ຕ້ອງຍອມຮັບວ່າເດັກນ້ອຍສະໄໝນີ້ແມ່ນຕິດການເສບສື່ຕ່າງໆ ຜ່ານເຄື່ອງໃຊ້ອີເລັກໂທຣນິກບໍ່ຈະເປັນໂທລະພາບ, ໂທລະສັບ, ຄອມພິວເຕີ ຫຼື ແທັບເລັດ ເປັນຕົ້ນ ເຊິ່ງນັ້ນເຮັດໃຫ້ຜູ້ປົກຄອງຊອກຫາກົນລະຍຸດຕ່າງໆ ມາເພື່ອເຮັດໃຫ້ລູກຂອງຕົນອອກຫ່າງຈາກເຄື່ອງໃຊ້ພວກນີ້. ເຊັ່ນດຽວກັນກັບກໍລະນີແມ່ຊາວໄທທີ່ໄດ້ຊື້ແມວມາເປັນໝູ່ລູກເພື່ອຫວັງໃຫ້ລູກຊາຍເບິ່ງໂທລະພາບໜ້ອຍລົງ ແຕ່ຜົນທີ່ໄດ້ແມ່ນທັງແມວທັງຄົນນອນເບິ່ງນຳກັນ.

ເລື່ອງລາວຊວນໃຫ້ຍິ້ມນີ້ເປັນຂອງແມ່ຊາວໄທຄົນໜຶ່ງ ທີ່ໄດ້ສັງເກດວ່າລູກຊາຍຂອງຕົນເອງໄລຍະນີ້ແມ່ນຕິດໜ້າຈໍໂທລະພາບເປັນພິເສດ ດ້ວຍເຫດນີ້ແມ່ຈຶ່ງຄິດໄອເດຍອອກວ່າ ຄວນຫາສັດລ້ຽງມາເປັນໝູ່ກັບລູກ ເພື່ອຫວັງຈະໃຫ້ລູກຂອງຕົນມາສົນໃຈໃນຕົວສັດລ້້ຽງຫຼາຍຂຶ້ນ ແມ່ເລີຍໄດ້ຮັບເອົາແມວໂຕໜຶ່ງມາໃຫ້ລູກ ແຕ່ຜົນທີ່ໄດ້ຮັບແມ່ນກົງກັນຂ້າມ ເພາະທັງແມວທັງຄົນນອນເບິ່ງໂທລະພາບພ້ອມກັນ.

ເຊິ່ງນັ້ນເຮັດໃຫ້ແມ່ ອົດບໍ່ໄດ້ທີ່ແບ່ງປັນເລື່ອງລາວທີ່ຊວນຍິ້ມໃຫ້ໝູ່ເພື່ອນໃນໂລກໂຊຊຽວຮັບຮູ້ນຳໂດຍການໂພສຮູບ ແລະ ບັນຍາຍຂໍ້ຄວາມລົງ Facebook ວ່າ
“ເຮົາຫາແມວມາໃຫ້ຢູ່ກັບລູກເພື່ອທີ່ຈະໃຫ້ລູກບໍ່ຕິດໂທລະພາບ…ຫວັງວ່າລູກຈະຫຼິ້ນກັບແມວ ແຕ່ສິ່ງທີ່ໄດ້…ຜິດພາດບ່ອນໃດ”
ຫຼັງຈາກເລື່ອງລາວຖືກເຜີຍແຜ່ອອກໄປຊາວເນັດກໍໄດ້ມາສະແດງຄໍາເຫັນຢ່າງຫຼວງຫຼາຍ ບາງຄົນກໍບອກວ່າ ແມ່ຄິດຜິດຕັ້ງແຕ່ ໃຫ້ແມວຫຼິ້ນກັບລູກແລ້ວ ເພາະແມວມັນນອນໝົດມື້ 5555 , ບາງຄົນກໍບອກວ່າແມວທີ່ເຮືອນຂອງຕົນເອງກໍແບບນີ້ເພາະນອນເບິ່ງໂທລະພາບແບບສະບາຍໆ ຫຼື ບາງຄົນກໍບອກວ່າຕອນທີ່ໄປຊື້ແມວຄົນຂາຍລືມບອກແມ່ຫວາ ແມວໂຕນີ້ມັກເບິ່ງໂທລະພາບ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment