ເດືອນນີ້ ລັດຖະບານ ຈະສຸມໃສ່ການແກ້ໄຂເສດຖະກິດແບບເຄັ່ງຮ້ອນ


ວຽກຈຸດສຸມໃນເດືອນຕຸລາຂອງລັດຖະບານ ແມ່ນການແກ້ໄຂວຽກງານແບບເຄັ່ງຮ້ອນທາງດ້ານເສດຖະກິດ ໂດຍສະເພາະແມ່ນການແກ້ໄຂບັນຫາເງິນເຟີ້ ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ.

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2023 ໄດ້ໄຂຂຶ້ນໃນວັນທີ 28 ກັນຍາ 2023 ທີ່ຜ່ານມາ ພາຍໃຕ້ການເປັນປະທານ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ. ສຳລັບວຽກງານຈຸດສຸມເດືອນຕຸລາທີ່ຈະມາຮອດນີ້ ລັດຖະບານຈະສຸມໃສ່ປະຕິບັດບາງແຜນວຽກງານຈຸດສຸມໃນທ້າຍປີ 2023, ໃນນັ້ນ ຈະໄດ້ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ຕາມມາດຕະການ ແລະ ບັນດານິຕິກຳທີ່ລັດຖະບານໄດ້ວາງອອກໃໝ່.

ສຸມໃສ່ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດຕາມມະຕິຕົກລົງຂອງກົມມການເມືອງສູນກາງພັກ.

ສືບຕໍ່ຊຸກຍູ້ ຕິດຕາມການຈັດຕັ້ງປະຕິບັດໂຄງການລົງທຶນຕ່າງປະເທດ ທີ່ໄດ້ຮັບອະນຸມັດແລ້ວໃຫ້ດຳເນີນຕາມສັນຍາ ເພື່ອໃຫ້ສາມາດດຶງເງິນຕາຕ່າງປະເທດເຂົ້າມາຫຼາຍຂຶ້ນ ແລະ ສ້າງລາຍຮັບໃຫ້ລັດໄວຂຶ້ນ. ເລັ່ງໃຫ້ໂຄງການເປີດບັນຊີເພື່ອຊຳລະສະສາງຜ່ານລະບົບທະນາຄານ ເລັ່ງກວດກາ ແລະ ປະເມີນຄືນຢ່າງເປັນລະບົບກໍລະນີໂຄງການໃດບໍ່ມີຄວາມຄືບໜ້າ ຫຼື ມີຄວາມຄືບໜ້າຊ້າ.

ສືບຕໍ່ເອົາໃຈໃສ່ຈັດລາຍຮັບໃຫ້ໄດ້ຕາມແຜນທີ່ວາງໄວ້ ຫຼື ລື່ນແຜນ, ໃນນັ້ນສຸມໃສ່ເກັບລາຍຮັບຕາມຖານລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ຄຸ້ມຄອງການເກັບລາຍຮັບຢູ່ບັນດາດ່ານສາກົນໃຫ້ດີ ເລັ່ງການຫັນການເກັບລາຍຮັບເປັນທັນສະໄໝຢູ່ດ່ານໃຫ້ສຳເລັດ.

ສືບຕໍ່ກະກຽມຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປະຈຳປີ 2024 ໃຫ້ສຳເລັດ. ເພື່ອລາຍງານລັດຖະບານ ແລະ ສະພາແຫ່ງຊາດ ພິຈາລະນາຮັບຮອງ. ນອກນັ້ນ ໃຫ້ສຸມໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 3 ເດືອນທ້າຍປີ 2023 ໃຫ້ບັນລຸຕາມແຜນການທີ່ວາງໄວ້.

ຂໍ້ມູນຈາກ: ປະເທດລາວ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/