ອີງຕາມການລາຍງານຫຼ້າສຸດຈາກ CoinShares ໄດ້ມີການເປີດເຜີຍວ່າ ກອງທຶນຜູ້ຈັດການສິນຊັບ crypto ທີ່ສໍາຄັນເຊັ່ນ BlackRock, Bitwise, Fidelity, Grayscale, ProShares ແລະ 21Shares ໄດ້ມີການໄຫຼອອກຂອງທຶນສຸດທິລວມຫຼາຍກວ່າ 500 ລ້ານໂດລາໃນອາທິດທີ່ຜ່ານມາ.

ໂດຍສະເພາະແມ່ນກອງທຶນຊື້ຂາຍ Bitcoin (GBTC) ຂອງ Grayscale ໄດ້ມີຍອດການໄຫຼອອກລວມທັງໝົດ 2.2 ຕື້ໂດລາ. ໃນຂະນະດຽວກັນ, ຍອດການໄຫຼອອກປະຈໍາວັນໄດ້ສືບຕໍ່ຫຼຸດລົງຕະຫຼອດອາທິດທີ່ຜ່ານມາ.

ການໄຫຼອອກທີ່ເຂັ້ມແຂງຂອງ GBTC ໄດ້ສວນທາງກັັບການໄຫຼເຂົ້າຈາກ ETF bitcoin ທີ່ພົ້ນເດັ່ນຂຶ້ນໃໝ່ 9 ໂຕ ເຊິ່ງມີມູນຄ່າລວມທັງໝົດ 1.8 ຕື້ໂດລາໃນອາທິດທີ່ຜ່ານມາ, ເຊິ່ງນໍາໂດຍ 744.7 ລ້ານໂດລາຈາກ IBIT ຂອງ BlackRock ແລະ 643.2 ລ້ານໂດລາຈາກ FBTC ຂອງ Fidelity. ນັບຕັ້ງແຕ່ການເປີດຕົວຂອງພວກເຂົາໃນວັນທີ 11 ມັງກອນ, ໂດຍ ETF ໃໝ່ທັງ 9 ກອງທຶນທີ່ໄດ້ລົງທະບຽນ ໂດຍມີເມັດເງິນໄຫຼເຂົ້າລວມກັນປະມານ 5.8 ຕື້ໂດລາ ແລະ GBTC ປະມານ 5 ຕື້ໂດລາໃນການໄຫຼອອກ. ສິ່ງນີ້ສົ່ງຜົນໃຫ້ມີຍອດການໄຫຼເຂົ້າສຸດທິທັງໝົດ 759.4 ລ້ານໂດລາສະຫະລັດ.
ໂດຍສາເຫດທີ່ມີເງິນຈຳນວນຫຼາຍໄຫຼອອກຈາກກອງທຶນ crypto ນັ້ນແມ່ນເກີດຈາກຄວາມຜິດຫວັງທີ່ Spot Bitcoin ETF ບໍ່ໄດ້ເປັນທີ່ນິຍົມຕາມທີ່ຜູ້ຊ່ຽວຊານຄາດໄວ້. ນີ້ແມ່ນເຫັນໄດ້ຊັດເຈນຈາກລາຄາ Bitcoin ຫຼຸດລົງຫຼາຍກ່ວາ 14% ຫຼັງຈາກກອງທຶນໄດ້ຮັບການອະນຸມັດ. ແລະການຫຼຸດລົງໃນຄັ້ງນີ້ຍັງໄດ້ສົ່ງຜົນໃຫ້ກອງທຶນ Altcoin ສ່ວນໃຫຍ່ມີເງິນທຶນໄຫຼອອກເຊັ່ນດຽວກັນ. ໃນອາທິດທີ່ຜ່ານມາ ຜະລິດຕະພັນການລົງທຶນຂອງ Ethereum ໄດ້ພົບເຫັນວ່າມີເງິນໄຫຼອອກ 39 ລ້ານໂດລາ, ໃນຂະນະທີ່ກອງທຶນ Polkadot ແລະ Chainlink ສູນເສຍເງິນທຶນກວ່າ 0.7 ລ້ານໂດລາ ແລະ 0.6 ລ້ານໂດລາ, ຕາມລໍາດັບ.
ຢ່າງໃດກໍຕາມ, ຜະລິດຕະພັນຂອງ Solana ໄດ້ສວນທາງກັບກະແສຂອງຕະຫຼາດ. ໂດຍມີເງິນທຶນໄຫຼເຂົ້າມາສູງເຖິງ 3 ລ້ານໂດລາ, ລວມທັງຫຼັກຊັບທີ່ກ່ຽວຂ້ອງກັບ blockchain ທີ່ມີເງິນທຶນໄຫຼເຂົ້າມາຕິດຕໍ່ກັນເຖິງ 10 ອາທິດ, ເຊິ່ງມີມູນຄ່າທັງໝົດຫຼາຍກວ່າ 17 ລ້ານໂດລາ.
ໃນຂະນະທີ່ຂຽນ, Bitcoin ໄດ້ມີການຊື້ຂາຍກັນຢູ່ທີ່ 43,519 ໂດລາ, ເຊິ່ງເພີ່ມຂຶ້ນ 2.90% ໃນ 24 ຊົ່ວໂມງທີ່ຜ່ານມາ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/