ໃນເວລາທີ່ຈິດໃຈຂອງເຮົາອ່ອນແຮງ ຮູ້ສຶກວ່າຕົນເອງບໍ່ມີຄຸນຄ່າເລີຍ ການທີ່ຈະສ້າງຄວາມໝັ້ນໃຈໃຫ້ຕົນເອງນັ້ນມັນບໍ່ງ່າຍເລີຍ ແຕ່ໃນທາງວິທະຍາສາດນັ້ນກໍພໍຈະມີວິທີຊ່ວຍເຮົາໄດ້ຢູ່
“Low Self-esteem” ແມ່ນຫຍັງ?
ຄຳຖາມທຳອິດທີ່ເຮົາສົງໄສ ເຊິ່ງມັນຄືການທີ່ເຮົານັ້ນມີ Self-esteem ຕ່ຳ ຫຼື ຂາດຄວາມໝັ້ນໃຈ ແລະ ການນັບຖືໃນຕົວເອງ, ສິ່ງເຫຼົ່ານີ້ມັກຈະພາເຮົາໄປສູ່ການທີ່ຄົນເຮົາມີຄວາມຮູ້ສຶກທີ່ບໍ່ດີກັບຕົນເອງ ແລະ ຕໍ່ໍຊີວິດຂອງຄົນໆນັ້ນ ມີຜູ້ຄົນຈຳນວນບໍ່ໜ້ອຍທີ່ທຸກທໍລະມານກັບຄວາມຮູ້ສຶກທີ່ຕົນເອງບໍ່ມີຄຸນຄ່ານີ້ ແລະ ເຮັດໃຫ້ພວກເຂົາບໍ່ຮັກ, ບໍ່ເອົາໃຈໃສ່ຕົວເອງ ຮູ້ສຶກນັບຖື ແລະ ເຄົາລົບຕົນເອງໃນລະດັບທີ່ຕຳ່ກວ່າຄົນອື່ນ ຄິດວ່າຕົນເອງບໍ່ມີຄວາມສາມາດ ແລະ ມັກຈະຮູ້ສຶກວ່າເຮົານັ້ນບໍ່ເປັນທີ່ຮັກ ບໍ່ເປັນທີ່ຕ້ອງການ.
ຈາກງານວິໄຈຂອງ Morris Rosenberg ແລະ Timothy J. Owens ບອກໄວ້ວ່າ ຜູ້ທີ່ມີບັນຫາໃນເລື່ອງການມີ Self-esteem ຕ່ຳນັ້ນ ມີທ່າທີທີ່ຈະເປັນຄົນທີ່ມີຄວາມອ່ອນໄຫວຫຼາຍເປັນພິເສດຕໍ່ໂລກຮອບໆຕົວ.

ເຖິງແມ່ນວ່າ ໃຫ້ພົບກັບເຫດການດຽວກັນ ແຕ່ສຳລັບຄົນອື່ນໆແລ້ວມັນອາດຈະເກືອບບໍ່ສົ່ງຜົນກະທົບຫຍັງໃຫ້ກັບພວກເຂົາເລີຍ ຂະນະທີ່ຄົນທີ່ມີ self-esteem ຕ່ຳ ການປະເຊີນກັບສະຖານະການບາງຢ່າງຈະເຮັດໃຫ້ພວກເຂົາມີຄວາມຮູ້ສຶກທີ່ອ່ອນໄຫວງ່າຍຕໍ່ຕົວເອງ ແລະ ຖືກຂັບເຄື່ອນດ້ວຍຄວາມຮູ້ສຶກວ່າຕົວເອງໄຮ້ຄ່າຢູ່ເລື້ອຍໆ ແລະ ຍັງບໍ່ສາມາດຈັດການກັບຄວາມໝັ້ນໃຈຂອງຕົວເອງທີ່ຂາດຫາຍໄປໄດ້.
ເຊິ່ງຄວາມຮູ້ສຶກທີ່ອ່ອນໄຫວເປັນພິເສດນີ້ເອງ ອາດຈະດຶງໃຫ້ໃຜບາງຄົນຕ້ອງຈົມລົງສູ່ພາວະຂອງການຊຶມເສົ້າໃນລະດັບທີ່ເລິກໄດ້.
ການມີ Self-Esteem ມັກຈະພາໃຫ້ເຮົາຮູ້ສຶກໄຮ້ຄ່າ ບໍ່ເປັນທີ່ຮັກ ແລະ ບໍ່ເປັນທີ່ຕ້ອງການໄດ້ ແລະ ການມີ Self-Esteem ຕ່ຳນີ້ຍັງເຊື່ອມໂຍງໂດຍກົງກັບການມີບັນຫາທາງອາລົມ ຕົວຢ່າງ: ຄວາມກັງວົນ, ມີບັນຫາດ້ານການກິນອາຫານ ແລະ ສົ່ງຜົນຕໍ່ຄຸນະພາບຊີວິດໃນຫຼາຍດ້ານໄດ້.

