ຫຼັງຈາກຄວາມຮືຮາ ໃນເດືອນ ເມສາ ທີ່ຜ່ານມາ ກັບຂ່າວ ຂອງ Elon Musk ເສດຖີອັນດັບຕົ້ນໆຂອງໂລກ ທີ່ປະກາດຊື້ ແພລັດຟອມ Social Media ຍອດນິຍົມຢ່າງ Twitter ດ້ວຍມູນຄ່າ 4 ໝື່ນກວ່າລ້ານ ໂດລາ. ຫຼ້າສຸດ Elon Musk ໄດ້ປະກາດຜ່ານທາງ Twitter ສ່ວນຕົວວ່າ ຈະພັກການຊື້ Twitter ໄວ້ກ່ອນ ຈົນກວ່າຈະຮູ້ວ່າ ຈຳນວນບັນຊີປອມ ມີໜ້ອຍກວ່າ 5% ແທ້.

ໂດຍລາວໂພສຂໍ້ຄວາມລົງວ່າ: “ຂໍ້ຕົກລົງຂອງ Twitter ໄດ້ຖືກໂຈະຊົ່ວຄາວ. ຈົນກວ່າຂ້ອຍຈະໄດ້ຮັບລາຍລະອຽດທີ່ສາມາດຢືນຢັນໄດ້ວ່າ ຈໍານວນບັນຊີປອມ ນັ້ນມີໜ້ອຍກວ່າ 5%”.
ຂ່າວນີ້ເຮັດໃຫ້ລາຄາຮຸ້ນຂອງ Twitter ລົດລົງຫຼາຍກວ່າ 15%, ກ່ອນທີ່ຈະຂຶ້ນມາເລັກໜ້ອຍ ຫຼັງຈາກ Elon Musk ບອກວ່າ ຍັງມີຄວາມຕັ້ງໃຈ ທີ່ຈະຊື້ Twitter ຢູ່.

Elon Musk ໄດ້ຕັດສິນໃຈທີ່ຈະຍົກເວັ້ນການກວດສອບວິເຄາະສະຖານະຊັບສິນ ແລະ ໜີ້ສິນຂອງ Twitter ກ່ອນທີ່ຈະຕົກລົງເຂົ້າຊື້ ກິດຈະການ ໃນວັນທີ 25 ເມສາ ທີ່ຜ່ານມາ ເພື່ອທີ່ຈະເຮັດໃຫ້ Twitter ຍອມຮັບຂໍ້ສະເໜີຂອງລາວໃຫ້ໄວທີ່ສຸດ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/