ສຳນັກງານປາບປາມຢາເສບຕິດຂອງ ສະຫະລັດອາເມຣິກາ (US Drug Enforcement Administration: DEA) ຢູ່ລະຫວ່າງການສອບສວນ ຫຼັງພົບວ່າມີໂອກາດທີ່ບໍລິສັດຄ້າຢາເສບຕິດຂ້າມຊາດໄດ້ນຳກຳໄລຈາກການຄ້າຢາມາຟອກເງິນພາຍໃນແພລັດຟອມຊື້ຂາຍແລກປ່ຽນ ຄຣິບໂຕ ອັນດັບ 1 ຂອງໂລກ ຢ່າງ Binance ລວມມູນຄ່າຫຼາຍສິບລ້ານໂດລາ
ໂດຍຈາກຂໍ້ມູນເຜີຍວ່າ ບໍລິສັດຄ້າຢາເສບຕິດດັ່ງກ່າວມີການຟອກເງິນໃນ Binance ໄປແລ້ວມູນຄ່າປະມານ 15-40 ລ້ານໂດລາ. ໂດຍຈຸດເລີ່ມຕົ້ນໃນການພົບຫຼັກຖານການຟອກເງິນດັ່ງກ່າວ ແມ່ນເລີ່ມຕັ້ງແຕ່ປີ 2020 ຈາກການທີ່ DEA ກວດພົບວ່າ Carlos Fong Echavarria ມີກິດຈະກຳການຊື້-ຂາຍ ຄຣິບໂຕໃນ Binance ເປັນມູນຄ່າລວມ 4,7 ລ້ານໂດລາ ແລ້ວຍັງພົບວ່າມີບັນຊີອື່ນທີ່ຮັບເງິນຈາກບັນຊີຂອງ Carlos ອີກເພີ່ມຕື່ມ ເຊິ່ງໃນທ້າຍທີ່ສຸດໄດ້ກວດພົບວ່າ Carlos ມີຄວາມຜິດຖານຟອກເງິນ ແລະ ເປັນຕົວແທນໃນການຄ້າຢາ.

ອີກໜຶ່ງບັນຊີທີ່ມີການກ່ຽວຂ້ອງກັບ Carlos ໄດ້ມີການຊື້ຄຣິບໂຕໄປແລ້ວມູນຄ່າກວ່າ 42 ລ້ານໂດລາ ເຊິ່ງໃນຈໍານວນເງິນດັ່ງກ່າວ ປະມານ 16 ລ້ານໂດລາ ແມ່ນເງິນທີ່ໄດ້ມາຈາກການຄ້າຢາເສບຕິດ.

Matthew Price ຜູ້ອຳນວຍການຝ່າຍສືບສວນຂອງ Binance ໄດ້ເປີດເຜີຍວ່າ: ນີ້ແມ່ນຂໍ້ດີຂອງລະບົບ Block Chain ທີ່ມີຄວາມໂປ່ງໃສໃນການເຮັດທຸລະກຳ ທີ່ບັນດາຄົນຮ້າຍຈະຖິ້ມປະຫວັດທຸລະກຳທຸກຢ່າງໄວ້ໃນນີ້ຢ່າງຖາວອນ ເຊິ່ງສາມາດນຳມາໃຊ້ຕໍ່ຕ້ານບັນດາຄົນຮ້າຍໄດ້ເປັນຢ່າງດີ ເຊິ່ງທາງ Binance ເອງກໍໃຫ້ຄວາມຮ່ວມມືກັບເລື່ອງນີ້.

ຢ່າງໃດກໍຕາມ ກໍມີຂໍ້ມູນເປີດເຜີຍອອກມາວ່າ Binance ເອງກໍກຳລັງປະເຊີນກັບການຖືກຟ້ອງຮ້ອງຈາກກະຊວງຍຸຕິທຳຂອງສະຫະລັດ ຢູ່ເຊັ່ນກັນ ຈາກການທີ່ມີລາຍງານວ່າ ງົບບັນຊີຂອງບໍລິສັດ Binance ນັ້ນປຽບສະເໝືອນກ່ອງດຳ ທີ່ແມ່ນແຕ່ອະດີດຫົວໜ້າຝ່າຍບັນຊີຂອງ Binance ເອງທີ່ເຮັດວຽກມາຫຼາຍກວ່າ 3 ປີ ກໍຍັງບໍ່ສາມາດເຂົ້າເຖິງງົບບັນຊີລວມໄດ້ທັງໝົດ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/