ແລ້ວເຈົ້າເດ? ເຈົ້າກຳລັງມີ Self-esteem ຕ່ຳຢູ່ຫຼືບໍ່? ລອງກວດເບິ່ງຈາກຕົວຢ່າງອາການ Low Self-Esteem ເຫຼົ່ານີ້ໄດ້ເລີຍ:
- ບໍ່ສາມາດເຊື່ອຖືໃນຄວາມຄິດເຫັນຂອງຕົນເອງໄດ້ ແລະ ມັກຄິດວ່າຄວາມຄິດເຫັນຂອງຄົນອື່ນນັ້ນດີກວ່າ.
- ບໍ່ອອກສຽງ ຫຼື ສະແດງຄວາມຄິດເຫັນຂອງຕົນເອງອອກມາ ຫຼື ຮູ້ສຶກບໍ່ໝັ້ນໃຈພໍທີ່ຈະນຳສະເໜີຄວາມຄິດກັບຜູ້ອື່ນ.
- ຢ້ານທີ່ຈະອ້າແຂນຮັບຄວາມທ້າທາຍ ດ້ວຍຄວາມຢ້ານທີ່ວ່າຕົນເອງຈະບໍ່ສາມາດເອົາຊະນະມັນໄດ້.
- ຄິດວ່າຕົນເອງຈະຕ້ອງລົ້ມເຫຼວ ຫຼື ກາຍເປັນຄົນທີ່ລົ້ມເຫຼວ ຖ້າເຈົ້າເຮັດສິ່ງໃດສິ່ງໜຶ່ງບໍ່ສຳເລັດ.
- ຈິງຈັງ ແລະ ບໍ່ຜ່ອນຜັນກັບຕົນເອງເລີຍ ແຕ່ອ່ອນໂຍນ ແລະ ເມດຕາກັບຄົນອື່ນ ເຖິງວ່າສະຖານະການທີ່ເກີດຂຶ້ນກັບຄົນອື່ນ ແລະ ຕົນເອງຈະໃກ້ຄຽງກັນຫຼາຍກໍຕາມ.

- ມີອາການວິຕົກກັງວົນ, ລະແວງ ແລະ ມີອາລົມຄວາມຮູ້ສຶກທີ່ເມື່ອຍແລະອ່ອນແຮງເລື້ອຍໆ.
- ເຮັດສິ່ງຕ່າງໆຢ່າງໜັກເກີນກຳລັງ ບໍ່ວ່າຈະເປັນການເຂັ້ມງວດກັບຕົນເອງ ແລະ ໂຫຍຫາຄວາມສຳເລັດ, ຕັ້ງເປົ້າໝາຍສູງ ຫຼື ອີກທາງທີ່ກົງກັນຂ້າມເລີຍ ຄືບໍ່ທຸ່ມເທພະຍາຍາມກັບຫຍັງເລີຍ ແລະ ບໍ່ພະຍາຍາມເອົາຊະນະສັກກະຍະພາບຕົວເອງ.
- ທຸ່ມເທຕົວເອງໄປກັບວຽກ ເພື່ອໜີຈາກຄວາມຄຽດ ແລະ ຄວາມຢ້ານທີ່ມາກັບສະຖານະການທາງສັງຄົມໃນດ້ານຕ່າງໆເຊັ່ນ: ເລື່ອງຄວາມສຳພັນ ຫຼື ເລື່ອງໝູ່ຄູ່.

ແລ້ວການມີ self-esteem ຕ່ຳ ຈະສົ່ງຜົນກະທົບກັບຊີວິດແຕ່ລະມື້ຂອງເຮົາເທົ່າໃດ?”
ການສຶກສາໃນປີ 2006 ໂດຍມະຫາວິທະຍາໄລ Wisconsin , Madison ສະແດງເຖິງຄວາມເຊື່ອມໂຍງໃນເລື່ອງບັນຫາສຸຂະພາບຂອງຄົນໄວໜຸ່ມສາວທີ່ມີ self-esteem ຕ່ຳ ນອກຈາກນັ້ນ self-esteem ຍັງເປັນສິ່ງສຳຄັນຕໍ່ການສ້າງຜົນລັບທີ່ຈະເກີດຂຶ້ນໃນຊີວິດ ບໍ່ວ່າຈະເປັນເລື່ອງການສຶກສາ, ຄວາມສຳເລັດໃນໜ້າທີ່ການງານ, ລັກສະນະການໃຊ້ຊີວິດ ແລະ ສຸຂະພາບໃນທຸກໆດ້ານ.

