ແຄນາດາ ຈະລະງັບຄວາມສຳພັນກັບທະນາຄານ AIIB ທີ່ນຳໂດຍຈີນ


ທາງການແຄນາດາເຜີຍວ່າ ລັດຖະບານແຄນາດາກຳລັງກຽມລະງັບຄວາມສຳພັນກັບທະນາຄານເພື່ອການລົງທຶນໂຄງສ້າງພື້ນຖານແຫ່ງອາຊີ (AIIB) ທີ່ມີສຳນັກງານໃຫຍ່ຕັ້ງຢູ່ໃນເມືອງ ປັກກິ່ງ ເມືອງຫຼວງຂອງປະເທດ ໂດຍທາງລັດຖະບານແຄນາດາ ອ້າງວ່າສະຖາບັນການເງິນລະຫວ່າງປະເທດແຫ່ງນີ້ຖືກຄອບງຳດ້ວຍລັດທິຄອມມິວນິດ.

ເມື່ອວັນທີ 14 ມິຖຸນາ 2023 ທີ່ຜ່ານມາ ທ່ານ Chrystia Freeland ລັດຖະມົນຕີການຄັງຂອງແຄນາດາກ່າວກັບຜູ້ສື່ຂ່າວວ່າ ໄດ້ສັ່ງການໃຫ້ກະຊວງເປັນຜູ້ນຳໃນການທົບທວນການມີສ່ວນກ່ຽວຂ້ອງຂອງແຄນາດາກັບທະນາຄານເພື່ອການລົງທຶນໂຄງສ້າງພື້ນຖານແຫ່ງອາຊີ (AIIB) ໃນທັນທີ ໂດຍລະບຸວ່າມີອະດີດເຈົ້າໜ້າທີ່ຂອງ AIIB ທີ່ເປັນຊາວແຄນາດາຄົນໜຶ່ງສະແດງຄວາມກັງວົນຢ່າງຕໍ່ເນື່ອງໃນການດຳເນີນການຂອງທະນາຄານ.

ຫຼາຍຝ່າຍເບິ່ງວ່າທະນາຄານ AIIB ທີ່ຕັ້ງຢູ່ໃນປະເທດຈີນ ເປັນສະຖາບັນການເງິນລະຫວ່າງປະເທດທີ່ເປັນຄູ່ແຂ່ງກັບທະນາຄານໂລກ (World Bank) ໂດຍ AIIB ກໍ່ຕັ້ງຂຶ້ນເມື່ອຕົ້ນປີ 2016. ປັດຈຸບັນມີປະເທດສະມາຊິກ 106 ປະເທດເຊິ່ງລວມ ແຄນາດາ, ຣັດເຊຍ, ຝຣັ່ງ ແລະ ສະຫາຣາຊະອານາຈັກ ແຕ່ປະເທດຍີ່ປຸ່ນ ກັບ ອາເມຣິກາບໍ່ໄດ້ເຂົ້າເປັນສະມາຊິກ AIIB ທາງດ້ານທະນາຄານ AIIB ກໍອອກມາປະຕິເສດຄຳວິຈານ ແລະ ຂໍ້ກ່າວຫາວ່າບໍ່ມີຂໍ້ມູນຄວາມເປັນຈິງ ພ້ອມທັງກ່າວວ່າ ອົງກອນພູມໃຈທີ່ມີຜູ້ແທນຈາກ 65 ປະເທດເຂົ້າປະຕິບັດງານໃນຕຳແໜ່ງສຳຄັນຕ່າງໆໃນອົງກອນ ຕະຫຼອດເວລາ 7 ປີທີ່ຜ່ານມາ.

ທ່າທີຂອງທາງການຂອງລັດຖະບານຕໍ່ກໍລະນີຂອງ AIIB ມີຂຶ້ນທ່າມກາງຄວາມສຳພັນທີ່ເຄັ່ງຕຶງກັບທາງການຈີນ ຫຼັງຈາກທີ່ທາງການແຄນາດາຈັບຕົວຜູ້ບໍລິຫານລະບັບສູງຂອງ HUAWEI ຕາມໝາຍຈັບຂອງສະຫະລັດອາເມຣິກາ ເມື່ອເດືອນທັນວາ 2018 ກ່ອນທີ່ຈີນຈະໂຕ້ກັບດ້ວຍການຈັບຊາວແຄນາດາ 2 ຄົນໃນເວລາຕໍ່ມາ ພ້ອມອ້າງວ່າພວກເຂົາມີຄວາມຜິດຖານສືບລາຊະການລັບ ສົ່ງຜົນໃຫ້ຄວາມສຳພັນຂອງທັງສອງປະເທດກຳລັງມີບັນຫາຕັ້ງແຕ່ນັ້ນເປັນຕົ້ນມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/