ຖືວ່າເປັນຂ່າວດີຂອງຄົນທີ່ຢາກລອຍນ້ຳ ແຕ່ລອຍນ້ຳບໍ່ເປັນເລີຍ ເພາະວ່າໃນຕົວເຄື່ອງຈະມີປຸ່ມໃຫ້ກົດ ແລ້ວຫຼັງຈາກນັ້ນຖົງລົມທີ່ຢູ່ພາຍໃນຈະເຮັດວຽກ ແລະ ພາເຮົາລອຍຂຶ້ນໜ້ານ້ຳ!

ສາຍຄໍຊູຊີບ Ploota ເປັນອຸປະກອນທີ່ຊ່ວຍໃນການລອຍນ້ຳຢ່າງປອດໄພ ກັນການຈົມນ້ຳທີ່ມີເຊັນເຊີ້ຄວບຄຸມການຕັ້ງເວລາ ແລະ ຈະເລີ່ມໃຊ້ງານເມື່ອລົງໃນນ້ຳ ແລະ ມາພ້ອມກັບປຸ່ມກົດ Manual ທີ່ໃຊ້ວຽກຍາມໃດກໍໄດ້ ແຖມຍັງມີດີຊາຍການອອກແບບທີ່ມີຂະໜາດນ້ອຍ, ບໍ່ເຮັດໃຫ້ຮູ້ສຶກອຶດອັດ ແລະ ພົກພາໄດ້ງ່າຍອີກດ້ວຍ.

ມັນສາມາດໃຊ້ຕອນຢູ່ໃນນ້ຳ ນັ້ນໝາຍເຖິງເຮົາສາມາດໃສ່ມັນໄປລອຍນ້ຳໄດ້ ລວມໄປເຖິງໃສ່ໃນຕອນດຳນ້ຳກໍໄດ້ ແລະ ກົດປຸ່ມເມື່ອເຮົາຕ້ອງການຂຶ້ນມາໜ້ານ້ຳ ຖົງລົມຈະໂພງຂຶ້ນມາທັນທີ.

Ploota ຍັງສາມາດໃຊ້ຊ້ຳໄດ້ ເພາະວ່າຖົງລົມທີ່ຖືກກາງອອກມາແລ້ວສາມາດເກັບພັບເຂົ້າຄືນໄດ້!
ສາມາດເບິ່ງວິດີໂອເພີ່ມຕື່ມໄດ້ທີ່: https://bit.ly/39KnxiY
ທີ່ມາ: https://bit.ly/3CX30E2