ອ້າງອີງຕາມການຖະແຫຼງຂອງເວັບໄຊທາງການຂອງໄທ ທີ່ໄດ້ເຜີຍແຜ່ປະກາດຈາກກົມອຸທິຍານແຫ່ງຊາດ, ສັດປ່າ ແລະ ພັນພືດ ຂອງປະເທດໄທ.

ໂດຍມີເນື້ອໃນກ່ຽວກັບ ເລື່ອງຫ້າມນຳເອົາພາຊະນະທີ່ເຮັດດ້ວຍໂຟມ ແລະ ພລາສຕິກ ຊະນິດແບບໃຊ້ຄັ້ງດຽວແລ້ວຖິ້ມ ເຂົ້າໄປໃນເຂດອຸທິຍານແຫ່ງຊາດທົ່ວປະເທດ ເຊິ່ງມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 6 ເມສາ 2022 ເປັນຕົ້ນໄປ.
ທັງນີ້ ກົມອຸທິຍານແຫ່ງຊາດ, ສັດປ່າ ແລະ ພັນພືດ ຂອງໄທ ໄດ້ພິຈາລະນາແລ້ວ ເພື່ອເປັນການສະຫງວນ, ອະນຸລັກ ແລະ ຄຸ້ມຄອງດູແລຮັກສາຊັບພະຍາກອນທຳມະຊາດ.

ແລະເພື່ອປ້ອງກັນບໍ່ໃຫ້ເກີດຄວາມເສຍຫາຍລະບົບນິເວດຕ່າງໆ ພ້ອມທັງເປັນການຄວບຄຸມລົດປະລິມານຂີ້ເຫຍື້ອໃນອຸທິຍານແຫ່ງຊາດ ຈຶ່ງໄດ້ມີການປະກາດຫ້າມນຳເອົາພາຊະນະທີ່ເຮັດດ້ວຍໂຟມ ແລະ ບັນຈຸພັນພລາສຕິກ ຊະນິດແບບໃຊ້ຄັ້ງດຽວແລ້ວຖິ້ມ ເຂົ້າໄປໃນເຂດອຸທິຍານແຫ່ງຊາດທົ່ວປະເທດ ເຊິ່ງໄດ້ແກ່:
⁃ ພລາສຕິກຫູຫິ້ວ
⁃ ກ່ອງບັນຈຸອາຫານພລາສຕິກ
⁃ ຈອກພລາສຕິກ (ແບບໃຊ້ຄັ້ງດຽວ)
⁃ ທໍ່ດູດພລາສຕິກ
⁃ ສ້ອມ-ບ່ວງ ພລາສຕິກ
ຫາກຜູ້ໃດຝ່າຝືນແມ່ນມີຄວາມຜິດ ຕາມກົດໝາຍຂອງໄທທີ່ໄດ້ລະບຸໄວ້ ເຊິ່ງອາດຈະຕ້ອງຖືກປັບໃໝເປັນເງິນບໍ່ເກີນ 100,000 ບາດ.
ນີ້ຖືວ່າເປັນການສະແດງທ່າທີຂອງປະເທດເພື່ອນບ້ານທີ່ຕ້ອງການອະນຸລັກສິ່ງແວດລ້ອມແບບຈິງຈັງ ໂດຍການນຳໃຊ້ກົດໝາຍເຂົ້າມາເປັນຕົວການໃນການໃຫ້ປະຊາຊົນຄຳນຶງເຖິງລະບົບນິເວດ ພ້ອມກັນນັ້ນຍັງເປັນການລົດປະລິມານຂີ້ເຫຍື້ອໄປໃນຕົວ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/