ເປີດໃຫ້ສະໝັກແລ້ວ ສໍາລັບ OIST Internship Program in Japan ຫຼື “ໂຄງການເຝິກງານທີ່ ປະເທດຍີ່ປຸ່ນ” ເຊິ່ງພິເສດສຸດໆ ເພາະໂຄງການນີ້ເປັນໂຄງການແບບ FULLY Funded ຫຼື ທຶນແບບເຕັມຮ້ອຍນັ້ນເອງ.
ສຳລັບໂຄງການນີ້ ເປັນອີກໜຶ່ງໂຄງການທີ່ຈະເປີດໂອກາດໃຫ້ນ້ອງໆ ສາຍເທັກໂນໂລຢີ ໄດ້ໄປເຝິກງານໃນຮົ້ວມະຫາວິທະຍາໄລ Okinawa Institute of Science and Technology Graduate University ປະເທດຍີ່ປຸ່ນ ເປັນເວລາ 2 ເດືອນ ຫາ 6 ເດືອນ ເພື່ອເປີດຫາປະສົບການໃໝ່ໆ ແລະ ຍັງເປັນການທ່ອງທ່ຽວເປີດເອົາປະສົບການໄປໃນຕົວນໍາອີກ.

ສິ່ງທີ່ຈະໄດ້ຮັບຈາກໂຄງການນີ້ກໍຄື:
- ຄ່າຄອງຊີບ ມື້ລະ 2400 JYP ຫຼື ປະມານ 265,221 ກີບ
- ຟຣີຄ່າເດີນທາງໄປ – ກັບ
- ຟຣີຄ່າໃຊ້ຈ່າຍໃນການເດີນທາງ
- ຟຣີຄ່າທີ່ພັກ
- ບັດໂດຍສານລົດ ຮັບ – ສົ່ງ OIST
- ຟຣີຄ່າ ວີຊ່າ ແລະ ປະກັນໄພ

ເງື່ຶອນໄຂໃນການສະໝັກ
- ນັກສຶກສາ ໃນສາຂາທີ່ກ່ຽວຂ້ອງ STEM (ວິທະຍາສາດ, ເທັກໂນໂລຢີ, ວິສະວະກຳສາດ ແລະ ຄະນິດສາດ) ລະດັບປະລິນຍາຕີ ຫຼື ປະລິນຍາໂທ
- ຜູ້ສະໝັກທີ່ລົງທະບຽນ ຈະຕ້ອງມີ “ໜັງສືຢັ້ງຢືນ” ຈາກສະຖາບັນທີ່ຕົນເອງຮຽນຢູ່ຂອງປະເທດນັ້ນໆ
- ຜູ້ສະໝັກທີ່ມີທັກສະທີ່ກ້າວໜ້າໃນການວິໄຈ ຈະໄດ້ຮັບການພິຈາລະນາໃນການໃຫ້ຕໍາແໜ່ງເພີ່ມຕື່ມຂອງການເຝິກງານ
ສຳລັບໃຜທີ່ສົນໃຈສາມາດເຂົ້າເບິ່ງລາຍລະອຽດ ແລະ ຂໍ້ມູນເພີ່ມຕື່ມໄດ້ທີ່ https://cutt.ly/RLsVktU
ປິດຮັບສະໝັກວັນທີ 15 ຕຸລາ 2022
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment