ຫຼາຍຄົນອາດມີຄວາມເຂົ້າໃຈຜິດກ່ຽວກັບການຖອນຜົມຫງອກເພື່ອຊ່ວຍກຳຈັດຜົມເກົ່າທີ່ເສຍ ຫຼື ຄວາມເຊື່ອຜິດໆທີ່ວ່າຍິ່ງຖອນ ຜົມຫງອກຈະຍິ່ງເພິ່ມຂຶ້ນ. ເເຕ່ໃນທາງກັບກັນ, ການຖອນຜົມຫງອກສາມາດເລັ່ງໃຫ້ຂະບວນການຫຼົ່ນຂອງຜົມ ແລະ ອາດທໍາລາຍຮາກຜົມໄດ້ ເຊິ່ງອາດເຮັດໃຫ້ຜົມທີ່ຖອນນັ້ນບໍ່ປົ່ງອີກ ແລະ ອາດສົ່ງຜົນໃຫ້ຜົມບາງໃນໄລຍະຍາວ.

ຄວາມຈິງທີ່ວ່າເປັນຫຍັງເຮົາຈຶ່ງບໍ່ຄວນຖອນຜົມຫງອກ
- ເມື່ອເຮົາຖອນຜົມຫງອກ ຫາກຖອນເສັ້ນຜົມ ຫຼື ຂົນຢ່າງວ່ອງໄວຈາກຜິວໜັງ ບໍ່ວ່າຈະເປັນສ່ວນໃດຂອງຮ່າງກາຍ ນີ້ເເມ່ນການລົບກວນຜິວໜັງເຮັດໃຫ້ຜິວໃຫ້ເເຕກ ແລະ ທຳລາຍເນື້ອເຍື່ອຜິວອ້ອມຮອບ, ເສັ້ນຜົມເສຍຫາຍອາດສົ່ງຜົນກະທົບໄປຮອດຮາກຜົມ.
ການລົບກວນຜິວໜັງແບບນີ້ອາດເຮັດໃຫ້ເປັນຂົນຄຸດ ຫຼື ຜົມຄຸດ ເພາະຫາກເນື້ອເຍື່ອຜິວເສຍຫາຍ ຜົມທີ່ເກີດຂຶ້ນມາໃໝ່ຈະບໍ່ສາມາດພົ້ນອອກມາຈາກໃຕ້ຜິວໜັງໄດ້ ໄດ້ເເຕ່ເຕີບໂຕຢູ່ພາຍໃນ ເເລະ ກາຍເປັນຜົມຄຸດໃນທີ່ສຸດ. ເຊິ່ງຂົນຄຸດນີ້ສາມາດກໍ່ໃຫ້ເກີດການລະຄາຍເຄືອງຜິວໜັງ. ສຳລັບກໍລະນີທີ່ມີຂົນຂ້ອນຂ້າງເເຂງຈະເຮັດໃຫ້ມີອາກາດອັກເສບເປັນຕຸ່ມເເດງ ເເລະ ມີອາການເຈັບຮ່ວມນຳ.

- ໃນຂະນະທີ່ພວກເຮົາຖອນຜົມຫງອກອອກໂດຍການດຶງເເບບຮຸນແຮງ ອາດຈະເຮັດໃຫ້ເກີດຄວາມເສຍຫາຍຕໍ່ໜັງຫົວ ແລະ ຮາກຜົມ. ຖ້າພວກເຮົາຖອນ ຫຼື ດຶງ ຜົມຫງອກຢ່າງຕໍ່ເນື່ອງ, ຄວາມເຈັບປວດທີ່ເກີດຂຶ້ນກັບໜັງຫົວສາມາດເຮັດໃຫ້ຜົມບາງ, ຍາວຊ້າ ຫຼື ບໍ່ມີຜົມງອກຂຶ້ນມາໃໝ່ເລີຍກໍເປັນໄດ້.
- ການຖອນຜົມຫງອກ ບໍ່ກໍ່ໃຫ້ເກີດປະໂຫຍດອັນໃດ ນອກເໜືອຈາກການແກ້ໄຂບັນຫາພຽງແຕ່ຊົ່ວຄາວເທົ່ານັ້ນ. ເພາະວ່າຫຼັງຈາກທີ່ພວກເຮົາຈັດການເພື່ອດຶງຖອນມັນອອກເເລ້ວ ວົງຈອນຂອງຮາກຜົມຈະຟື້ນຟູຕົວມັນເອງ ແລະ ເສັ້ນຜົມທີ່ເກີດໃໝ່ກໍຈະຂຶ້ນມາເເທນທີ່ຈຸດເກົ່າ ໂດຍຍັງເປັນຜົມຂາວຄືເກົ່າ
ເນື່ອງຈາກວ່າຈຸລັງເມັດສີໃນຮາກຜົມຕາຍ ຜົມທີ່ເກີດມາຈຶ່ງຂາດສີສັນຂອງຜົມເດີມທີ່ເຮົາມີ. ເຮັດໃຫ້ແທນທີ່ຈະເປັນສີດໍາ, ສີນໍ້າຕານ, ກັບກາຍເປັນຜົມຫງອກ, ຜົມຂາວໂດຍບໍ່ມີວັນກັບມາເປັນສີຜົມເດີມ.
ດັ່ງນັ້ນ, ວິທີປ້ອງກັນຜົມຫງອກກ່ອນໄວອັນຄວນກໍຄືການຫຼີກເວັ້ນປັດໄຈທີ່ເຮັດໃຫ້ສ່ຽງຕໍ່ຜົມຂາວເຊັ່ນ ງົດການສູບຢາ, ກິນອາຫານໃຫ້ຄົບຖ້ວນ, ນອນຫຼັບພັກຜ່ອນໃຫ້ພຽງພໍ, ຈັດການຄວາມຄຽດ ເນື່ອງຈາກວ່າຄວາມຄຽດ ເປັນເຫດຜົນໜຶ່ງທີ່ສາມາດເລັ່ງຂະບວນການຂອງການເສື່ອມສະພາບຂອງເມັດສີໃນຜົມ, ພຽງເທົ່ານີ້ພວກເຮົາກໍສາມາດລົດຄວາມໄວຂອງງການມີຜົມຫງອກໄດ້ເເລ້ວ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/