
ໃນຕົ້ນເດືອນກຸມພາທີ່ຜ່ານມາ ຕ້ອງບອກວ່າການປະກາດລົງຈາກຕຳແໜ່ງຂອງຜູ້ທີ່ມີອິດທິພົນທີ່ສຸດຄົນໜຶ່ງຂອງໂລກຢ່າງ “Jeff Bezos” CEO ແຫ່ງ Amazon ແລະ ໄປດຳລົງຕຳແໜ່ງປະທານຄະນະບໍລິຫານແທນ ນັ້ນກາຍເປັນຂ່າວໃຫຍ່ທີ່ສ້າງຄວາມປະຫຼາດໃຈໃຫ້ແກ່ຄົນທົ່ວໂລກ.
ໂດຍເຈຟ ໄດ້ຂຽນຈົດໝາຍຖິ້ມທ້າຍເຖິງ “ເຫຼົ່າ Amazonian” ໄວ້ວ່າ: “ເຫຼົ່າແອມາຊອນນຽນທຸກຄົນ ຂ້ອຍຕື່ນເຕັ້ນທີ່ປະກາດວ່າໃນໄຕມາດທີ 3 ນີ້ ຂ້ອຍຈະຜັນຕຳແໜ່ງມາເປັນປະທານບໍລິຫານຂອງແອມາຊອນ ແລະ ແອນດີ ເຈສຊີ ຈະມາເປັນ CEO ແທນ.

ໃນສ່ວນໜ້າທີ່ຂອງຂ້ອຍນັ້ນ ຂ້ອຍມຸ່ງເນັ້ນທີ່ຈະທຸ່ມເທແຮງກາຍແຮງໃຈຂອງຂ້ອຍໄປໃນການສ້າງສັນຜະລິດຕະພັນ ແລະ ເລີ່ມສິ່ງໃໝ່ໆ. ແອນດີ ເປັນທີ່ຮູ້ຈັກກັນດີຢູ່ແລ້ວພາຍໃນບໍລິສັດ ແລະ ລາວກໍຢູ່ບໍລິສັດແອມາຊອນຂອງພວກເຮົາ ແລະ ລາວກໍຢູ່ແອມາຊອນມາດົນພໍໆກັບຂ້ອຍເລີຍ ລາວຈະເປັນຜູ້ນຳທີ່ໂດດເດັ່ນ ຂ້ອຍໝັ້ນໃຈໃນຕົວລາວຫຼາຍ.
ການເດີນທາງນີ້ເລີ່ມຕົ້ນຂຶ້ນເມື່ອ 27 ປີກ່ອນ ຕອນນັ້ນແອມາຊອນຍັງເປັນພຽງແຕ່ແນວຄວາມຄິດ ແລະ ຍັງບໍ່ມີຊື່ ໂດຍຄຳຖາມທີ່ຂ້ອຍໄດ້ຮັບຫຼາຍທີ່ສຸດຕອນນັ້ນກໍຄື “ແມ່ນຫຍັງຄືອິນເຕີເນັດ?” ເຊິ່ງຕອນນີ້ມັນຄືພອນຈາກຟ້າທີ່ຂ້ອຍບໍ່ຕ້ອງອະທິບາຍຄຳຕອບນັ້ນແລ້ວ.
ມື້ນີ້ ເຮົາຈ້າງພະນັກງານທີ່ມີຄວາມສາມາດ ແລະ ຄວາມມຸ່ງໝັ້ນ 1.3 ພັນລ້ານຄົນ ເພື່ອໃຫ້ບໍລິການຜູ້ຄົນ ແລະ ທຸລະກິດເປັນລ້ານໆ ຈົນເຮົາໄດ້ຮັບຂະໜານນາມວ່າເປັນ “ໜຶ່ງໃນບໍລິສັດທີ່ປະສົບຄວາມສຳເລັດຫຼາຍທີ່ສຸດໃນໂລກ”

