ເຊັນສັນຍາສ້າງຕັ້ງໂຮງງານ ເຫຼົ້າໂຊຈູ ຢູ່ ສປປ ລາວ ແນໃສ່ການຜະລິດພາຍໃນທົດແທນການນຳເຂົ້າ ແລະ ສົ່ງເສີມຊາວກະສິກອນພາຍໃນ


ເມື່ອບໍ່ດົນມານີ້ ບໍລິສັດແມ່ຂອງ ລາວ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ  ແລະ ໂຮງງານຜະລິດເຫຼົ້າ ມຽນຢີນ ອັນດົງໂຊຈູ ຂອງເມືອງອັນດົງ ຂອງແຂວງຢອງບົກໂດ ປະເທດ ສ.ເກົາຫຼີ ໄດ້ຮ່ວມກັນເຊັນສັນຍາ ສ້າງຕັ້ງໂຮງງານ ເຫຼົ້າໂຊຈູ ຢູ່ ສປປ ລາວ ແນໃສ່ການຜະລິດພາຍໃນທົດແທນການສົ່ງອອກ ແລະ ສົ່ງເສີມຊາວກະສິກອນພາຍໃນ.

ການເຊັນສັນຍາຄັ້ງນີ້ ລົງນາມໂດຍທ່ານ ນາງ ລັດສະໝີ ເວດສະພົງ ຜູ້ອຳນວຍການ ບໍລິສັດແມ່ຂອງ ລາວ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ  ແລະ ທ່ານ Park Chan Kwan ຜູ້ອຳນວຍການ ບໍລິສັດ ມຽນຢີນ ອັນດົງໂຊຈູ.

ປັດຈຸບັນໂຮງງານດັ່ງກ່າວ ກຳລັງຢູ່ໃນຂັ້ນຕອນການສຶກສາຂໍ້ມູນ ແລະ ອອກແບບ ຄາດວ່າຈະໃຫ້ເລີ່ມລົງມືກໍ່ສ້າງພາຍໃນປີ 2024 ເຊິ່ງສະຖານທີ່ຕັ້ງຂອງໂຮງງານແມ່ນ ຈະຕັ້ງຢູ່ບ້ານ ໜອງບຶກ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ທ່ານ ລັດສະໝີ ເວດສະພົງ ກ່າວກັບທີມງານຂອງ Lao Xperts ວ່າ: ການຮ່ວມມືກັນຄັ້ງນີ້ ແມ່ນ ແນການຜະລິດພາຍໃນ ຈຳໜ່າຍພາຍໃນ ເພື່ອທົດແທນການນຳເຂົ້າ ແລະ ຍັງສາມາດສົ່ງອອກໄປບັນດາປະເທດອ້ອມຂ້າງ ເຊັ່ນກັນ. ທ່ານ ນາງ ລັດສະໝີ ເນັ້ນຢໍ້າວ່າ ວັດຖຸດິບທີ່ຈະນຳມາໃຊ້ໃນການຜະລິດນີ້ ແມ່ນຈະພະຍາຍາມນຳໃຊ້ວັດຖຸດິບພາຍໃນໃຫ້ໄດ້ຢ່າງຕ່ຳ 90%. ເພື່ອເປັນການສົ່ງເສີມຂະແໜງການອື່ນໆ ພາຍໃນປະເທດ.

ທ່ານ ນາງ ລັດສະໝີ ກ່າວຕື່ມອີກວ່າ: “ເມື່ອສຳເລັດແລ້ວ ແນ່ນອນວ່າສົ່ງຜົນຕໍ່ການສ້າງວຽກເຮັດງານທຳບໍ່ຫຼາຍກໍໜ້ອຍ ບໍ່ວ່າບຸກຄະລາກອນທີ່ຕ້ອງປະກອບເຂົ້າໂຮງງານ ຫຼື ຜູ້ທີ່ເຮັດການຜະລິດ ທີ່ກ່ຽວຂ້ອງກັບໂຮງງານທຸກຂະແໜງການ ໂດຍສະເພາະຊາວນາ ກໍຈະໄດ້ຂາຍເຂົ້າຫຼາຍຂຶ້ນ ນັ້ນກໍຄືການສ້າງວຽກເຮັດງານທຳ ທາງອ້ອມ”.

ການເຊັນສັນຍາຄັ້ງນີ້ ຖືເປັນອີກໜຶ່ງບາດກ້າວສຳຄັນ ທີ່ຈະປະກອບສ່ວນເຂົ້າໃນການແກ້ໄຂບັນຫາເສດຖະກິດຂອງຊາດ ຜ່ານການລົງທຶນກໍ່ສ້າງໂຮງງານຜະລິດ-ປຸງແຕ່ງ ສ້າງຄວາມເຂັ້ມແຂງໃຫ້ກັບການຜະລິດພາຍໃນ ທົດແທນການນຳເຂົ້າ ແລະ ສາມາດສົ່ງອອກຂາຍຕ່າງປະເທດໄດ້.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/