ເປັນຫຍັງເທພີເສລີພາບຈຶ່ງມີສີຂຽວ?


ຖ້າເວົ້າເຖິງສັນຍາລັກຂອງສະຫະລັດອາເມຣິກາ, ຫຼາຍຄົນອາດຈະຄິດເຫັນສິ່ງນີ້ ເພາະທຸກຄົນມັກຈະເຫັນຜ່ານຫູຜ່ານຕາມາຕາມຂ່າວ ຫຼື ໃນໜັງນັ້ນກໍຄື “ເທພີເສລີພາບ” (The Statue of Liberty) ເຊິ່ງຕັ້ງເດັ່ນເປັນສະຫງ່າຢູ່ເກາະລິເບີຕີ້ ເພຶ່ອເປັນສັນຍາລັກແຫ່ງເສລີພາບ ແລະ ປະຊາທິປະໄຕ ທີ່ປະເທດຝຣັ່ງໄດ້ມອບໃຫ້ເປັນຂອງຂວັນໃຫ້ແກ່ສະຫະລັດອາເມຣິກາໃນປີ ຄ.ສ 1885 ສໍາລັບສະເຫຼີມສະຫຼອງຄົບຮອບວັນຊາດ 100 ປີ.

ຮູບປັ້ນນີ້ແມ່ນມີສ່ວນປະກອບມາຈາກທອງໜັກ 62,000 ປອນ, ເຫຼັກກ້າ 250,000 ປອນ ແລະ ຄອນກຣີດທີ່ມີນໍ້າໜັກ 54 ລ້ານປອນ ຫຼື ປະມານ 27,000 ໂຕນ. ຄວາມສູງຂອງເທພີເສລີພາບນັບຈາກຕີນຈົນຮອດຄົບເພີງ (ທີ່ບໍ່ໄລ່ຄວາມສູງຂອງຖານ) ແມ່ນປະມານ 46 ແມັດ.

ນັບຕັ້ງແຕ່ມື້ທໍາອິດຈົນຮອດທຸກມື້ນີ້, ສີຂອງຮູບປັ້ນກໍໄດ້ຮັບການປ່ຽນແປງຕາມການເວລາຈົນມາມີສີຂຽວດັ່ງທີ່ທຸກຄົນເຫັນ. ເຊື່ອວ່າຍັງມີຫຼາຍຄົນທີ່ຄຶດວ່າຮູບປັ້ນນີ້ຖືກທາດ້ວຍສີຂຽວ ແຕ່ທີ່ຈິງແລ້ວເກີດຈາກປະຕິກິລິຍາທາງເຄມີທີ່ປ່ຽນໃຫ້ເທພີເສລີພາບຕ້ອງກາຍມາເປັນສີຂຽວ.

 ເລີ່ມຈາກທໍາອິດເລີຍ, ເທພີເສລີພາບນີ້ແມ່ນມີສີຄືທອງ ຄ້າຍຄືຫຼຽນເພນນີ (Pennies); ແຕ່ເມື່ອເວລາຜ່ານໄປປະມານ 30 ປີ ຮູບປັ້ນກໍໄດ້ປ່ຽນສີກາຍມາເປັນສີຂຽວອົມຟ້າ. ສາເຫດກໍເລີ່ມຕົ້ນມາຈາກປະຕິກິລິຍາເຄມີຂອງທອງທີ່ສໍາຜັດກັບອາກາດ ລວມໄປເຖິງມົນລະພິດຕ່າງໆ ແລະ ສະພາບແວດລ້ອມ. ທອງເຊິ່ງເປັນວັດສະດຸຫລັກຂອງຮູບປັ້ນ ເມື່ອສໍາຜັດກັບອາກາດ ຫຼື ອົກຊີແຊນ ຈຶ່ງພາໃຫ້ເກີດປະຕິກິລິຍາຣີດອກສ໌ (Redox). ຖ້າໃຫ້ອະທິບາຍຕາມຫຼັກການເຄມີແມ່ນ ທອງມີການໃຫ້ເອເລັກຕົງ ແລ້ວອົກຊີແຊນມີການຮັບເອເລັກຕົງ ເກີດມີອອກຊາຍ (Oxide) ຂອງທອງ ທີ່ເອີ້ນວ່າ ຄິວໄພຣ (Cuprite) ເຊິ່ງມີລັກສະສີບົວອົມແດງ.

ຮູບຫຼຽນເພນນີຈາກ Shutterstock
ຮູບເທພີເສລີພາບຈໍາລອງຈາກ Shutterstock

ການປ່ຽນແປງເທື່ອທໍາອິດເມື່ອທອງສໍາຜັດກັບກັບອາກາດສາມາດເບິ່ງເປັນສູດເຄມີໄດ້ຄື:

2Cu + O2 Cu2O (ສີບົວອົມແດງ)

ຕໍ່ມາ, ເມື່ອ Cu2O ໄດ້ມີການສໍາຜັດກັບອາກາດມາເລື້ອຍໆຈຶ່ງສູນເສຍເອເລັກຕົງໃຫ້ອົກຊີແຊນຫຼາຍຂຶ້ນ ຈຶ່ງເກີດປະຕິກິລິຍາອອກຊາຍອີກ ເຮັດໃຫ້ກາຍເປັນເທນໂອໄຣ (Tenorite) ເຊິ່ງມີສີດໍາ

ການປ່ຽນແປງເທື່ອທີສອງເມື່ອທອງ Cu2O ສໍາຜັດກັບກັບອາກາດອີກເລີຍສາມາດເບິ່ງເປັນສູດເຄມີໄດ້ຄື:

2Cu2O + O2 4CuO (ສີດໍາ)

ເມື່ອ Cu2O ເຮັດປະຕິກິລະຍາກັບຄາບອນໄດອອກຊາຍ ແລະ ອາຍນໍ້າໃນອາກາດ ຈຶ່ງເກີດສານມາລາຊາຍ (Malachite) ແລະ ອະຊູຣາຍ (Azurite) ທີ່ມີສີຟ້າອົມຂຽວ (ໃນໄລຍະນີ້ເລີ່ມມີໂຮງງານທີ່ປ່ອຍກ໊າສກາກໂບນິກອອກມາ)

ການປ່ຽນແປງເທື່ອທີສາມ 2CuO + CO2 + H2O Cu2CO3(OH)2 (Malachite, ສີຂຽວ)

ການປ່ຽນແປງເທື່ອທີສາມ 3CuO + 2CO2 + H2O Cu3(CO3)2(OH)2 (Azurite, ສີຟ້າ)

ຊ່ວງສະຕະວັດທີ 19 ຫາຕົ້ນສະຕະວັດທີ 20, ເລີ່ມມີໂຮງງານອຸດສາຫະກໍາ ແລະ ການເຜົາໄໝ້ເຊື້ອເພີງ ທີ່ສ້າງມົນລະພິດໃນອາກາດຈໍານວນຫຼາຍ. ສິ່ງທີ່ເກີດຂຶ້ນແມ່ນມີ ຊັລເຟີໄດອອກຊາຍ (SO2) ລວມຕົວກັບອາຍນໍ້າ ກໍເກີດປະຕິກິລິຍາເຄມີທີ່ໄດ້ອອກມາເປັນ ອາຊິດຊູນຟູລິກ (H2SO4). ດັ່ງນັ້ນ ເມື່ອເທນໂອໄຣ ເຮັດປະຕິກິລິຍາກັບ ອາຊິດຊູນຟູລິກ ແລະ ອາຍນໍ້າ ຈຶ່ງໄດ້ອອກມາເປັນ ໂບຄາທາຍ (Brochantite) ທີ່ມີສີຂຽວ.

ການປ່ຽນແປງເທື່ອທີສີ່  4CuO + H2SO4 +3H2O Cu4SO4(OH)6 (Brochantite, ສີຂຽວ)

ເນື່ອງຈາກຮູບປັ້ນເທພີເສລີພາບຕັ້ງຢູ່ເທິງເກາະ ຈຶ່ງມັກໄດ້ຮັບຄຣໍລີນ (ທາດ Cl) ຈາກນໍ້າທະເລ ພາໃຫ້ເກີດສານອະທາຕາໄມ (Atacamite, Cu2Cl(OH)3) ) ເຊິ່ງເປັນສີຂຽວໝາກກອກເຄືອບຢູ່ຜິວຊັ້ນນອກຂອງຮູບປັ້ນອີກດ້ວຍ.

ຮູບຈາກ USA Today

 ວັດຖຸທີ່ຢູ່ໃນໂລກນີ້ຕ່າງກໍມີການປ່ຽນແປງໄປຕາມການເວລາ ບໍ່ວ່າຈະເປັນທັງຈາກປະຕິກິລິຍາເຄມີທີ່ເຮົາເບິ່ງເຫັນ ຫຼື ເບິ່ງບໍ່ເຫັນ. ບາງຢ່າງກໍປ່ຽນໄປຫຼາຍຈົນຄົນເຮົາຈື່ລັກສະນະເກົ່າຂອງມັນບໍ່ໄດ້ເຊັ່ນດຽວກັນກັບຮູບປັ້ນເທພີເສລີພາບນີ້ ທີ່ເຖິງວ່າຈະມີຂະໜາດໃຫຍ່ໂຕມະໂຫລານສໍ່າໃດ ແຕ່ວັນເວລາ ແລະ ທໍາມະຊາດກໍສາມາດປ່ຽນໃຫ້ສີຂອງຮູບປັ້ນປ່ຽນຈາກສີທອງເປັນສີຂຽວຢ່າງຄ່ອຍເປັນຄ່ອຍໄປໂດຍທີ່ເຮົາອາດຈະບໍ່ຮູ້ໂຕຊໍ້າ.

ນັ້ນກໍຄືການອະທິບາຍການປ່ຽນແປງສີຂອງຮູບປັ້ນເທພີເສລີພາບ ໂດຍມີຫຼັກການທາງເຄມີທີ່ຊ່ວຍໃຫ້ເຮົາເຂົ້າໃຈການປ່ຽນແປງຂອງຮູບປັ້ນນີ້.

ທີ່ມາ: ทำไมเทพีเสรีภาพจึงมีสีเขียว

 Why the statue of liberty is colored blue green?

Science on the Road: Visiting the Statue of Liberty & Chemical Reactions

ແປ ແລະ ຮວບຮວມໂດຍ: Duck_Jipjip