ມັນເກີດຂຶ້ນໄດ້ແນວໃດນັ້ນ ກໍຍ້ອນນະວັດຕະກຳ, ນະວັດຕະກຳຄືຮາກຖານຂອງຄວາມສຳເລັດ ພວກເຮົາເຮັດສິ່ງບ້າໆມານຳກັນຫຼາຍຢ່າງ ແລະ ເຮັດໃຫ້ມັນກາຍເປັນສິ່ງທີ່ເບິ່ງຄື ປົກກະຕິ. ພວກເຮົາບຸກເບີກການແນະນຳ (review) ຈາກລູກຄ້າ, 1-Click, ການແນະນຳສະເພາະຄົນ, ການຈັດສົ່ງທີ່ວ່ອງໄວ, ເຕັກໂນໂລຊີຮ້ານຄ້າທີ່ບໍ່ມີບ່ອນຈ່າຍເງິນໜ້າຮ້ານ, ພັນທະສັນຍາວ່າດ້ວຍສິ່ງແວດລ້ອມ, Kindle, ອາເລັກຊາ, ບ່ອນຄ້າຂາຍ (Marketplace), ໂຄງສ້າງພື້ນຖານຂອງລະບົບຄາວຄອມພິວເຕີ, ທາງເລືອກຂອງອາຊີບ ແລະ ອື່ນໆອີກຫຼວງຫຼາຍ.
ຖ້າເຈົ້າເຮັດມັນຢ່າງຖືກຕ້ອງ ບໍ່ເທົ່າໃດປີຫຼັງການຄິດຄົ້ນສິ່ງປະດິດທີ່ໜ້າຕື່ນເຕັ້ນ ສິ່ງນັ້ນຈະກາຍເປັນເລື່ອງປົກກະຕິຜູ້ຄົນຈະຫັນມາໃຊ້ມັນ ແລະ ການຫັນມາໃຊ້ນັ້ນຄືເປັນດັ່ງຄຳຊົມເຊີຍທີ່ດີທີ່ສຸດເທົ່າທີ່ນັກປະດິດຄົນໜຶ່ງຈະໄດ້ຮັບ.

ຂ້ອຍບໍ່ຮູ້ຈັກບໍລິສັດໃດເລີຍທີ່ຈະມີປະຫວັດການສ້າງສັນນະວັດຕະກຳໃໝ່ໆອອກມາໄດ້ດີເທົ່າແອມາຊອນ ແລະ ຂ້ອຍເຊື່ອວ່າເຮົານີ້ລະມີຄວາມຄິດສ້າງສັນທີ່ສຸດແລ້ວ ຂ້ອຍຫວັງວ່າພວກເຈົ້າທຸກຄົນຈະພູມໃຈກັບຄວາມສ້າງສັນຂອງເຮົາເທົ່າໆກັບຂ້ອຍ ແລະ ຂ້ອຍວ່າພວກເຈົ້າຈະພູມໃຈກັບມັນເດີ.
ໃນຂະນະທີ່ແອມາຊອນເຕີບໃຫຍ່ຂຶ້ນ ເຮົາໄດ້ຕັດສິນໃຈທີ່ຈະໃຊ້ຂະໜາດ ແລະ ຂອບເຂດຂອງເຮົາໃນການເປັນຜູ້ນຳກ່ຽວກັບບັນຫາທີ່ສຳຄັນຂອງສັງຄົມ ໂດຍ 2 ຕົວຢ່າງທີ່ເຫັນໄດ້ຊັດເຈນເລີຍກໍຄື: ຄ່າແຮງງານຂັ້ນຕຳ່ 15 ໂດລາສະຫະລັດ ແລະ ພັນທະສັນຍາວ່າດ້ວຍສິ່ງແວດລ້ອມ
ໃນ 2 ກໍລະນີນີ້ ເຮົາໄດ້ທຸ່ມເທເດີມພັນດ້ວຍຕຳແໜ່ງຜູ້ນຳຂອງເຮົາ ແລະ ເຮົາກໍຂໍໃຫ້ຜູ້ອື່ນຕາມຮອຍເຮົາມານຳກັນ ສຸດທ້າຍມັນກໍໄດ້ຜົນ, ບໍລິສັດໃຫຍ່ໆກຳລັງຕາມຮອຍເຮົາມາ ຂ້ອຍຫວັງວ່າພວກເຈົ້າຈະພູມໃຈກັບສິ່ງນີ້ຄືກັນ.

ຂ້ອຍຄົ້ນພົບຄວາມໝາຍ ແລະ ຄວາມມ່ວນໃນການເຮັດວຽກ ຂ້ອຍໄດ້ເຮັດວຽກກັບເພື່ອນຮ່ວມທີມທີ່ສະຫຼາດທີ່ສຸດ ມີຄວາມສາມາດຫຼາຍທີ່ສຸດ ໃນໄລຍະເວລາທີ່ດີທຸກຄົນມີຄວາມຖ່ອມຕົວ ໃນໄລຍະເວລາທີ່ຍາກລຳບາກ ທຸກຄົນເຂັ້ມແຂງ ແລະ ສະໜັບສະໜູນກັນ ແຖມພວກເຮົາກໍຍັງສ້າງສຽງຫົວໃຫ້ກັນສະເໝີ ມັນເປັນຄວາມສຸກທີ່ໄດ້ເຮັດວຽກກັບທີມນີ້ຫຼາຍ.
ຂ້ອຍຮູ້ສຶກຕື່ນເຕັ້ນກັບການປ່ຽນຜ່ານຄັ້ງນີ້ ມີລູກຄ້າເປັນລ້ານໆຄົນກຳລັງເພິ່ງພາອາໄສການບໍລິການຂອງເຮົາ ແລະ ພະນັກງານກວ່າລ້ານຄົນກໍເພິ່ງພາເຮົາໃນການທຳມາຫາກິນຂອງພວກເຮົາ.
ການເປັນ CEO ຂອງແອມາຊອນນັ້ນຖືເປັນຄວາມຮັບຜິດຊອບທີ່ກືນກິນເວລາ ຖ້າເຈົ້າຈະມີຄວາມຮັບຜິດຊອບທີ່ໜັກໜາແບບນີ້ມັນຍາກທີ່ຈະໃຫ້ຄວາມສົນໃຈກັບສິ່ງອື່ນໄດ້. ໃນຖານະປະທານຄະນະບໍລິຫານ ຂ້ອຍຈະຍັງໃຫ້ຄວາມສົນໃຈກັບສິ່ງອື່ນໄດ້, ໃນຖານະປະທານຄະນະບໍລິຫານຂ້ອຍຈະຍັງກ່ຽວພັນກັບຄວາມຄິດການເລີ່ມຕົ້ນທີ່ສຳຄັນຂອງແອມາຊອນ ແຕ່ກໍຍັງຈະສາມາດນຳເວລາ ແລະ ພະລັງງານຂອງຂ້ອຍໄປທີ່:
- Day1 Fund (ກອງທຶນບໍ່ສະແຫວງສາຜົນກຳໄລທີ່ຊ່ວຍເຫຼືອຄອບຄົວຄົນໄຮ້ບ້ານ,
- Bezos Earth Fund (ກອງທຶນສູ້ວິກິດໂລກຮ້ອນ),
- Blue Origin (ບໍລິສັດຍານອະວະກາດ),
- The Washington Post (ສຳນັກຂ່າວ)
- ແລະ ຄວາມມັກດ້ານອື່ນໆຂອງຂ້ອຍ

