ຫ້ອງການຊາວໜຸ່ມ ອອກໜັງສືແຈ້ງການເປີດຮັບສະໝັກ ຊາວໜຸ່ມລາວ ເຂົ້າຮ່ວມກອງປະຊຸມຊາວໜຸ່ມທາງໄກ ພາຍໃຕ້ໂຄງການຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ ປະຈຳປີ 2022 ໃນຫົວຂໍ້: ສິ່ງທີ່ຊາວໜຸ່ມສາມາດເຮັດໄດ້ໃນຍຸກສະໄໝໃໝ່ຂອງການຮ່ວມມືພາຍໃຕ້ມິດຕະພາບ ແລະ ການຮ່ວມມືຂອງອາຊຽນ ແລະ ຍີ່ປຸນ ຄົບຮອບ 50 ປີ.
ສຳລັບ ໂຄງການຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ ແມ່ນໂຄງການແລກປ່ຽນວັດທະນະທຳ, ການພັດທະນາເສດຖະກິດ-ສັງຄົມ ແລະ ການສຶກສາ ຂອງບັນດາຊາວໜຸ່ມອາຊຽນ-ຍີ່ປຸ່ນ.

ເນື່ອງຈາກມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ລັດຖະບາຍີ່ປຸ່ນຈຶ່ງໄດ້ຫັນຈັດການໂຄງການ ຈາກການເຂົ້າຮ່ວມຕົວຈິງມາເປັນການເຝິກ ແລະ ເຂົ້າຮ່ວມກິດຈະກຳສົນທະນາແບບຢູ່ເທິງເຮືອ ຫຼື Discussion Programme ແລະ ກອງປະຊຸມ ຊາວໜຸ່ມແບບທາງໄກ ເພື່ອເປີດໂອກາດໃຫ້ບັນດາຊາວໜຸ່ມອາຊຽນ ໄດ້ສືບຕໍ່ເຝິກຝົນຕົນເອງໂດຍຜ່ານກິດຈະກຳດັ່ງກ່າວ.
ໂດຍຊາວໜຸ່ມທີ່ໄດ້ເຂົ້າຮ່ວມກິດຈະກຳດັ່ງກ່າວຈະໄດ້ຮັບຜົນປະໂຫຍດທາງດ້ານການກະກຽມຄວາມພ້ອມລ່ວງໜ້າເພື່ອເສີມສ້າງຄວາມຮູ້ຄວາມສາມາດ-ທັກສະການສົນທະນາເທິງເຮືອ ເພື່ອພິຈາລະນາສະໝັກເຂົ້າຮ່ວມໂຄງການດັ່ງກ່າວໃນອະນາຄົດ.

ໂດຍເງື່ອນໄຂຂອງຜູ້ສະໝັກມີດັ່ງນີ້:
1.ເປັນພົນລະເມືອງ ແລະ ຖືສັນຊາດລາວ, ເປັນສະມາຊິກຊາວໜຸ່ມຜູ້ກ້າວໜ້າ ອາຍຸລະຫວ່າງ 18-30 ປີ
2.ສາມາດເວົ້າ, ອ່ານ, ຂຽນ ພາສາອັງກິດໄດ້ໃນລະດັບດີ
3.ມີຄວາມຮູ້ ແລະ ມີຄວາມສົນໃຈກ່ຽວກັບເສດຖະກິດ, ວັດທະນະທຳສັງຄົມ ແລະ ສາຍພົວພັນການຮ່ວມືອາຊຽນ-ຍີ່ປຸ່ນ.
4.ມີຄອມພິວເຕີເປັນຂອງຕົນເອງ ແລະ ສາມາດນຳໃຊ້ອິນເຕີເນັດໄດ້.
5.ຜູ້ເຂົ້າຮ່ວມກອງປະຊຸມຈະຕ້ອງບໍ່ເຄີຍເຂົ້າຮ່ວມໂຄງການຊາວໜຸ່ມເດີນທະເລອາຊຽນ-ຍີ່ປຸ່ນ ມາກ່ອນ. ນັບແຕ່ SSEAYP 2019 ລົງມາ ແມ່ນບໍ່ສາມາດໃຫ້ສະໝັກເຂົ້າຮ່ວມໄດ້.
ເປີດຮັບລົງທະບຽນ 20 ກັນຍາ ຫາ 29 ກັນຍາ 2022
ລາຍລະອຽດເພີ່ມຕື່ມ: https://cutt.ly/zVgrKGC
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment