ໄຊຍະບູລີ ພະຍາຍາມສ້າງເງື່ອນໄຂດຶງດູດການລົງທຶນ ຕາມທ່າແຮງດ້ານກະສິກຳ ຫັນເປັນສິນຄ້າເພື່ອສົ່ງອອກ


ອຳນາດການປົກຄອງແຂວງໄຊຍະບູລີ ໄດ້ສຸມໃສ່ປັບປຸງສະພາບແວດລ້ອມ ແລະ ການແກ້ໄຂຄວາມຫຍຸ້ງຍາກຂອງການດໍາເນີນທຸລະກິດຕາມ ຄໍາສັ່ງເລກທີ 02/ນຍ ແລະ ຄໍາສັ່ງເລກທີ 03/ນຍ ເຊິ່ງເຮັດໃຫ້ກົນໄກ ແລະ ຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດມີຄວາມສະດວກຂຶ້ນ, ສາມາດຫຼຸດຂັ້ນຕອນ ແລະ ໄລຍະເວລາສັ້ນເຂົ້າ, ລົບລ້າງຄະນະຄຸ້ມຄອງການລົງທຶນຂັ້ນແຂວງ ແລະ ປັບປຸງຄະນະປະສານງານປະຕູດຽວ ແລະ ຜູ້ປະສານງານທີ່ປະຈຳຢູ່ພະແນກການຕ່າງໆ ເພື່ອຮັບປະກັນການປະສານງານໃຫ້ຄ່ອງຕົວກວ່າເກົ່າ, ໝູນໃຊ້ທ່າແຮງດ້ານກະສິກຳ ດຶງດູດການລົງທຶນ ຫັນເປັນກະສິກຳເປັນສິນຄ້າເພື່ອສົ່ງອອກ.

ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ກ່າວວ່າ: ນັບແຕ່ປີ 2021 ຮອດ 2023 ແຂວງສາມາດດຶງດູດການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດມີມູນຄ່າ ເຖິງ 165 ລ້ານໂດລາ. ໃນນີ້: ກິດຈະການສໍາປະທານ ແລະ ຄວບຄຸມ 52 ລ້ານ ໂດລາ, ກິດຈະການທົ່ວໄປມີທຶນຈົດທະບຽນທັງໝົດ 1.938 ຕື້ກີບ. ນອກນີ້, ຍັງໄດ້ສົ່ງເສີມນັກລົງທຶນຈາກຕ່າງປະເທດລົງທຶນ ປູກພືດກະສິກໍາເປັນສີນຄ້າໃນເຂດທີ່ມີເງື່ອນໄຂ ເຊັ່ນ: ຖົ່ວເຫຼືອງ, ໝາກໂມ, ເຂົ້າ, ມັນຕົ້ນ, ສາລີ ແລະ ພືດຕ່າງໆ ທີ່ສາມາດສົ່ງອອກ ຕາມບັນຊີ ທີ່ໄດ້ເຊັນສັນຍາກັບຕ່າງປະເທດຄູ່ຄ້າເພື່ອດຶງດູດເງິນຕາຕ່າງປະເທດ ແລະ ການດຸ່ນດ່ຽງສິນຄ້ານໍາເຂົ້າ. ປັບປຸງຂອດການບໍລິການດ້ານການລົງທຶນ ເຊິ່ງໄດ້ສ້າງຫ້ອງການບໍລິການປະຕູດຽວ ແລະ ປະກອບພະນັກງານ ເພື່ອໃຫ້ບໍລິການແກ່ນັກລົງທຶນ ໄດ້ມີີຄວາມສະດວກ ແລະ ວ່ອງໄວຂຶ້ນກວ່າເກົ່າ.

