ໃນທະເລອັນກວ້າງໃຫຍ່ ຍັງມີຫຼາຍສິ່ງທີ່ລໍຖ້າການສຳຫຼວດ ເຊັ່ນດຽວກັບໝຶກໝູນ້ອຍ (Piglet Squid) ໃນທະເລຮາວາຍ ທີ່ນັກຊີວະວິທະຍາໄດ້ບັນທຶກພາບໄດ້ໃນບໍລິເວນກາງມະຫາສະໝຸດປາຊີຟິກ ເລິກລົງໄປ 1,400 ແມັດ.

ພວກເຂົາໃຊ້ຫຸ່ນສຳຫຼວດໃຕ້ນ້ຳຂອງເຮືອ Nautilus ເຊິ່ງເປັນຂອງອົງກອນບໍ່ສະແຫວງຫາຜົນກຳໄລ Ocean Exploration Trust ໃນການສຳຫຼວດ. ໃນຕອນທຳອິດ ພວກເຂົາບໍ່ຮູ້ວ່າມັນແມ່ນສັດຊະນິດໃດ ແຕ່ມັນຄ້າຍໆໝຶກ ແລະ ໃນທີ່ສຸດພວກເຂົາກໍພົບວ່າ ນີ້ແມ່ນ “ໝຶກໝູນ້ອຍ” ຫຼື Piglet Squid ໝຶກທີ່ມີສ່ວນຫົວຄ້າຍກັບດັງຂອງໝູ ກໍເລີຍເປັນທີ່ມາຂອງຊື່ດັ່ງກ່າວ.

ນອກຈາກສ່ວນຫົວທີ່ຄ້າຍກັບໝູແລ້ວ ລຳຕົວຂອງມັນຍັງໂພງຄືກັບປູມເປົ້າ ແລະ ມີໜວດນ້ອຍໆປ້ອມໆຢູ່ເທິງຫົວ ເຮັດໃຫ້ໝຶກໝູນ້ອຍ ໜ້າຮັກ ເປັນຕາແພງ ຕ່າງຈາກໝຶກທົ່ວໄປ.

ຂອບໃຈທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply