ເຜີຍຮູບພາບຂອງພາຍຸໄຕ້ຝຸ່ນ “ນັນມາດອລ” ພາຍຸທີ່ເຮັດໃຫ້ຍີ່ປຸ່ນຕ້ອງສັ່ງເລັ່ງອົບພະຍົບປະຊາກອນ 4 ລ້ານຄົນ

ພາຍຸໄຕ້ຝຸ່ນ

ພາຍຸໄຕ້ຝຸ່ນ

ມື້ວານນີ້ (18 ກັນຍາ) Bob Hines ນັກບິນອະວະກາດຊາວອາເມຣິກາທີ່ປະຈໍາການຢູ່ເທິງສະຖານີອະວະກາດນານາຊາດ (ISS) ໄດ້ປ່ອຍຮູບພາບສຸດແຈ້ງຂອງ “ຕາພາຍຸໄຕ້ຝຸ່ນນັນມາດອລ (Nan Madol)” ຂະນະທີ່ມັນຍັງມີຄວາມຮຸນແຮງທີ່ຢູ່ໃນລະດັບຊຸບເປີ້ໄຕ້ຝຸ່ນ ໂດຍ Bob ໄດ້ບັນທຶກຮູບພາບດັ່ງໄວ້ຂະນະທີ່ສະຖານີອະວະກາດນານາຊາດໂຄຈອນມາເຖິງພິກັດທີ່ພາຍຸກໍາລັງເຄື່ອນຕົວ.

ພາຍຸໄຕ້ຝຸ່ນ

“ບໍ່ໜ້າເຊື່ອວ່າສິ່ງທີ່ເບິ່ງຄືສວຍງາມຈາກອະວະກາດ ຈະສາມາດສ້າງຄວາມຢ້ານກົວໃຫ້ກັບໂລກນີ້ໄດ້ ຂໍໃຫ້ຜູ້ຄົນທີ່ຢູ່ໃນເສັ້ນທາງພາຍຸໄຕ້ຝຸ່ນນັນມາດອລປອດໄພ” Bob ກ່າວ.

ພາຍຸໄຕ້ຝຸ່ນ

ເຊິ່ງໃນພາບຈະສະແດງໃຫ້ເຫັນເຖິງຕາພາຍຸນັນມາດອລ ຂະນະທີ່ມັນຍັງມີຄວາມຮຸນແຮງທີ່ລະດັບຊຸບເປີ້ໄຕ້ຝຸ່ນ ເຊິ່ງຖືວ່າເປັນພາຍຸໝາຍເລກ 14 ຂອງລະດູການ ເປັນພາຍຸທີ່ມີຄວາມຮຸນແຮງທີ່ສຸດ ແລະ ພາຍຸກໍກໍາລັງພັດສ້າງຄວາມເສຍຫາຍເຂົ້າທາງຕອນໃຕ້ຂອງຢີ່ປຸ່ນ. ທາງດ້ານສຳນັກງານກົມອຸຕຸນິຍົມວິທະຍາຍີ່ປຸ່ນກໍຈັດໃຫ້ພາຍຸນີ້ຢູ່ໃນປະເພດ “ພາຍຸທີ່ມີກໍາລັງຮຸນແຮງ” ແລະ ຄາດວ່າຈະມີຄວາມໄວລົມສູງສຸດເຖິງ 270 ກິໂລແມັດຕໍ່ຊົ່ວໂມງ.

ພາຍຸໄຕ້ຝຸ່ນ

ເຊິ່ງຕອນແລງຂອງວັນທີ 18 ກັນຍາ 2022 ພາຍຸໄຕ້ຝຸ່ນນັນມາດອລ ທີ່ມີຄວາມແຮງລົມກວ່າ 180 ກິໂລແມັດຕໍ່ຊົ່ວໂມງ ກໍໄດ້ພັດຂຶ້ນຝັ່ງໃກ້ກັບແຂວງ ຄາໂກຊິມະ ທາງຕາເວັນອອກສຽງໃຕ້ຂອງຢີ່ປຸ່ນ ໃນສ່ວນຂອງສຳນັກງານອຸຕຸນິຍົມວິທະຍາຂອງຢີ່ປຸ່ນ (Japan’s Meteorological Agency: JMA) ໄດ້ອອກມາເຕືອນເຖິງຜົນກະທົບຈາກອິດທິພົນຂອງພາຍຸນີ້ ໂດຍມັນຈະກໍ່ໃຫ້ເກີດຝົນຕົກໜັກຕະຫຼອດຄືນ ແລະ ຄາດວ່າໃນບາງພື້ນທີ່ອາດມີປະລິມານຝົນຕົກເຖິງ 500 ມິນລິແມັດ ຫຼື ກວ່າ 20 ນິ້ວ.

ນອກຈາກນີ້ ຍັງຄາດວ່າຈະເກີດ ຄື້ນພາຍຸຊັດເຂົ້າຊາຍຝັ່ງໃນຫຼາຍພື້ນຂອງຢີ່ປຸ່ນ ລວມເຖິງເກີດລົມທີ່ພັດແຮງເຊິ່ງນັ້ນອາດເຮັດໃຫ້ບ້ານເຮືອນປະຊາຊົນໄດ້ຮັບຄວາມເສຍຫາຍ ຫຼື ມ້າງເພລົງມາ ແລະ ອາດເກີດນ້ຳຖ້ວມ ດິນເຈື່ອນໃນຫຼາຍຈຸດ.

ພາຍຸໄຕ້ຝຸ່ນ

ຢ່າງໃດກໍດີ ເບື້ອງຕົ້ນທາງການໄດ້ປະກາດເຕືອນໃຫ້ປະຊາຊົນໃນພື້ນທີ່ສ່ຽງ ຈໍານວນກວ່າ 4 ລ້ານຄົນໃຫ້ເລັ່ງອົບພະຍົບອອກຈາກບ້ານເຮືອນ ຫຼື ຫາບ່ອນຫຼົບໄພເພື່ອຄວາມປອດໄພ. ພ້ອມນີ້ຫຼາຍສາຍການບິນຍັງໄດ້ປະກາດຍົກເລີກຖ້ຽວບິນຈໍານວນຫຼາຍຮ້ອຍຖ້ຽວ ເຊັ່ນດຽວກັນກັບຂະບວນລົດໄຟ ແລະ ເຮືອໂດຍສານທີ່ຢູ່ໃນເຂດສ່ຽງ ແມ່ນໄດ້ລະງັບການເດີນທາງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply