ແຈ້ງເຕືອນພາຍຸໄຕ້ຝຸ່ນ ຢາກິ (YAGI)​ ປະຈໍາວັນທີ 05 ກັນຍາ 2024 ເວລາ 12:00ໂມງ

ໃນເວລາ 7:00ໂມງ ຂອງວັນທີ 05 ກັນຍາ 2024, ພາຍຸໝູນເຂດຮ້ອນ ຢາກິ (YAGI) ຫົວທີ 11 ປະຈໍາປີ 2024, ໄດ້ເພິ່ມກໍາລັງແຮງຂຶ້ນຕາມລໍາດັບກາຍເປັນ ພາຍຸ ໄຕ້ຝຸ່ນ ຢາກິ (Super Typhoon YAGI) ຍັງເຄື່ອນທີ່ ຢູ່ທາງຕອນເໜືອຂອງທະເລຈີນໃຕ້, ເຊິ່ງມີຈຸດສູນກາງໃນເສັ້ນຂະໜານທີ 19.1 ອົງສາເໜືອ ແລະ ເສັ້ນແວງທີ່ 115.7 ອົງສາຕາເວັນອອກ, ພາຍຸຫົວນີ້ ຈະເຄື່ອນທີ່ຜ່ານເກາະໄຮໜານ ໃນໄລຍະ 1 – 2 ວັນຕໍ່ໜ້ານີ້. ຈາກນັ້ນ ຈະອ່ອນກໍາລັງລົງກາຍເປັນພາຍຸດີເປຼຣຊັນຈະເຄື່ອນທີ່ຜ່ານ ພາກເໜືອຂອງ ສສ ຫວຽດນາມ ແລະ ສປປ ລາວ ຕາມລຳດັບ. ຊຶ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼຶ້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກລະດັບປານກາງ ຫາ ໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ເຊັ່ນ ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫັວນນະເຂດ ໃນໄລຍະທີ່ 6-8 ກັນຍາ 2024 ນີ້.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນແຕ່ລະພາກ ລວມທັງນະຄອນຫຼວງວຽງຈັນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມື ຕໍ່ສະພາບຝົນຕົກໜັກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຊຸ, ນໍ້າຖ້ວມຍື່ງ ແລະ ນໍ້າຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

อาจเป็นรูปภาพของ แผนที่ และ ข้อความ