ເຊັນສັນຍາ ສຶກສາຄວາມເປັນໄປໄດ້ ສົ່ງເສີມ ສິນຄ້າລາວ ໄປຂາຍຢູ່ຕະຫຼາດ ສປ ຈີນ


ຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ບໍລິສັດ ຊຽງໄຮ ຈືຈືຊາງ ຈໍາກັດ ແລະ ກຸ່ມບໍລິສັດລາວ ກອນສິນ ສາກົນ ຈໍາກັດຜູ້ດຽວ ເຊັນສັນຍາ ສຶກສາຄວາມເປັນໄປໄດ້ ສົ່ງເສີມ ສິນຄ້າລາວໄປຂາຍ ຢູ່ ສປ ຈີນ.

ໂດຍພິທີເຊັນສັນຍາດັ່ງກ່າວ ມີຂຶ້ນເມື່ອບໍ່ດົນມານີ້ ໂດຍມີທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ຕາງໜ້າຈາກບໍລິສັດ ແລະ ພະນັກງານຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ບົວວັນ ວິລະວົງ ຫົວໜ້າຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ຈຸດປະສົງ ການລົງນາມຮ່ວມໃນແຜນການຮ່ວມມືຄັ້ງນີ້, ເພື່ອສຶກສາຄວາມເປັນໄປໄດ້ໃນການສົ່ງເສີມການຂາຍສິນຄ້າລາວ ໄປ ສປ ຈີນ ໂດຍສະເພາະປະເພດ ສິນຄ້າກະສິກໍາ, ກະສິກໍາປຸງແຕ່ງ, ອຸດສາຫະກໍາປຸງແຕ່ງ, ສິນຄ້າຢາພື້ນເມືອງ. ພ້ອມນີ້, ຍັງສົ່ງເສີມດ້ານວິຊາການ ແລະ ການສະໜັບສະໜູນອື່ນໆ ໂດຍລົງເລິກການຮ່ວມມືດ້ານວິຊາການ ເປັນຕົ້ນ ການສ້າງແຜນກິດຈະກໍາ, ພັດທະນາເຕັກນິກວິຊາການ, ແຜນພັດທະນາຄຸນະພາບຂອງສິນຄ້າລາວ ໃຫ້ໄດ້ມາດຕະຖານ ແລະ ສາມາດສົ່ງອອກ ສິນຄ້າລາວໄປຂາຍ ຢູ່ ສປ ຈີນ ເພື່ອກ້າວເຂົ້າສູ່ການຮ່ວມມືສ້າງຕັ້ງບໍລິສັດຮຸ້ນສ່ວນ, ພ້ອມທັງຮ່ວມມືສ້າງຕັ້ງຫ້ອງການ ແລະ ສາງກະຈາຍສິນຄ້າ ຢູ່ ສປປ ລາວ ແລະ ຮ່ວມມືດ້ານວິຊາການ ຮ່ວມກັບ ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ.

ໂອກາດນີ້, ທ່ານ ບົວວັນ ວິລະວົງ ຍັງຮຽກຮ້ອງມາຍັງທຸກພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ເຊີດຊູຄວາມເປັນເຈົ້າການຊ່ວຍເຫຼືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການຈັດຕັັງປະຕິບັດ ໂຄງການດັ່ງກ່າວ ໃຫ້ປາກົດຜົນເປັນຈິງຕາມຄາດໝາຍທີ່ວາງໄວ້.

ອີງຕາມສະຖິຕິການຄ້າຕ່າງປະເທດ ຈາກກົມການຄ້າຕ່າງປະເທດຂອງກະຊວງ ອຸດສາຫະກຳ ແລະ ການຄ້າ ເຫັນວ່າ 4 ເດືອນຕົ້ນປີ 2024 (ອັບເດດຫຼ້າສຸດ ວັນທີ 21 ເມສາ 2024) ທີ່ຜ່ານມາ ສປ ຈີນ ຖືເປັນຄູ່ຄ້າອັນດັບ 1 ຂອງ ລາວ ດ້ວຍມູນຄ່າ 2 ສົ້ນກວ່າ 1.647 ລ້ານໂດລາ ໃນນີ້ ສົ່ງອອກ 815 ລ້ານໂດລາ ແລະ ນຳເຂົ້າ 832 ລ້ານໂດລາ.

https://www.facebook.com/permalink.php?story_fbid=pfbid02rFJB5DhBpohZ1Xpyqp6P1GsRkxXSeA1MSWpmsDhzcJFaVDs7wHhuzYAUZuS3bLLol&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/