ໂຮງແຮມຊື່ດັງໃນຍີ່ປຸ່ນ ຄິດຄົ້ນ “ເຂົ້າຈີ່ແຜ່ນຂອບຂາວ” ທີ່ສາມາດກິນໄດ້ໝົດທຸກສ່ວນ ແບບບໍ່ຕ້ອງຕັດຂອບຖິ້ມ

ເຂົ້າຈີ່ແຜ່ນຂອບຂາວ

“ຂອບເຂົ້າຈີ່ແຜ່ນ” ເອີ້ນໄດ້ວ່າເປັນສິ່ງທີ່ຫຼາຍໆ ຄົນບໍ່ຄ່ອຍມັກຈະກິນ ເພາະເນື່ອງດ້ວຍເນື້ອສຳຜັດທີ່ມັນແຕກຕ່າງກັນເຫຼືອເກີນຖ້າທຽບໃສ່ເນື້ອເຂົ້າຈີ່ແຜ່ນທີ່ທັງນຸ້ມ ແລະ ຫອມກວ່າເປັນຫຼາຍເທົ່າຕົວ. ດັ່ງນັ້ນໃນເວລາງານລ້ຽງ ຫຼື ງານສ້າງສັນທີ່ມີເຂົ້າຈີ່ແຜ່ນເປັນອາຫານຫຼັກ ຫຼື ແມ່ນແຕ່ໃນຄາບອາຫານປະຈຳວັນເຮົາກໍມັກຈະເຫັນເສດຂອບເຂົ້າຈີ່ແຜ່ນເຫຼືອຢູ່ເປັນເລື່ອງປົກກະຕິ ເພາະຄົນສ່ວນຫຼາຍບໍ່ມັກກິນ.

ຢ່າງໃດກໍດີ ເບິ່ງຄືວ່າຂ່າວດີຂອງຄົນມັກກິນເຂົ້າຈີ່ແຜ່ນແມ່ນມາຮອດແລ້ວ ເມື່ອໂຮງແຮມ Imperial Hotel ຂອງປະເທດຍີ່ປຸ່ນໄດ້ສ້າງສັນ ເຂົ້າຈີ່ແຜ່ນຂອບຂາວ ທີ່ມີເນື້ອສຳຜັດແຕກຕ່າງຈາກເຂົ້າຈີ່ແຜ່ນປົກກະຕິ  ເພາະຂອບຂອງມັນນຸ້ມຈົນສາມາດກິນໄດ້ແບບບໍ່ຕ້ອງຖິ້ມຂອບເລີຍ.

ເຂົ້າຈີ່ແຜ່ນຂອບຂາວ

ໃນສ່ວນຂອງວິທີຄິດຄົ້ນເຂົ້າຈີ່ແຜ່ນສູດນີ້ ທາງໂຮງແຮມກ່າວວ່າ ປົກກະຕິແລ້ວເວລາຜະລິດເຂົ້າຈີ່ແຜ່ນອອກມາ ໂຮງແຮມຕ້ອງຕັດຂອບເຂົ້າຈີ່ແຜ່ນອອກເປັນຈຳນວນຫຼາຍ ແລະ ຂອບເຂົ້າຈີ່ແຜ່ນເຫຼົ່ານັ້ນກໍມັກໝົດອາຍຸໄວ ເຊິ່ງຍາກຕໍ່ການທີ່ຈະນຳໄປເຮັດແນວອື່ນ.

ດ້ວຍເຫດນີ້ ທາງໂຮງແຮມຈຶ່ງຄິດຄົ້ນເຂົ້າຈີ່ແຜ່ນຂອບຂາວນີ້ຂຶ້ນມາ ເພື່ອໃຫ້ຄົນສາມາດກິນເຂົ້າຈີ່ແຜ່ນໄດ້ໝົດທຸກສ່ວນແບບບໍ່ຕ້ອງໃຫ້ມີເສດເຫຼືອເລີຍ.

ເຂົ້າຈີ່ແຜ່ນຂອບຂາວ

ທັງນີ້ ທາງໂຮງແຮມລະບຸວ່າເຂົ້າຈີ່ແຜ່ນຂອບຂາວ ຈະເລີ່ມທົດລອງການວາງຂາຍໃນຕົ້ນເດືອນຕຸລາ 2022 ນີ້ ທີ່ຮ້ານເບເກີຣີ່ ໃນໂຮງແຮມເບິ່ງກ່ອນ ແລະ ຖ້າມັນໄດ້ຮັບຄວາມນິຍົມ ທາງໂຮງແຮມກໍມີແຜນຜະລິດໃຫ້ມີຈຳນວນຫຼາຍຂຶ້ນເພື່ອກະຈາຍໄປຂາຍໃນພື້ນທີ່ອື່ນໆ.

ເຫັນແບບນີ້ແລ້ວ ຄົນບໍ່ມັກກິນຂອບເຂົ້າຈີ່ແຜ່ນ ຄືຈະຖືກໃຈກັບເຂົ້າຈີ່ແຜ່ນແບບໃໝ່ ທີ່ກິນໄດ້ໝົດທັງຂອບ.

ແລະໝູ່ເພື່ອນເດເປັນສາຍໃດ ມັກກິນຂອບ ຫຼື ບໍ່ມັກກິນຂອບ?

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply