ຈາກກໍລະນີກະແສທີ່ກາຍເປັນທີ່ເວົ້າເຖິງກັນໄປທົ່ວໂລກອອນລາຍ ທີ່ມີຜູ້ໃຊ້ Facebook ລາຍໜຶ່ງອອກມາລະບຸວ່າ ຕຳຫຼວດໄດ້ບຸກຈັບ ໂຮງຂ້າໂຕເງິນໂຕທອງ (ໂຕເຫ້ຍ) ທີ່ນໍາຊີ້ນມັນໄປເຮັດເປັນລູກຊີ້ນ ພ້ອມກັບນຳໜັງຂອງມັນມາເຮັດເປັນໜັງຈືນກອບ. ແຕ່ຫຼ້າສຸດ ເຈົ້າໜ້າທີ່ຕໍາຫຼວດສືບສວນສອບສວນກາງຂອງປະເທດໄທ ໄດ້ອອກມາຢືນຢັນແລ້ວວ່າ ໂຮງຂ້າໂຕເງິນໂຕທອງນັ້ນເຮັດສົ່ງຮ້ານອາຫານປ່າເທົ່ານັ້ນ ບໍ່ໄດ້ມີການນຳມາເຮັດລູກຊີ້ນ ຫຼື ໜັງຈືນກອບແຕ່ຢ່າງໃດ.
ໂດຍວັນທີ 1 ກຸມພາທີ່ຜ່ານມາ ມີຜູ້ໃຊ້ Facebook ໂພສພາບຂອງໂຕເງິນໂຕທອງຈຳນວນຫຼາຍ ພ້ອມລະບຸຂໍ້ຄວາມວ່າ: ບຸກທະລາຍໂຮງງານຜະລິດລູກຊີ້ນປາລາຍໃຫຍ່ ທີ່ດັດແປງຊີ້ນຂອງໂຕເງິນໂຕທອງໃຫ້ມາເປັນລູກຊີ້ນປາຂາວນວນບໍ່ມີກິ່ນຄາວ ສ່ວນໜັງແມ່ນເອົາໄປຕາກແຫ້ງ ແລ້ວນຳດັດແປງເປັນໜັງປາຈືນກອບ ຈັດຈຳໜ່າຍທົ່ວປະເທດມາເປັນເວລາດົນແລ້ວ.

ຕໍາຫຼວດສືບສວນກາງ (CIB) ໂດຍຕໍາຫຼວດຈາກພະແນກສະກັດກັ້ນອາຊະຍາກໍາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (NASB) ປະເທດໄທ ລະບຸວ່າຮູບພາບແມ່ນຜົນງານຂອງການຈັບກຸມຂອງເຈົ້າໜ້າທີ່ຕໍາຫຼວດ NASB ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ. ໄດ້ກວດຄົ້ນ ແລະ ຈັບກຸມຜູ້ຕ້ອງສົງໄສລັກລອບຄ້າຂາຍ ແລະ ຄອບຄອງສັດປ່າສະຫງວນ ສັດເລືອຄານ ໃນເຂດເມືອງອູທອງ ຈັງຫວັດ ສຸພັນບຸລີ.

ຜ່ານການສືບສວນສອບສວນ ພົບວ່າຊາກໂຕເງິນໂຕທອງທີ່ປາກົດໃນພາບນັ້ນ ແມ່ນກຽມໄປຂາຍຕໍ່ຢູ່ຕະຫຼາດຊາຍແດນ ທາງຕາເວັນອອກ ເພື່ອໃຊ້ປະກອບເປັນອາຫານປ່າເພື່ອຂາຍໃຫ້ຄົນທີ່ມັກກິນເທົ່ານັ້ນ ບໍ່ໄດ້ນຳມາເປັນລູກຊີ້ນ ຫຼື ໜັງຈືນກອບ ຕາມທີ່ເປັນຂ່າວແຕ່ຢ່າງໃດ.
ເອີ້ນໄດ້ວ່າວາງໃຈໄດ້ເລີຍກັບຄົນທີ່ກຳລັງກັງວົນວ່າມັນຈະຈັດສົ່ງມາຮອດລາວຫຼືບໍ່ ແລະ ກຳລັງສົງໄສຢູ່ວ່າ ໜັງປາຈືນກອບ ຫຼື ຈືນລູກຊີ້ນທີ່ເຮົາກິນໄປນັ້ນ ມັນແມ່ນຊີ້ນ ໂຕເງິນໂຕທອງ ຄືຕາມທີ່ເປັນຂ່າວຫຼືບໍ່.
ຂອບໃຈຂໍ້ມູນຈາກ: https://bit.ly/3ZpqUUk
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/