ໄວໜຸ່ມໄທ ທີມ CS-M ຈາກໂຮງຮຽນ ປຣິນຣອຍແຍວ ມະຫາວິທະຍາໄລ ຄິດຄົ້ນສ້າງແອັບພິເຄຊັນເພື່ອສຸຂະພາບແບບໃໝ່ຂຶ້ນມາ ໂດຍການເຊື່ອມຫູຟັງທາງການແພດ (Stethoscope) ເຂົ້າກັບໂທລະສັບຂອງເຮົາ ແລ້ວນຳເທັກໂນໂລຢີ AI ເຂົ້າມາປະມວນຜົນ ເພື່ອກວດສອບຫາຄວາມຜີດປົກກະຕິຂອງຫົວໃຈ.
ໂດຍຜົນງານດັ່ງກ່າວໄດ້ມີຂຶ້ນ ໃນການແຂ່ງຂັນ Microsoft Imagine Cup Thailand 2023 ເຊິ່ງເປັນການແຂ່ງຂັນ ດ້ານເທັກໂນໂລຢີ ຂອງຄົນຮຸ່ນໃໝ່ ເພື່ອສະໜັບສະໜູນແນວຄິດສ້າງສັນ ຂອງນັກຮຽນ ແລະ ນັກສຶກສາ ໃນການນຳເທັກໂນໂລຢີຕ່າງໆ ມາຕໍ່ຍອດໃຫ້ດີຍິ່ງຂຶ້ນ.

ໂດຍແອັບພິເຄຊັນດັ່ງກ່າວມີຊື່ວ່າ CS-M Tool: Cardiac Self-Monitoring Tool ຫຼື ເຄື່ອງມືຊ່ວຍກວດສອບການເຕັ້ນຂອງຫົວໃຈດ້ວຍຕົນເອງ ເຊິ່ງເປັນການນໍາເອົາເທັກໂນໂລຢີ AI ເຂົ້າມາເຮັດວຽກຮ່ວມກັບ ຫູຟັງທາງການແພດ ແລະ ເຮັດວຽກຜ່ານ ແອັບພິເຄຊັນໃນໂທລະສັບ ເພື່ອໃຫ້ທຸກຄົນສາມາດກວດຫາຄວາມຜິດປົກກະຕິຂອງຫົວໃຈໄດ້ດ້ວຍຕົນເອງ.
ໂດຍ AI ຈະປະເມີນຈັງຫວະ, ຮູບແບບການເຕັ້ນ ແລະ ຄວາມຜິດປົກກະຕິຂອງຫົວໃຈ ແລະ ຈະສະແດງຜົນອອກມາເປັນຄ່າຕ່າງໆ ເພື່ອໃຫ້ຂໍ້ມູນກັບຄົນເຈັບ ຫຼື ຄົນທີ່ມີຄວາມສ່ຽງຈາກໂຣກຫົວໃຈ. ເທັກໂນໂລຢີດັ່ງກ່າວ ໄດ້ມີການທົດສອບຮ່ວມມກັບ ຄະນະແພດສາດ ແລະ ຄະນະວິສະວະກຳສາດ ມະຫາວິທະຍາໄລ ຊຽງໃໝ່ ແລະ ຜົນທີ່ອອກມາກໍປາກົດວ່າ ແອັບນີ້ສາມາດໃຊ້ງານໄດ້ຈິງ ຈົນສາມາດຄວ້າຮາງວັນຊະນະເລີດ ໃນດ້ານຂອງ ນະວັດຕະກຳ Health Tech ໄປຄອງໄດ້ສຳເລັດ.

ໂຄງການ Microsoft Imagine Cup Thailand 2023 ໄດ້ຈັດການແຂ່ງຂັນແບ່ງເປັນ 4 ດ້ານຄື: Earth, Education, Health ແລະ Lifestyle ເຊິ່ງຜົນງານທີ່ຄວ້າຮາງວັນຊະນະເລີດ ໃນແຕ່ລະດ້ານ ຈະໄດ້ທຶນຈາກ Microsoft ມາພັດທະນາ ເພື່ອເຮັດໃຫ້ມີຄວາມສົມບູນຍິ່ງຂຶ້ນ.
ຂອບໃຈຂໍ້ມູນຈາກ: https://bit.ly/40oNdtL
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/