ຂ້ອຍບໍ່ເຄີຍຮູ້ສຶກມີພະລັງຫຼາຍຂະໜາດນີ້ມາກ່ອນ ມັນບໍ່ກ່ຽວກັບການວາງມື ຂ້ອຍຮູ້ສຶກມີໄຟສຸດໆ ກັບສິ່ງທີ່ອົງກອນເຫຼົ່ານີ້ຈະສາມາດສ້າງໄດ້.
ແອມາຊອນບໍ່ສາມາດຢູ່ໃນຕຳແໜ່ງທີ່ດີກວ່ານີ້ໄດ້ແລ້ວສຳລັບອະນາຄົດຂ້າງໜ້າ ເຮົາກຳລັງເດີນໜ້າດ້ວຍກຳລັງທັງໝົດທີ່ມີຄືກັບທີ່ໂລກກຳລັງຕ້ອງການໃຫ້ເຮົາເຮັດ ເຮົາມີອີກຫຼາຍຢ່າງທີ່ກຳລັງກຽມການທີ່ຈະສ້າງຄວາມປະຫຼາດໃຈໄດ້ຢ່າງຕໍ່ເນື່ອງ ເຮົາໃຫ້ບໍລິການທັງບຸກຄົນ ແລະ ອົງກອນ ເຮົາບຸກເບີກອຸດສາຫະກຳທີ່ສົມບູນເຖິງ 2 ອຸດສາຫະກຳ ລວມທັງເຄື່ອງມືຊັ້ນໃໝ່ພ້ອມ.

ເຮົາເປັນຜູ້ນຳໃນພື້ນທີ່ທີ່ກວ້າງຂວາງຕັ້ງແຕ່ລະບົບການຮຽນຮູ້ຂອງຄອມພິວເຕີໄປຈົນເຖິງການຂົນສົ່ງ ແລະ ຖ້າເກີດວ່າຄວາມຄິດເຫຼົ່າແອມາຊອນນຽນຕ້ອງການທັກສະພື້ນຖານໃໝ່ໆໃດກໍຕາມ ພວກເຮົາກໍມີຄວາມຢືດຢຸ່ນ ແລະ ຄວາມອົດທົນທີ່ຫຼາຍພໍທີ່ຈະຮຽນຮູ້ມັນ.
ຈົ່ງສ້າງສັນຕໍ່ໄປ ຈົ່ງຢ່າສິ້ນຫວັງ ຖ້າເກີດວ່າຄວາມຄິດທຳອິດນັ້ນເບິ່ງບ້າບໍ ຢ່າລືມທີ່ຈະໄປສຳຫຼວດຫຼາຍໆ ໃຫ້ຄວາມຢາກຮູ້ຢາກເຫັນເປັນເຂັມທິດຂອງເຈົ້າ ນີ້ຍັງເປັນພຽງມື້ທຳອິດເທົ່ານັ້ນ.
ເຈຟ”.
ພາບ: businessinsider.com, quartz.com, abcnews.go.com, theverge.com, thenationalnews.com
ຂອບໃຈຂໍ້ມູນຈາກ:
- https://edition.cnn.com/2021/02/02/business/jeff-bezos-letter-to-employees/
- https://www.businessinsider.com/amazon-jeff-bezos-letter-staff-employees-step-down-ceo-2021-2
- https://finance.yahoo.com/news/jeff-bezos-email-to-employees-stepping-down-as-ceo-221345244.html