ແຄເມີຣູນ ເປັນຊາດທຳອິດຂອງໂລກ! ທີ່ສັກວັກຊີນຕ້ານມາລາເຣຍ ເປັນວັກຊີນພື້ນຖານ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ແຄເມີຣູນ ກາຍເປັນປະເທດທຳອິດຂອງໂລກ ທີ່ເລີ່ມສັກວັກຊີນຕ້ານມາລາເຣຍ ເປັນວັກຊີນພື້ນຖານທີ່ທຸກຄົນຄວນໄດ້ຮັບ ອັນເນື່ອງເປັນສ່ວນໜຶ່ງຂອງໂຄງການເພື່ອຊ່ວຍເຫຼືອເດັກນ້ອຍ ຫຼາຍພັນຄົນທົ່ວອາເມຣິກາ ຈາກເຊື້ອມາລາເຣຍ ທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 600,000 ຄົນຕໍ່ປີ.

ໂດຍທາງການຂອງປະເທດ ແຄເມີຣູນ ໄດ້ອະນຸມັດໃຫ້ເດັກນ້ອຍອາຍຸບໍ່ເກີນ 6 ເດືອນທຸກຄົນສາມາດຮັບວັກຊີນຕ້ານໂຣກມາລາເຣຍຊະນິດ RTS,S ໂດຍບໍ່ມີຄ່າໃຊ້ຈ່າຍໃດໆ ພ້ອມກັບຮັບວັກຊີນທັງໝົດ 4 ໂດສ ຜົນວິໄຈວັກຊີນຍັງຊີ້ໃຫ້ເຫັນວ່າ ວັກຊີນນີ້ສາມາດຫຼຸດຈຳນວນຄົນເຈັບໄດ້ຢ່າງໜ້ອຍ 36% ໝາຍຄວາມວ່າ ມັນສາມາດຊ່ວຍຊີວິດຜູ້ຕິດເຊື້ອໄດ້ຫຼາຍກວ່າ 1 ໃນ 3.

ເຖິງແມ່ນວ່າການສັກວັກຊີນຈະເປັນເລື່ອງທີ່ໜ້າຍິນດີ ແລະ ຊ່ວຍຊີວິດຄົນ ແຕ່ອັດຕາຂ້ອນຂ້າງໜ້ອຍ ໝາຍຄວາມວ່າວັກຊີນຕົວນີ້ຍັງບໍ່ແມ່ນລູກປືນປາບມາລາເຣຍ ແຕ່ຢ່າງໃດກໍຕາມ ສຳລັບບຸກຄະລາກອນທາງການແພດ ການມີເຄື່ອງມືຕໍ່ສູ້ກັບເຊື້ອມາລາເຣຍ ຍັງຖືວ່າເປັນເລື່ອງສຳຄັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/