ເມື່ອເວົ້າເຖິງນ້ຳຕານເເລ້ວ ຫຼາຍຄົນອາດຈະຄິດເຖິງເຂົ້າໜົມອົມ, ເຄັກ, ກະເເລ້ມ ຫຼືຂອງຫວານອື່ນໆ, ນອກຈາກຂອງຫວານເຫຼົ່ານີ້ເເລ້ວ ນ້ຳຕານຍັງສາມາດພົບໄດ້ໃນເຄື່ອງດື່ມຫຼາຍຊະນິດເຊັ່ນກັນ.
ເຄື່ອງດື່ມຫຼາຍຊະນິດທີ່ພວກເຮົາຄິດວ່າດີຕໍ່ສຸຂະພາບ ເເຕ່ທີ່ຈິງແລ້ວກັບກາຍເປັນເຄື່ອງດື່ມທີ່ອາດມີນໍ້າຕານຈຳນວນຫຼາຍເປັນສ່ວນປະສົມ ເຊິ່ງບໍ່ຕ່າງຫຍັງຈາກນ້ຳອັດລົມ.
ມື້ນີ້້ເຮົາຈະມາບອກເຖິງຄ່າຂອງນ້ຳຕານໃນເຄື່ອງດື່ມເເຕ່ລະຊະນິດ ເພື່ອເປັນຂໍ້ມູນຊ່ວຍໃຫ້ທ່ານສາມາດຕັດສິນໃຈໃນການບໍລິໂພກເຄື່ອງດື່ມເຫຼົ່ານີ້.

- ນ້ຳໝາກໄມ້
ຄົນສ່ວນໃຫຍ່ຄິດວ່ານໍ້າໝາກໄມ້ເປັນເຄື່ອງດື່ມທີ່ດີຕໍ່ສຸຂະພາບ ເພາະມັນເຮັດມາຈາກໝາກໄມ້. ເຖິງເເມ່ນວ່ານ້ຳໝາກໄມ້ຈະມີກາກໃຍຢູ່ຫຼາຍ ເເຕ່ພວກມັນປະກອບດ້ວຍນໍ້າຕານຫຼາຍເຊັ່ນກັນ ແລະ ເຖິງວ່າຈະເປັນນ້ຳໝາກໄມ້ 100 ເປີເຊັນ ເເຕ່ກໍຍັງມີນ້ຳຕານປະສົມຢູ່ດີ.
ຕົວຢ່າງ : ນ້ຳໝາກອະງຸ່ນໜຶ່ງຈອກຈະມີນ້ຳຕານ 36 ກຣາມ, ນ້ຳໝາກແອັບເປິ້ນໜຶ່ງຈອກຈະມີນ້ຳຕານ 31 ກຣາມ ແລະ ນ້ຳໝາກນາວໜຶ່ງຈອກຈະມີນ້ຳຕານ 44 ກຣາມ.

- ນ້ຳໂກໂກ້ຮ້ອນ/ເຢັນ
ບໍ່ວ່າຈະເປັນນ້ຳໂກໂກ້ຮ້ອນ ຫຼື ເຢັນ ໂດຍມີສ່ວນປະສົມພຽງແຕ່ 16 ອອນສ໌ ຫຼື 1 ຈອກ, ບວກກັບວິບຄຣີມ 400 ແຄລໍຣີ ແລະ ນ້ຳຕານອີກ 43 ກຼາມ, ໃຫ້ແຄລໍຣີຫຼາຍກວ່າໂຄລາກະປ໋ອງ.

- ຊາຫວານ
ຊາສາມາດເປັນເຄື່ອງດື່ມທີ່ດີຕໍ່ສຸຂະພາບໄດ້ ຕົວຢ່າງ: ຊາດຳມີສານຕ້ານອະນຸມູນອິດສະຫຼະ ແລະ ໃຫ້ປະໂຫຍດໃນການປ້ອງກັນຫົວໃຈ ຫຼື ການຍ່ອຍອາຫານ. ແນວໃດກໍຕາມ, ຊາຫວານບາງຊະນິດອາດມີນໍ້າຕານສູງ ເພາະໃນ 1 ອາດຈະມີນໍ້າຕານຫຼາຍກວ່າ 30 ກຣາມ ເອີ້ນໄດ້ວ່າເປັນຂອງຫວານຫຼາຍກວ່າເຄື່ອງດື່ມສຸຂະພາບ.

- ນ້ຳໝາກພ້າວ
ນໍ້າຫມາກພ້າວເປັນເຄື່ອງດື່ມທີ່ນິຍົມຫຼາຍ ເນື່ອງຈາກວ່າມີວິຕາມິນ C, ໂພແທດຊຽມ ແລະອື່ນໆອີກ. ໃນນໍ້າໝາກພ້າວ 16 ອອນສ໌ ມີແຮ່ທາດທີ່ຈໍາເປັນຕໍ່ຮ່າງກາຍເຖິງ 25 ເປີເຊັນ ແຕ່ກໍມີນໍ້າຕານເຖິງ 30 ກຣາມ.

- ນ້ຳໂຢເກິດຫວານ ເເລະ Smoothies
ນ້ຳໂຢເກິດ ເເລະ Smoothies ເປັນເຄື່ອງດື່ມທີ່ດີຕໍ່ສຸຂະພາບ ເເລະ ໄດ້ຮັບຄວາມນິຍົມຫຼາຍ ເຖິງເເມ່ນວ່າຈະມີສ່ວນຊ່ວຍໃນເລື່ອງຕ່າງໆ ເເຕ່ມັນກໍປະກອບໄດ້ດ້ວຍສ່ວນປະສົມທີ່ມີນ້ຳຕານສູງເຊັ່ນກັນ. ໃນໜຶ່ງຈອກຈະມີນ້ຳຕານເຖິງ 26 – 53 ກຣາມ ແລະ ຍັງມີຂອງຫວານຫຼາຍຊະນິດປະສົມຢູ່ໃນນັ້ນ.

- ກາເຟ
ກາເຟອຸດົມສົມບູນໃນດ້ານແຄລໍຣີ ແລະ ນ້ຳຕານ ບໍ່ວ່າຈະເປັນລາເຕ້, ຄາປູຊິໂນ ເເລະອື່ນໆ ເຊິ່ງໃນໜຶ່ງຈອກຈະມີນ້ຳຕານຫຼາຍເຖິງ 35 – 67 ກຣາມ.

- ເຄື່ອງດື່ມສຳລັບນັກກິລາ ເເລະ ເພື່ອສຸຂະພາບຕ່າງໆ
ສຳລັບຜູ້ທີ່ມັກອອກກຳລັງກາຍ ເສຍເຫື່ອ ຫຼື ເພື່ອເພີ່ມວິຕາມິນທີ່ຈຳເປັນຕໍ່ຮ່າງໃນເເຕ່ລະມື້ ໂດຍໃນໜຶ່ງຕຸກຈະມີນ້ຳຕານເປັນສ່ວນປະສົມເຖິງ 30 – 50 ກຣາມ.

- ເບຍ
ເບຍປະລິມານ 8 ອອນສ໌ ມີແຄລໍຣີເຖິງ 198 ແຄລໍຣີ, ຫຼາຍກວ່ານ້ຳອັດລົມເຖິງສອງເທົ່າ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/