ເອີ້ນໄດ້ວ່າເອົາໃຈມືໃໝ່ສາຍຕັດແຕ່ງໂດຍສະເພາະ ເມື່ອແບຣນຈໍາໜ່າຍ software ຊື່ດັງຢ່າງ Adobe ໄດ້ເຜີຍໂສມ Photoshop Elements 2023 ແລະ Premiere Elements 2023 ທີ່ມີຈຸດເດັ່ນຄືເນັ້ນຄວາມໄວແລະງ່າຍ ທັງໃນການປັບແຕ່ງພາບ ແລະ ວິດີໂອ. ພ້ອມກັນນັ້ນໂປຣແກຣມຊຸດນີ້ຈາກ Adobe ເປັນແບບຊື້ຂາດໂດຍບໍ່ໄດ້ຮ່ວມກັບ Creative Cloud ແຕ່ຢ່າງໃດ.
ແລະອີກໜຶ່ງຈຸດເດັ່ນຂອງ 2 ໂປຣແກຣມເວີຊັ່ນໃໝ່ນີ້ ຄືການນໍາ Adobe Sensei AI ມາໃຊ້ງານກ່ຽວກັບການປັບແຕ່ງຮູບພາບ, ການຈັດແຕ່ງເອງຂອງຮູບພາບ Animation ແລະເຮັດວຽກໄດ້ດີລະຫວ່າງ Photoshop ທີ່ເປັນໂປຣແກຣມແຕ່ງພາບ ແລະ Premiere ໂປຣແກຣມປັບແຕ່ງວິດີໂອ ໂດຍມີຮູບແບບທີ່ຊ່ວຍໃນການປັບແຕ່ງທີ່ໄວຂຶ້ນຫຼາຍເຖິງ 90 ຮູບແບບ ແລະຍັງມີຄວາມສາມາດໃນການບອກແນະນຳວ່າຄວນຈະແກ້ໄຂແບບໃດອີກພ້ອມ.

ພ້ອມນັ້ນ ຄວາມງ່າຍຂອງໂປຣແກຣມນີ້ແມ່ນເຮັດໄດ້ໃກ້ຄຽງກັບ Lightroom, Photoshop ແລະ Premiere Pro ເຊັ່ນການປັບແຕ່ງສີສັນຕ່າງໆ ແລະຍັງຊ່ວຍໃສ່ Effect ງ່າຍໆ ໄດ້ໂດຍອັດຕະໂນມັດ ພ້ອມກັບປັບປຸງປະສິດທິພາບການເຮັດວຽກໃຫ້ໄວຂຶ້ນ 50% ແລະ ມີຂະໜາດໂປຣແກຣມທີ່ນ້ອຍລົງ ແລະຍັງຮອງຮັບກັບຊິບ M1 ຂອງ Apple ທີ່ເຮັດວຽກໄດ້ມີປະສິດທິພາບສູງສຸດ 70% ພ້ອມກັບເຮັດວຽກໄດ້ທັງແບບ Apps ແລະ Web Brower ເຊັ່ນດຽວກັນ ໂດຍທັງ 2 ແມ່ນຈະເລີ່ມຈຳໜ່າຍທີ່ສະຫະລັດອາເມຣິກາກ່ອນ.

ສຳລັບໃຜຢາກຕໍາສາມາດເຂົ້າໄປເບິ່ງລາຍລະອຽດເພີ່ມຕື່ມ ແລະ ລາຄາໄດ້ທີ່: https://cutt.ly/fVNIBYx
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment