ໄຟປ່າຄາລິຟໍເນຍ

ໄຟປ່າຄາລິຟໍເນຍ

ຜູ້ວ່າການລັດຄາລິຟໍເນຍປະກາດພາວະສຸກເສີນໃນ 5 ເຂດທີ່ເກີດໄຟປ່າຮຸນແຮງ ຫຼ້າສຸດໄຟປ່າໄດ້ລຸກລາມເຜົາໄໝ້ໄປຫຼາຍກວ່າ 880,000 ເຮັກຕາ ສາເຫດສ່ວນໜຶ່ງແມ່ນມາຈາກການຈູດພຸສະຫຼອງ.

ໃນວັນທີ  8 ກັນຍາ 2020 ຜູ້ສື່ຂ່າວລາຍງານວ່າ ສະຖານະການໄຟປາໃນປ່າລັດ ຄາລິຟໍເນຍ ຂອງສະຫະລັດອາເມຣິກາ ຍັງເພີ່ມທະວີຄວາມຮຸນແຮງ ໂດຍເຈົ້າໜ້າທີ່ດັບເພີງຫຼາຍກວ່າ 14,000 ຄົນ ກະຈາຍກຳລັງເຂົ້າດັບໄຟປ່າທີ່ລຸກໄໝ້ຢູ່ 24 ຈຸດ ທົ່ວລັດຄາລິຟໍເນຍ ເຜົາໄໝ້ພື້ນທີ່ໄປແລ້ວຫຼາຍກວ່າ 880,000 ເຮັກຕາ ຫຼື ກິນພື້ນທີ່ກວ້າງກວ່າລັດ ເດລາແວ ທັງລັດ, ໃນພາວະສະພາບຄວາມຮ້ອນທີ່ແຜ່ປົກຄຸມ ຫຼາຍພື້ນທີ່ມີຂີ້ເທົ່າຈາກໄຟປ່າ ລອຍມາເຈືອປົນຢູ່ນຳອາກາດ ແລະ ມີກຸ່ມຄວັນໜາປົກຄຸມທົ່ວທ້ອງຟ້າ.

ກອງປ້ອງກັນປ່າໄມ້ ແລະ ໄຟປ່າລັດຄາລິຟໍເນຍແຈ້ງວ່າ ໄຟປ່າໃນພາກພື້ນເມືອງເຟສໂນ ທີ່ເອີ້ນວ່າ “Creek Fire” ບໍລິເວນຕອນກາງຂອງລັດຄາລິຟໍເນຍ ເຮັດໃຫ້ຕ້ອງອົບພະຍົບປະຊາຊົນຫຼາຍກວ່າ 50000 ຄົນ ອອກຈາກບໍລິເວນໄຟປ່າຕັ້ງແຕ່ທ້າຍອາທິດທີ່ຜ່ານມາ, ຂະນະນີ້ໄຟປ່າກໍຍັງລຸກລາມຮຸນແຮງຍິ່ງຂຶ້ນ ຫຼັງຈາກເລີ່ມເກີດໄຟປ່າຕັ້ງແຕ່ວັນທີ່ 4 ກັນຍາ ທີ່ຜ່ານມາ ແລະ ບໍ່ສາມາດຄວບຄຸມໄຟປ່າບໍລິເວນຈຸດນີ້ໄດ້.

ໄຟປ່າຄາລິຟໍເນຍ

ສຳນັກຂ່າວ ຣອຍເຕີຣ໌ ລາຍງານວ່າຂະນະນີ້ໄດ້ເກີດໄຟປ່າໄປທົ່ວພື້ນທີ່ຊາຍຝັ່ງຕາເວັນຕົກຂອງປະເທດສະຫະລັດອາເມຣິກາ ລວມທັງພື້ນທີ່ໃນເມືອງ “ມັລເດັນ” ລັດວໍຊິງຕັນແລ້ວ, ນອກຈາກນີ້ ໄຟປ່າກໍ່ກຳລັງຄຸກຄາມຕໍ່ຫຼາຍຊຸມຊົນໃນລັດໂອເຣກອນ ຂະນະທີ່ລັດຄາລິຟໍເນຍກຳລັງປະເຊີນກັບໄຟປ່າຄັ້ງທີ່ໂຫດຮ້າຍທີ່ສຸດໃນປະວັດສາດ(ເລີ່ມຂຶ້ນຕັ້ງແຕ່ ຄ.ສ 1945-ປັດຈຸບັນ) ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 7 ຄົນ ໃນລັດວໍຊິງຕັນ ໂອເຣກອນ ແລະ ແຄລິຟໍເນຍ, ນະຄອນລອສແອງເຈີລິສ, ຊານຟຣານຊິສໂກ ແລະ ເມືອງໃກ້ຄຽງ. ທ້ອງຟ້າໄດ້ກາຍເປັນສີສົ້ມ ແລະ ມີອຸນຫະພູມເພີ່ມຂຶ້ນເຖິງ 43 ອົງສາ ເມື່ອວັນທີ 6 ກັນຍາທີ່ຜ່ານມາ.

ຮູບພາບສະຖານະການໄຟໄໝ້ປ່າແຄລິຟໍເນຍ:

ໄຟປ່າຄາລິຟໍເນຍ
ໄຟປ່າຄາລິຟໍເນຍ
ໄຟປ່າຄາລິຟໍເນຍ
ໄຟປ່າຄາລິຟໍເນຍ
ໄຟປ່າຄາລິຟໍເນຍ
ໄຟປ່າຄາລິຟໍເນຍ
ໄຟປ່າຄາລິຟໍເນຍ
ໄຟປ່າຄາລິຟໍເນຍ
ໄຟປ່າຄາລິຟໍເນຍ
ໄຟປ່າຄາລິຟໍເນຍ
ໄຟປ່າຄາລິຟໍເນຍ
ໄຟປ່າຄາລິຟໍເນຍ
ໄຟປ່າຄາລິຟໍເນຍ
ໄຟປ່າຄາລິຟໍເນຍ

ແຫຼ່ງຂ່າວ: www.thairath.co.th/news/foreign/1690301

www.thairath.co.th/news/foreign/1927312

https://news.thaipbs.or.th/content/296263