ເຫດຜົນທີ່ວ່າເປັນຫຍັງເຮົາຈຶ່ງບໍ່ຄວນຖອນຜົມຫງອກ ເພາະຖອນໄປມັນກໍບໍ່ໄດ້ຊ່ວຍຫຍັງ ເເຖມຍັງເຮັດໃຫ້ຜົມບາງອີກ


ຫຼາຍຄົນອາດມີຄວາມເຂົ້າໃຈຜິດກ່ຽວກັບການຖອນຜົມຫງອກເພື່ອຊ່ວຍກຳຈັດຜົມເກົ່າທີ່ເສຍ ຫຼື​ ຄວາມເຊື່ອຜິດໆທີ່ວ່າຍິ່ງຖອນ ຜົມຫງອກຈະຍິ່ງເພິ່ມຂຶ້ນ​. ເເຕ່ໃນທາງກັບກັນ, ການຖອນຜົມຫງອກສາມາດເລັ່ງໃຫ້ຂະບວນການຫຼົ່ນຂອງຜົມ ແລະ ອາດທໍາລາຍຮາກຜົມໄດ້ ເຊິ່ງອາດເຮັດໃຫ້ຜົມທີ່ຖອນນັ້ນບໍ່ປົ່ງອີກ ແລະ ອາດສົ່ງຜົນໃຫ້ຜົມບາງໃນໄລຍະຍາວ.

ຄວາມຈິງທີ່ວ່າເປັນຫຍັງເຮົາຈຶ່ງບໍ່ຄວນຖອນຜົມຫງອກ

  • ເມື່ອ​ເຮົາ​ຖອນ​ຜົມຫງອກ ​ຫາກ​ຖອນເສັ້ນ​ຜົມ ​ຫຼື ​ຂົນຢ່າງ​ວ່ອງ​ໄວ​ຈາກ​ຜິວ​ໜັງ ບໍ່ວ່າຈະເປັນສ່ວນໃດຂອງຮ່າງກາຍ ນີ້ເເມ່ນການລົບກວນຜິວໜັງເຮັດໃຫ້ຜິວໃຫ້ເເຕກ ແລະ ທຳລາຍເນື້ອເຍື່ອຜິວອ້ອມຮອບ, ເສັ້ນຜົມເສຍຫາຍອາດສົ່ງຜົນກະທົບໄປຮອດຮາກຜົມ.

ການລົບກວນຜິວໜັງແບບນີ້ອາດເຮັດໃຫ້ເປັນຂົນຄຸດ ຫຼື ຜົມຄຸດ ເພາະຫາກເນື້ອເຍື່ອຜິວເສຍຫາຍ ຜົມທີ່ເກີດຂຶ້ນມາໃໝ່ຈະບໍ່ສາມາດພົ້ນອອກມາຈາກໃຕ້ຜິວໜັງໄດ້ ໄດ້ເເຕ່ເຕີບໂຕຢູ່ພາຍໃນ ເເລະ ກາຍເປັນຜົມຄຸດໃນທີ່ສຸດ. ເຊິ່ງຂົນຄຸດນີ້ສາມາດກໍ່ໃຫ້ເກີດການລະຄາຍເຄືອງຜິວໜັງ. ສຳລັບກໍລະນີທີ່ມີຂົນຂ້ອນຂ້າງເເຂງຈະເຮັດໃຫ້ມີອາກາດອັກເສບເປັນຕຸ່ມເເດງ ເເລະ ມີອາການເຈັບຮ່ວມນຳ.

  • ໃນຂະນະທີ່ພວກເຮົາຖອນຜົມຫງອກອອກໂດຍການດຶງເເບບຮຸນແຮງ ອາດຈະເຮັດໃຫ້ເກີດຄວາມເສຍຫາຍຕໍ່ໜັງຫົວ ແລະ ຮາກຜົມ. ຖ້າພວກເຮົາຖອນ ຫຼື ດຶງ ຜົມຫງອກຢ່າງຕໍ່ເນື່ອງ, ຄວາມເຈັບປວດທີ່ເກີດຂຶ້ນກັບໜັງຫົວສາມາດເຮັດໃຫ້ຜົມບາງ, ຍາວຊ້າ ຫຼື ບໍ່ມີຜົມງອກຂຶ້ນມາໃໝ່ເລີຍກໍເປັນໄດ້.
  • ການຖອນຜົມຫງອກ ບໍ່ກໍ່ໃຫ້ເກີດປະໂຫຍດອັນໃດ ນອກເໜືອຈາກການແກ້ໄຂບັນຫາພຽງແຕ່ຊົ່ວຄາວເທົ່ານັ້ນ. ເພາະ​ວ່າ​ຫຼັງ​ຈາກ​ທີ່​ພວກ​ເຮົາ​ຈັດ​ການ​ເພື່ອ​ດຶງ​ຖອນມັນອອກເເລ້ວ​ ວົງຈອນຂອງຮາກຜົມຈະຟື້ນຟູຕົວມັນເອງ ແລະ ເສັ້ນຜົມທີ່ເກີດໃໝ່ກໍຈະຂຶ້ນມາເເທນທີ່ຈຸດເກົ່າ ໂດຍຍັງເປັນຜົມຂາວຄືເກົ່າ

ເນື່ອງຈາກວ່າຈຸລັງເມັດສີໃນຮາກຜົມຕາຍ ຜົມ​ທີ່​ເກີດ​ມາ​ຈຶ່ງ​ຂາດ​ສີ​ສັນຂອງຜົມເດີມ​ທີ່​ເຮົາ​ມີ. ເຮັດໃຫ້ແທນທີ່ຈະເປັນສີດໍາ, ສີນໍ້າຕານ, ກັບກາຍເປັນຜົມຫງອກ, ຜົມຂາວໂດຍບໍ່ມີວັນກັບມາເປັນສີຜົມເດີມ.

ດັ່ງນັ້ນ, ວິທີປ້ອງກັນຜົມຫງອກກ່ອນໄວອັນຄວນກໍຄືການຫຼີກເວັ້ນປັດໄຈທີ່ເຮັດໃຫ້ສ່ຽງຕໍ່ຜົມຂາວເຊັ່ນ ງົດການສູບຢາ, ກິນອາຫານໃຫ້ຄົບຖ້ວນ, ນອນຫຼັບພັກຜ່ອນໃຫ້ພຽງພໍ, ຈັດການຄວາມຄຽດ ເນື່ອງຈາກວ່າຄວາມຄຽດ ເປັນເຫດຜົນໜຶ່ງທີ່ສາມາດເລັ່ງຂະບວນການຂອງການເສື່ອມສະພາບຂອງເມັດສີໃນຜົມ, ພຽງເທົ່ານີ້ພວກເຮົາກໍສາມາດລົດຄວາມໄວຂອງງການມີຜົມຫງອກໄດ້ເເລ້ວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/