຈົນເຖິງແກ່ຄວາມຕາຍ. ວິລລຽມຍັງນຳໄປຍິງພໍ່ແທ້ໆ ຂອງຕົນຫ້ານັດ, ແລະ ຄຸກຄາມທາງເພດແມ່ລ້ຽງພ້ອມທັງຍິງຈົນເສຍຊີວິດ. ວິລລຽມໃນອາຍຸ 24 ປີໄດ້ມີລາຍງານທາງສຸຂະພາບຈິດວ່າເປັນໂຣກຈິດ (Schizophrenia) ໂດຍທາງເຈົ້າໜ້າທີ່ໄດ້ສັນນິຖານວ່າລາວອາດກຳລັງມີອາການພາບຫຼອນ ພາຍຫຼັງໄດ້ຖືກຕັດສິນຈຳຄຸກພົ້ນໂທດປະຫານໄປ ແຕ່ກໍມາເສຍຊີວິດຈາກການທຳຮ້າຍຕົນເອງໃນປີ 2015.
- ຄາຕະກຳທີ່ຍັງບໍ່ສາມາດໄຂຄະດີຕັ້ງແຕ່ 1981 ຈົນຮອດມື້ນີ້

ປີ 1981 ທີ່ແມນແຮດຕັນ (Manhattan) ໂຣນອລ ຊິສແມນ ຜູ້ເປັນຊ່າງພາບ ແລະ ເອລິຊາເບັດ ພລາສແມນ ເປັນນັກສຶກສາວິທະຍາໄລ ໄດ້ຖືກທຸບຕີ ແລະ ຖືກຍິງທີ່ດ້ານຫຼັງຂອງຫົວທັງຂອງທັງສອງຄົນລະນັດຈົນເຖິງແກ່ຄວາມຕາຍ ທີ່ອາພາດເມັ້ນຂອງພວກເຂົາໃນຄືນວັນຮາໂລວີນ. ສະພາບຫ້ອງພັກຂອງພວກເຂົານັ້ນຖືກຄົ້ນຈົນຮົກໄປໝົດ ແຕ່ກໍບໍ່ມີສິ່ງຂອງໃດສູນຫາຍເລີຍ. ເຈົ້າໜ້າທີ່ໄດ້ສົງໄສວ່າໂຣນອລອາດຈະຮູ້ຈັກກັບຜູ້ກໍ່ເຫດເນື່ອງຈາກເຂົາບໍ່ພົບເຫັນຫຼັກຖານການບຸກເຂົ້າມາ ເຊິ່ງຈົນຮອດທຸກມື້ນີ້, ທາງຕຳຫຼວດກໍຍັງບໍ່ສາມາດໄຂຄະດີໄດ້.
ທີ່ມາ:
- https://cutt.ly/iRcjtiS
- https://cutt.ly/eRcjYZQ
- https://cutt.ly/1Rcj3Xg
- https://cutt.ly/1RckFGn
- https://cutt.ly/rRclYWp
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/