ໄຄແດ່! ເຈົ້າໜ້າທີ່ໄທຢືນຢັນ ໂຮງຂ້າໂຕເງິນໂຕທອງນັ້ນ ເຮັດສົ່ງຮ້ານອາຫານປ່າເທົ່ານັ້ນ ບໍ່ໄດ້ມີການນຳມາເຮັດລູກຊີ້ນ ຫຼື ໜັງຈືນກອບແຕ່ຢ່າງໃດ

ໄຄແດ່-ເຈົ້າໜ້າທີ່ໄທຢືນຢັນ

ຈາກກໍລະນີກະແສທີ່ກາຍເປັນທີ່ເວົ້າເຖິງກັນໄປທົ່ວໂລກອອນລາຍ ທີ່ມີຜູ້ໃຊ້ Facebook ລາຍໜຶ່ງອອກມາລະບຸວ່າ ຕຳຫຼວດໄດ້ບຸກຈັບ ໂຮງຂ້າໂຕເງິນໂຕທອງ (ໂຕເຫ້ຍ) ທີ່ນໍາຊີ້ນມັນໄປເຮັດເປັນລູກຊີ້ນ ພ້ອມກັບນຳໜັງຂອງມັນມາເຮັດເປັນໜັງຈືນກອບ. ແຕ່ຫຼ້າສຸດ ເຈົ້າໜ້າທີ່ຕໍາຫຼວດສືບສວນສອບສວນກາງຂອງປະເທດໄທ ໄດ້ອອກມາຢືນຢັນແລ້ວວ່າ ໂຮງຂ້າໂຕເງິນໂຕທອງນັ້ນເຮັດສົ່ງຮ້ານອາຫານປ່າເທົ່ານັ້ນ ບໍ່ໄດ້ມີການນຳມາເຮັດລູກຊີ້ນ ຫຼື ໜັງຈືນກອບແຕ່ຢ່າງໃດ.

ໂດຍວັນທີ 1 ກຸມພາທີ່ຜ່ານມາ ມີຜູ້ໃຊ້ Facebook ໂພສພາບຂອງໂຕເງິນໂຕທອງຈຳນວນຫຼາຍ ພ້ອມລະບຸຂໍ້ຄວາມວ່າ: ບຸກທະລາຍໂຮງງານຜະລິດລູກຊີ້ນປາລາຍໃຫຍ່ ທີ່ດັດແປງຊີ້ນຂອງໂຕເງິນໂຕທອງໃຫ້ມາເປັນລູກຊີ້ນປາຂາວນວນບໍ່ມີກິ່ນຄາວ ສ່ວນໜັງແມ່ນເອົາໄປຕາກແຫ້ງ ແລ້ວນຳດັດແປງເປັນໜັງປາຈືນກອບ ຈັດຈຳໜ່າຍທົ່ວປະເທດມາເປັນເວລາດົນແລ້ວ.

ໄຄແດ່-ເຈົ້າໜ້າທີ່ໄທຢືນຢັນ

ຕໍາຫຼວດສືບສວນກາງ (CIB) ໂດຍຕໍາຫຼວດຈາກພະແນກສະກັດກັ້ນອາຊະຍາກໍາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (NASB) ປະເທດໄທ ລະບຸວ່າຮູບພາບແມ່ນຜົນງານຂອງການຈັບກຸມຂອງເຈົ້າໜ້າທີ່ຕໍາຫຼວດ NASB ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ. ​ໄດ້​ກວດຄົ້ນ ​ແລະ ຈັບກຸມ​ຜູ້​ຕ້ອງ​ສົງ​ໄສ​ລັກລອບ​ຄ້າ​ຂາຍ ​ແລະ ຄອບ​ຄອງ​ສັດ​ປ່າ​ສະຫງວນ ສັດເລືອຄານ ໃນເຂດເມືອງອູທອງ ຈັງຫວັດ ສຸພັນບຸລີ.

ໄຄແດ່-ເຈົ້າໜ້າທີ່ໄທຢືນຢັນ

ຜ່ານການສືບສວນສອບສວນ ພົບວ່າຊາກໂຕເງິນໂຕທອງທີ່ປາກົດໃນພາບນັ້ນ  ແມ່ນກຽມໄປຂາຍຕໍ່ຢູ່ຕະຫຼາດຊາຍແດນ ທາງຕາເວັນອອກ ເພື່ອໃຊ້ປະກອບເປັນອາຫານປ່າເພື່ອຂາຍໃຫ້ຄົນທີ່ມັກກິນເທົ່ານັ້ນ ບໍ່ໄດ້ນຳມາເປັນລູກຊີ້ນ ຫຼື ໜັງຈືນກອບ ຕາມທີ່ເປັນຂ່າວແຕ່ຢ່າງໃດ.

ເອີ້ນໄດ້ວ່າວາງໃຈໄດ້ເລີຍກັບຄົນທີ່ກຳລັງກັງວົນວ່າມັນຈະຈັດສົ່ງມາຮອດລາວຫຼືບໍ່ ແລະ ກຳລັງສົງໄສຢູ່ວ່າ ໜັງປາຈືນກອບ ຫຼື ຈືນລູກຊີ້ນທີ່ເຮົາກິນໄປນັ້ນ ມັນແມ່ນຊີ້ນ ໂຕເງິນໂຕທອງ ຄືຕາມທີ່ເປັນຂ່າວຫຼືບໍ່.

ຂອບໃຈຂໍ້ມູນຈາກ: ​https://bit.ly/3ZpqUUk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/