ໃນໄລຍະດຽວກັນ ແຂວງກໍໄດ້ຄົ້ນຄວ້າການໃຫ້ນະໂຍບາຍສົ່ງເສີມການລົງທຶນແກ່ນັກລົງທຶນພາຍໃນ ແລະ ຕ່າງປະເທດ ທີ່ນອນຢູ່ໃນກິດຈະການສົ່ງເສີມຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.ໄດ້ອໍານວຍຄວາມສະດວກທາງການຄ້າ, ການຂົນສົ່ງ ໃຫ້ສະດວກວອງໄວ, ລົບລ້າງຈຸດກວດກາ ຈາກ 14 ຈຸດທົ່ວແຂວງ ຍັງເຫຼືອ 3 ຈຸດ, ທີ່ເປັນຈຸດຜ່ານຂອງແຂວງໄປສູ່ແຂວງອ້ອມຂ້າງ. ເຄື່ອນໄຫວດໍາເນີນທຸລະກິດ, ຕາມນະໂຍບາຍ, ບົດບາດຂອງຕົນຢ່າງມີປະສິດທິຜົນ, ສະກັດກັ້ນການບໍລິຫານເກື້ອກູນ, ຕ້ານການຟຸມເຟືອຍຊັບສົມບັດຂອງລັດ ແລະ ລວມໝູ່, ຈໍາກັດບໍ່ໃຫ້ສ້າງກົນໄກ, ລະບອບ, ລະບຽບ, ນະໂຍບາຍຕ່າງໆ ທີ່ບໍ່ສອດຄ່ອງ, ໂດຍສະເພາະຂົງເຂດໄຟຟ້າ, ນໍ້າປະປາ ແລະ ທະນາຄານ ສະຖາບັນການເງິນຕ່າງໆ. ປັບປຸງກົນໄກບໍລິຫານ, ເຕັກນິກວິຊາການ, ບຸກຄະລາກອນ ແລະ ນະໂຍບາຍຕ່າງໆ ເຊັ່ນ: ການລະດົມເງິນຝາກທະຄານ ຫຼາຍສະກຸນເງິນ, ປັບປຸງກົນໄກການປ່ອຍສິນເຊື່ອ, ການຕິດຕາມສົ່ງເສີມ ການນໍາໃຊ້ທຶນຮອນຖືກຕາມເປົ້າໝາຍຢ່າງມີປະສິດທິຜົນ, ປີຜ່ານມາກໍຍັງເຫັນວ່າ ການລະດົມເງິນຝາກ ກັບການປ່ອຍສິນເຊື່ອຍັງຫຼຸດໂຕນກັນຫຼາຍເຊັ່ນ: ປັດຈຸບັນເງິນຝາກໃນ 7 ທະນາຄານ ມີເຖິງ 4.167 ຕື້ກີບ ປະຕິບັດໄດ້ 84,46%, ການປ່ອຍສີນເຊື່ອພຽງແຕ່ 1.030 ຕື້ກີບ ປະຕິບັດໄດ້ 106,04%, ການປ່ອຍສິນເຊື່ອສ່ວນຫຼາຍ ຍັງແມ່ນຂົງເຂດຂະແໜງການອຸດສາຫະກໍາກວມອັດຕາສ່ວນສູງ.

ນັບແຕ່ປີ 2021-2023 ເຫັນວ່າໂຄງການຈໍານວນໜຶ່ງ ການຈັດຕັ້ງປະຕິບັດ ບໍ່ໄປຕາມສັນຍາ, ແກ່ຍາວການພັດທະນາໂດຍບໍ່ສົມເຫດສົມຜົນ ແລະ ໄດ້ອອກຂໍ້ຕົກລົງຂອງແຂວງ ລົບລ້າງໂຄງການດັ່ງກ່າວ ໃນຈໍານວນ 55 ໂຄງການ ອອກຈາກບັນຊີການລົງທຶນ.

ທ່ານ ພົງສະຫວັນ ສິດທະວົງ ກ່າວຕື່ມອີກວ່າ: ສໍາລັບການແກ້ໄຂໜີ້ສິນການລົງທຶນຂອງລັດແມ່ນໄດ້ສຸມໃສ່ຄຸ້ມຄອງການລົງທຶນຂອງລັດໃຫ້ສອດຄ່ອງກັບກົດໝາຍການລົງທຶນ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງຢ່າງເຂັ້ມງວດ ສະແດງອອກຄື: ໂຄງການຈັດຕັ້ງປະຕິບັດຮອດປັດຈຸບັນ ມີທັງໝົດ 350 ໂຄງການ ມູນຄ່າໃນສັນຍາ 2.105,26 ຕື້ກີບ, ມູນຄ່າປະຕິບັດວຽກ 1.530,39 ຕື້ກີບ, ຊໍາລະຮອດປັດຈຸບັນ 767,23 ຕື້ກີບ, ຍັງຄ້າງຊໍາລະຕາມສັນຍາ 1.338,02 ຕື້ກີບ, ມູນຄ່າຄ້າງຕາມໜ້າວຽກສໍາເລັດ 763,49 ຕື້ກີບ.

https://www.facebook.com/PasaxonNewspaper/posts/pfbid02mQ9gGMfAvJ6v4KgvXqVvvjHjgr6G75QmLCtrxYPLhTFvzaawzdvkh8nyNic3bRLcl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/