ດັ່ງທີ່ຫຼາຍຄົນຮັບຮູ້ ການແຜ່ລະບາດຂອງໂຄວິດ-19 ກໍເຮັດໃຫ້ມີຜູ້ຕິດເຊື້ອເພີ່ມຂຶ້ນ ແຂວງທີ່ມີຜູ້ຕິດເຊື້ອຫຼາຍກໍໄດ້ປະຕິບັດມາດຕະການຢ່າງເຂັ້ມງວດ ແລະ ນະຄອນຫຼວງວຽງຈັນ ກໍເປັນອັນດັບຕົ້ນໆກໍວ່າໄດ້ ທີ່ຍອດຜູ້ຕິດເຊື້ອຍັງຄົງເພີ່ມຂຶ້ນເລື້ອຍໆ, ທາງຄະນະສະເພາະກິດ ຫຼື ພາກສ່ວນທີ່ກ່ຽວຂ້ອງ ຈຶ່ງໄດ້ກະກຽມອຸປະກອນ ແລະ ໂຮງໝໍພາກສະໜາມ.
ໂຮງໝໍພາກສະໜາມ ສະໜາມກິລາແຫ່ງຊາດຫຼັກ 16 ກໍເປັນສູນກັກຕົວແຫ່ງໜຶ່ງທີ່ກຳລັງຈະສຳເລັດ ເຊິ່ງຕອນນີ້ກໍກະກຽມຄວາມພ້ອມໄດ້ 95% ແລ້ວ, ມີຕຽງນອນປະມານ 410 ຕຽງ, ແບ່ງອອກເປັນຕຶກ ຊາຍ-ຍິງ ແຍກກັນ. ຕຶກກິລາທີ່ມາເຮັດເປັນໂຮງໝໍພາກສະໜາມແມ່ນຕຶກກິລາປະເພດບານບ້ວງ-ບານສົ່ງ ແຕ່ລະຕຶກກໍຈະມີຄວາມພ້ອມທັງລະບົບໄຟຟ້າ, ລະບົບນ້ຳປະປາ, ມີຫ້ອງນ້ຳທີ່ອຳນວຍຄວາມສະດວກ, ມີອາຫານການກິນຟຣີ.
ນອກຈາກນີ້ ກໍຍັງມີລະບົບກ້ອງວົງຈອນປິດ ເພື່ອເປັນການຕິດຕາມຄົນເຈັບຖ້າຫາກມີແນວສຸກເສີນ ໃນລະບົບການຈັດຕັ້ງບໍລິຫານຈັດການ ກໍໄດ້ມອບໃຫ້ເຈົ້າໜ້າທີ່ແບ່ງເປັນໜ່ວຍ ຢ່າງມີລະບົບລະບຽບ.
ຂອບໃຈຂໍ້ມູນ ແລະ ຮູບພາບຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/