ເຈົ້າໜ້າທີ່ຂອງອາເມຣິກາ ພົບບໍລິສັດຄ້າຢາເສບຕິດຂ້າມຊາດ ໃຊ້ Binance ເປັນແຫຼ່ງໃນການຟອກເງິນມູນຄ່າຫຼາຍສິບລ້ານໂດລາ

ອາເມຣິກາ

ສຳນັກງານປາບປາມຢາເສບຕິດຂອງ ສະຫະລັດອາເມຣິກາ (US Drug Enforcement Administration: DEA) ຢູ່ລະຫວ່າງການສອບສວນ ຫຼັງພົບວ່າມີໂອກາດທີ່ບໍລິສັດຄ້າຢາເສບຕິດຂ້າມຊາດໄດ້ນຳກຳໄລຈາກການຄ້າຢາມາຟອກເງິນພາຍໃນແພລັດຟອມຊື້ຂາຍແລກປ່ຽນ ຄຣິບໂຕ ອັນດັບ 1 ຂອງໂລກ ຢ່າງ Binance ລວມມູນຄ່າຫຼາຍສິບລ້ານໂດລາ

ໂດຍຈາກຂໍ້ມູນເຜີຍວ່າ ບໍລິສັດຄ້າຢາເສບຕິດດັ່ງກ່າວມີການຟອກເງິນໃນ Binance ໄປແລ້ວມູນຄ່າປະມານ 15-40 ລ້ານໂດລາ.​ ໂດຍຈຸດເລີ່ມຕົ້ນໃນການພົບຫຼັກຖານການຟອກເງິນດັ່ງກ່າວ ແມ່ນເລີ່ມຕັ້ງແຕ່ປີ 2020 ຈາກການທີ່ DEA ກວດພົບວ່າ Carlos Fong Echavarria ມີກິດຈະກຳການຊື້-ຂາຍ ຄຣິບໂຕໃນ Binance ເປັນມູນຄ່າລວມ 4,7 ລ້ານໂດລາ ແລ້ວຍັງພົບວ່າມີບັນຊີອື່ນທີ່ຮັບເງິນຈາກບັນຊີຂອງ Carlos ອີກເພີ່ມຕື່ມ ເຊິ່ງໃນທ້າຍທີ່ສຸດໄດ້ກວດພົບວ່າ Carlos ມີຄວາມຜິດຖານຟອກເງິນ ແລະ ເປັນຕົວແທນໃນການຄ້າຢາ.

ອາເມຣິກາ

ອີກໜຶ່ງບັນຊີທີ່ມີການກ່ຽວຂ້ອງກັບ Carlos ໄດ້ມີການຊື້ຄຣິບໂຕໄປແລ້ວມູນຄ່າກວ່າ 42 ລ້ານໂດລາ ເຊິ່ງໃນຈໍານວນເງິນດັ່ງກ່າວ ປະມານ 16 ລ້ານໂດລາ ແມ່ນເງິນທີ່ໄດ້ມາຈາກການຄ້າຢາເສບຕິດ.

ອາເມຣິກາ

Matthew Price ຜູ້ອຳນວຍການຝ່າຍສືບສວນຂອງ Binance ໄດ້ເປີດເຜີຍວ່າ: ນີ້ແມ່ນຂໍ້ດີຂອງລະບົບ Block Chain ທີ່ມີຄວາມໂປ່ງໃສໃນການເຮັດທຸລະກຳ ທີ່ບັນດາຄົນຮ້າຍຈະຖິ້ມປະຫວັດທຸລະກຳທຸກຢ່າງໄວ້ໃນນີ້ຢ່າງຖາວອນ ເຊິ່ງສາມາດນຳມາໃຊ້ຕໍ່ຕ້ານບັນດາຄົນຮ້າຍໄດ້ເປັນຢ່າງດີ ເຊິ່ງທາງ Binance ເອງກໍໃຫ້ຄວາມຮ່ວມມືກັບເລື່ອງນີ້.

ອາເມຣິກາ

ຢ່າງໃດກໍຕາມ ກໍມີຂໍ້ມູນເປີດເຜີຍອອກມາວ່າ Binance ເອງກໍກຳລັງປະເຊີນກັບການຖືກຟ້ອງຮ້ອງຈາກກະຊວງຍຸຕິທຳຂອງສະຫະລັດ ຢູ່ເຊັ່ນກັນ ຈາກການທີ່ມີລາຍງານວ່າ ງົບບັນຊີຂອງບໍລິສັດ Binance ນັ້ນປຽບສະເໝືອນກ່ອງດຳ ທີ່ແມ່ນແຕ່ອະດີດຫົວໜ້າຝ່າຍບັນຊີຂອງ Binance ເອງທີ່ເຮັດວຽກມາຫຼາຍກວ່າ 3 ປີ ກໍຍັງບໍ່ສາມາດເຂົ້າເຖິງງົບບັນຊີລວມໄດ້ທັງໝົດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/