ຕາມການລາຍງານຂອງ ໜັງສືພິມ Wall Street Journal ລະບຸວ່າ ຊາອຸດິ ອາຣາເບຍ (Saudi Arabia) ແມ່ນກຳລັງຢູ່ໃນການເຈລະຈາເພື່ອຂາຍນ້ໍາມັນໃຫ້ ສ.ປ ຈີນ ແລະ ຈະຈ່າຍເປັນເງິນຢວນແທນເງິນໂດລາ, ເຮັດໃຫ້ບັນດາປະເທດທີ່ສົ່ງອອກນ້ຳມັນ ແລະ ປະເທດທີ່ນຳເຂົ້ານ້ຳມັນລາຍໃຫຍ່ຂອງໂລກ ທີ່ຖືເງິນໂດລາຂອງອາເມຣິກາໄວ້ອາດຈະຕ້ອງສັ່ນສະເທືອນ ໃນຕະຫຼາດນ້ຳມັນໂລກ.
ປະມານ 80% ຂອງການຂາຍນ້ໍາມັນທົ່ວໂລກແມ່ນເຮັດເປັນເງິນໂດລາ, ແລະ Saudi Arabia ໄດ້ດໍາເນີນການສັນຍາຊື້ຂາຍເປັນເງິນໂດລາຕັ້ງແຕ່ປີ 1974. ດັ່ງນັ້ນ, ຖ້າຂໍ້ຕົກລົງທີ່ຈະຊື້ຂາຍກັນເປັນເງິນຢວນນີ້ສຳເລັດ ມັນຈະເຮັດໃຫ້ສະກຸນເງິນຂອງຈີນ ມີບົດບາດຫຼາຍຂຶ້ນ ແລະ ກ້າວຂຶ້ນມາທ້າທາຍອຳນາດກັບເງິນໂດລາຂອງສະຫະລັດ ໃນຕະຫຼາດການເງິນໂລກ.

ຄວາມເປັນໄປໄດ້ຂອງຂໍ້ຕົກລົງລະຫວ່າງ ຊາອຸດິ ອາຣາເບຍ ແລະ ຈີນ ມີທ່າອ່ຽງທີ່ດີຂຶ້ນເມື່ອບໍ່ດົນມານີ້, ເມື່ອພັນທະມິດຕາເວັນອອກກາງບໍ່ພໍໃຈສະຫະລັດອາເມຣິກາ ເນື່ອງຈາກລັດຖະບານໃນຍຸກຂອງປະທານາທິບໍດີ ໂຈ ໄບເດັນ (Joe Biden) ບໍ່ສະໜັບສະໜູນການແຊກແຊງໃນສົງຄາມກາງເມືອງຂອງເຢເມນ ແລະ ມີຄວາມພະຍາຍາມທີ່ຈະຟື້ນຟູຂໍ້ຕົກລົງນິວເຄຼຍຂອງອີຣ່ານ.

ໃນປີ 2020, ທ່ານ Biden ຍັງສັນຍາວ່າຈະເຮັດໃຫ້ ຊາອຸດິ ອາຣາເບຍ ກາຍເປັນຄົນທີ່ໜ້າລັງກຽດ ຈາກການຄາຕະກຳນັກຂ່າວ Amal Khashoggi ໃນປີ 2018 ທີ່ຜ່ານມາ. ນັບຕັ້ງແຕ່ໄດ້ເປັນປະທານາທິບໍດີ, ທ່ານໄດ້ກ່າວຢ່າງຈະແຈ້ງແລ້ວວ່າ ທ່ານບໍ່ໄດ້ເຫັນ ຊາອຸດິ ອາຣາເບຍ ເປັນພັນທະມິດ, ແຕ່ເປັນພຽງຄູ່ຮ່ວມມື.

ມີລາຍງານວ່າ ອົງມົງກຸດຣາຊະກຸມານຊາອຸດິ Mohammed bin Salam ໄດ້ປະຕິເສດຄຳຮຽກຮ້ອງຂອງທ່ານ Biden ເພື່ອທີ່ຈະປຶກສາຫາລືກ່ຽວກັບຢູເຄຣນ ແລະ ຊຸກຍູ້ການຜະລິດນ້ຳມັນ ທ່າມກາງການຂວໍ້າບາດຂອງຝ່າຍຕາເວັນຕົກຕໍ່ຣັດເຊຍ.
ການພົວພັນດ້ານເສດຖະກິດລະຫວ່າງ ຊາອຸດິ ອາຣາເບຍ ແລະ ອາເມຣິກາໄດ້ລົດລົງ, ນັບຕັ້ງແຕ່ອາເມຣິກາໄດ້ເພິ່ງພາອາໄສນ້ຳມັນຂອງ ຊາອຸດິ ອາຣາເບຍ ໜ້ອຍລົງໃນໄລຍະຫຼັງໆມານີ້ ຍ້ອນການຜະລິດຂີ້ເຖົ່າຢູ່ພາຍໃນປະເທດຂະຫຍາຍຕົວ.
ໃນທາງກົງກັນຂ້າມ ການນຳເຂົ້ານຳມັນຂອງຈີນໄດ້ມີການເພີ່ມຂຶ້ນໃນສາມທົດສະວັດທີ່ຜ່ານມາ ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດ. ຊາອຸດິ ອາຣາເບຍ ເປັນຜູ້ສະໜອງນ້ຳມັນດິບອັນດັບໜຶ່ງຂອງຈີນໃນປີ 2021, ໂດຍຂາຍໄດ້ 1.76 ລ້ານບາເຣນຕໍ່ມື້, ຮອງລົງມາແມ່ນ ຣັດເຊຍ 1,6 ລ້ານບາເຣນຕໍ່ມື້, ຕາມຂໍ້ມູນຈາກກົມພາສີທົ່ວໄປຂອງຈີນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/