ສຳລັບນັກທ່ອງທ່ຽວທ່ານໃດທີ່ກຳລັງວາງແຜນຈະໄປປະເທດຈີນ, ໃນຕອນນີ້ແອັບຢວນດິຈິຕອນ (e-CNY) ສໍາລັບໃຊ້ງານເງິນຢວນດິຈິຕອນຂອງປະເທດຈີນໄດ້ເພີ່ມຊ່ອງທາງໃຫ້ນັກທ່ອງທ່ຽວໃນການເຕີມເງິນເຂົ້າກະເປົາຜ່ານບັດ Mastercard ແລະ Visa ໄດ້ແລ້ວ, ໂດຍມີທາງເລືອກຄື “ຕື່ມເງິນກ່ອນແລ້ວໃຊ້ນໍາຫຼັງ”.
ເຊິ່ງການອັບເດດໃນຄັ້ງນີ້ຈະເປີດໃຫ້ໃຊ້ງານພ້ອມກັນກັບການແຂ່ງຂັນກິລາອາຊຽນເກມທີ່ກຳລັງຈັດຂຶ້ນຢູ່ປະເທດຈີນ ແລະ ເປັນໜຶ່ງໃນແຜນການທົດລອງສະກຸນເງິນດິຈິຕອນທະນາຄານກາງຂອງປະເທດຈີນ (CBDC)
ໂດຍແອັບຢວນດິຈິຕອນ (e-CNY) ນັ້ນຍັງເປັນເວີຊັນທີ່ທົດສອບການໃຊ້ງານ, ເຊິ່ງສາມາດດາວໂຫຼດ ແລະ ຕິດຕັ້ງໄດ້ທັງໃນອຸປະກອນ iOS ແລະ ຜ່ານ Google Play Store ຂອງປະເທດຈີນ. ແອັບຢວນດິຈິຕອນໃນລະບົບ iOS ເວີຊັ່ນ 1.1.1 ທີ່ໄດ້ມີການອັບເດດຫຼ້າສຸດໃນວັນທີ 22 ກັນຍາ, ໄດ້ມີການເພີ່ມຊ່ອງທາງສຳລັບການເຕີມເງິນເຂົ້າກະເປົາຂອງເຮົາຜ່ານບັດ Mastercard ແລະ Visa, ເຊິ່ງຖືກນໍາໃຊ້ໃນຫຼາຍປະເທດທົ່ວໂລກ.

ອີງຕາມຂໍ້ມູນຈາກ Yicai, ປະເທດຈີນໄດ້ເລີ່ມການທົດລອງໃນການໃຊ້ເງິນຢວນດິຈິຕອນເພື່ອໃຫ້ເປັນອີກໜຶ່ງທາງເລືອກໃນການຊໍາລະສໍາລັບຊາວຕ່າງຊາດທີ່ມາຢ້ຽມຢາມປະເທດຂອງຕົນ ແລະ ໄດ້ເປີດໃຫ້ໃຊ້ໃນລະຫວ່າງງານກິລາໂອລິມປິກລະດູໜາວທີ່ປັກກິ່ງໃນປີ 2022, ເຊິ່ງໂຄງການທົດລອງ CBDC ໄດ້ເປີດໃຫ້ນັກທ່ອງທ່ຽວໃຊ້ຊ່ອງທາງໃນການຊຳລະເງິນຢູ່ກັບຮ້ານຄ້າໃນທ້ອງຖິ່ນ.
ປັດຈຸບັນນັກທ່ອງທ່ຽວສາມາດສະໝັກບໍລິການ Digital Yuan Wallet ໂດຍໃຊ້ເບີໂທລະສັບມືຖືໃນຕ່າງປະເທດເພື່ອລົງທະບຽນ ແລະ ເປີດກະເປົາເງິນ e-CNY, ລວມທັງການຊຳລະເງິນດ້ວຍ Visa ແລະ Mastercard ໄດ້ແລ້ວ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/