ແລ້ວເຮົາຈະເຝິກສະໝອງຂອງຕົນເອງເພື່ອປ່ຽນ low self-esteem ໃຫ້ເປັນຄວາມໝັ້ນໃຈໄດ້ແນວໃດ?”
- ເລືອກສີເສື້ອຜ້າທີ່ຈະໃສ່:
ວິທີການແຕ່ງຕົວສາມາດສ້າງຄວາມຮູ້ສຶກທີ່ແຕກຕ່າງໄດ້ ເຊິ່ງມີຜົນງານທາງການວິໄຈບອກວ່າ ສີສັນຕ່າງໆມີຄວາມກ່ຽວຂ້ອງກັບບຸກຄະລິກລັກສະນະທີ່ຕ່າງກັນ ແລະ “ສີດຳ” ຖືກໂຫວດໃຫ້ເປັນສີໃນຂອງຄວາມໝັ້ນໃຈ ທີ່ເຮັດໃຫ້ຄົນເຮົາຄິດເຖິງຄວາມຮູ້ສຶກທີ່ດຶງດູດ, ຄວາມສະຫຼາດ ແລະ ຄວາມໝັ້ນໃຈໄດ້. - ລົງທຶນກັບນຳ້ຫອມທີ່ໃຫ້ກິ່ນດີໆ:
ນັກວິໄຈຈາກມະຫາວິທະຍາໄລລິເວີພູ ພິສູດວ່າ ການທີ່ຄົນເຮົາມີກິ່ນຫອມທີ່ດີນັ້ນຈະສົ່ງຜົນຕໍ່ຄວາມໝັ້ນໃຈໄດ້ ແລະ ກິ່ນຫອມຍັງສົ່ງຜົນຕໍ່ມຸມມອງຂອງຜູ້ອື່ນທີ່ມີຕໍ່ເຮົາ ລວມເຖິງວິທີທີ່ຜູ້ອື່ນຈະປະຕິບັດຕໍ່ເຮົາພ້ອມ ເຊິ່ງມັນສ້າງຜົນລັບໃນດ້ານບວກຕໍ່ເລື່ອງຂອງ self-esteem ໄດ້.

- ຟັງເພງທີ່ມີເບສໜັກໆ:
ມີງານວິໄຈທີ່ອະທິບາຍວ່າ ເພງທີ່ມີສຽງເບສໜັກໆສາມາດເຮັດໃຫ້ເຮົາຮູ້ສຶກວ່າມີພະລັງງານຫຼາຍຂຶ້ນ ຮູ້ສຶກມີອຳນາດຫຼາຍຂຶ້ນ ແລະ ຮູ້ສຶກກະຕືລືລົ້ນຫຼາຍຂຶ້ນໄດ້.
- ຖ່າຍເຊວຟີ (Selfie) ຕົນເອງແດ່:
ການຖ່າຍເຊວຟີພ້ອມກັບຮອຍຍິ້ມ ທີ່ສາມາດເຮັດໃຫ້ຕົນເອງຍິ້ມໄດ້ ແລະ ໃຜກໍຕາມທີ່ເຫັນຮູບຂອງເຈົ້າກໍຍິ້ມຕາມໄດ້ ຈະສົ່ງຜົນຕໍ່ລະດັບ self-esteem ແລະ ສ້າງຄວາມໝັ້ນໃຈທີ່ຫຼາຍຂຶ້ນໄດ້.

- ເວົ້າ ຫຼື ລົມກັບຕົນເອງໃນເລື່ອງບວກໆ:
ການລົມກັບຕົວເອງດ້ວຍຄຳເວົ້າໃນແງ່ບວກນັ້ນ ໂດຍສະເພາະການເວົ້າອອກມາເປັນສຽງເຊັ່ນ: ການບອກວ່າ “ເຈົ້າເຮັດໄດ້ດີແລ້ວມື້ນີ້ນະ!” “ເຈົ້າເຮັດໄດ້ຢູ່ແລ້ວ” ການໃຫ້ກຳລັງໃຈຕົນເອງ ແລະ ຍ້ອງຕົນເອງຈັກຄັ້ງແດ່ ໃນທາງວິທະຍາສາດພິສູດແລ້ວວ່າມັນຊ່ວຍໃນເລື່ອງຂອງ self-esteem ທີ່ເພີ່ມຂຶ້ນໄດ້.
ພາບ: healthyplace.com, theconversation.com, healthista.com, creativewritenow.com, voiceofyouth.org
ຂອບໃຈຂໍ້ມູນຈາກ: