ແຄນາດາຕັ້ງເປົ້າຮັບຄົນຕ່າງຊາດເຂົ້າໃນປະເທດປີລະ 4-5 ແສນຄົນທຸກປີ ສາເຫດຈາກການຂາດແຄນແຮງງານ

ແຄນາດາ

ເນື່ອງຈາກແຮງງານຂາດແຄນ ມີຫຼາຍຕຳແໜ່ງທົ່ວປະເທດທີ່ຍັງວ່າງຢູ່ ເມື່ອວັນທີ 1 ພະຈິກທີ່ຜ່ານມາ ລັດຖະບານກາງແຄນາດາ ຈຶ່ງໄດ້ປະກາດແຜນຍົກລະດັບການອົບພະຍົບຂອງປີ 2023-2025 ໃໝ່ ໂດຍຕັ້ງເປົ້າຈະຮັບຊາວຕ່າງຊາດມາຕັ້ງຖິ່ນຖານໃນປະເທດປະມານ 4-5 ແສນຄົນທຸກປີ ຈົນຮອດປີ 2025.

ລັດຖະບານແຄນາດາລະບຸວ່າ ໃນ​ປີ​ກາຍ​ນີ້ ແຄນາ​ດາ ​ໄດ້​ຮັບເອົາ​ຄົນ​ຕ່າງປະ​ເທດມາຢູ່ເຖິງ 405.000 ຄົນ ​ເປັນ​ຈຳນວນ​ຫຼາຍ​ທີ່​ສຸດ ເຊິ່ງພວກ​ເຂົາ​ຢາກ​ສືບ​ຕໍ່​ດຳ​ເນີນ​ຄວາມ​ພະຍາຍາມ​ນີ້ ​ໂດຍ​ຕັ້ງ​ເປົ້າ​ໝາຍ​ໃຫ້​ມີ​ຜູ້​ຢູ່​ອາ​ໄສ​ຖາວອນ​ໃໝ່ 465.000 ຄົນ​ໃນ​ປີ 2023, 485.000 ຄົນ​ໃນ​ປີ 2024 ​ແລະ 500.000 ຄົນ​ພາຍ​ໃນ​ປີ 2025, ​ແລະ ຈະ​ພະຍາຍາມກະຈາຍຄົນໄປໃນພື້ນທີ່ຕ່າງໆໃນ​ທົ່ວ​ປະ​ເທດ​ລວມທັງ​ເມືອງ​ນ້ອຍໆ ແລະ ​ຊົນນະບົດ.

ແຄນາດາ

ເປົ້າໝາຍແມ່ນເພື່ອຊອກຫາຄົນມາທົດແທນການຂາດແຄນແຮງງານ ລວມທັງການຮັບມືກັບທ່າອ່ຽງໃນອະນາຄົດເຊັ່ນ: ການກ້າວເຂົ້າສູ່ສັງຄົມຜູ້ສູງອາຍຸ ແລະ ເງິນບໍານານທີ່ເພີ່ມຂຶ້ນ ລັດຖະບານ​ກ່າວ​ວ່າ ແຄນາດາຍິນດີຕ້ອນຮັບຄົນເຂົ້າເມືອງທີ່ມີທັກສະ ຫຼື ປະສົບການທີ່ເໝາະສົມກັບອຸດສາຫະກໍາທີ່ຂາດແຄນເຊັ່ນ: ດ້ານສາທາລະນະສຸກ, ການຜະລິດ, ການກໍ່ສ້າງ ແລະ ອາຊີບ STEM.

ແຄນາດາ

ໂດຍການ​ປະກາດ​ດັ່ງກ່າວ​ມີ​ຂຶ້ນ​ຫຼັງ​ຈາກ​ການ​ສຳ​ຫຼວດ​ສຳ​ມະ​ໂນ​ຄົວ​ປະຊາກອນໃນ​ປີ 2021 ພົບ​ວ່າ​ເກືອບ​ໜຶ່ງ​ສ່ວນ​ສີ່​ຂອງ​ປະຊາກອນທີ່​ຖືກ​ນັບ ເປັນຜູ້ອົບພະຍົບ ຫຼືມີ ສະຖານະເປັນຜູ້ຢູ່ອາໄສຖາວອນ ເຊິ່ງເປັນ​ອັດ​ຕາ​ສ່ວນ​ທີ່​ໃຫຍ່​ທີ່​ສຸດ​ນັບ​ແຕ່​ປີ 1867. ໃນຂະນະທີ່ເກືອບ 100% ຂອງແຮງງານໃໝ່ຂອງແຄນາດາໃນປັດຈຸບັນແມ່ນຄົນອົບພະຍົບ.

ແຄນາດາ

ຕໍ່ກັບ​ເລື່ອງ​ນີ້, ທ່ານ ເຊນ ຟຣາເຊີ (Sean Fraser), ລັດ​ຖະ​ມົນ​ຕີ​ການອົບພະ​ຍົບ, ຜູ້ລີ້ໄພ ​ແລະ ​ສັນ​ຊາດ, ກ່າວ​ວ່າ: “ປີ​ກາຍ​ນີ້​ພວກ​ເຮົາ​ໄດ້​ຕ້ອນ​ຮັບ​ຜູ້​ມາ​ໃໝ່​ໃນ​ປີດຽວ ເປັນຈຳນວນຫຼາຍທີ່ສຸດໃນປະຫວັດສາດຂອງພວກເຮົາ. ແຜນການຍົກລະດັບຄົນເຂົ້າເມືອງຂອງປີນີ້ຈະຊ່ວຍໃຫ້ທຸລະກິດຕ່າງໆຊອກຫາຄົນງານທີ່ເຂົາເຈົ້າຕ້ອງການໄດ້ງ່າຍຂຶ້ນ, ພາແຄນາດາໄປສູ່ເສັ້ນທາງໄລຍະຍາວຂອງພວກເຮົາເພື່ອຄວາມສໍາເລັດ ແລະ ​ມັນ​ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ປະ​ຕິ​ບັດ​ພາ​ລະ​ກິດ​ທີ່​ສໍາ​ຄັນ​ຂອງ​ພວກ​ເຮົາ​ໃນ​ການ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ຈາກ​ຄວາມ​ຮຸນ​ແຮງ, ສົງ​ຄາມ ​ແລະ​ ການ​ຂົ່ມ​ເຫັງ.”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/