ເດັກປະຖົມ ປ.5 ລົງສະໝັກເປັນ ຜູ້ອຳນວຍການ ພ້ອມຍົກນະໂຍບາຍ ເພີ່ມປະລິມານອາຫານສວາຍ ໃນໂຮງຮຽນໃຫ້ຫຼາຍຂຶ້ນ


ນັກຮຽນຍິງ ປະຖົມ ປ.5 ໃນໂຮງຮຽນແຫ່ງໜຶ່ງໃນສະຫະລັດ ອາເມຣິກາ ລົງສະໝັກເປັນ ຜູ້ອຳນວຍການ ພ້ອມຍົກນະໂຍບາຍ ເພີ່ມປະລິມານອາຫານສວາຍ ໃນໂຮງຮຽນໃຫ້ຫຼາຍຂຶ້ນ ຈົນສຸດທ້າຍກໍໄດ້ຖືກໃຫ້ຂຶ້ນເປັນອຳນວຍການໂຮງຮຽນຊົ່ວຄາວ ເປັນໄລຍະເວລາ 1 ມື້.

ໂດຍເລື່ອງດັ່ງກ່າວ ເກີດຂຶ້ນເມື່ອທ້າຍເດືອນເມສາທີ່ຜ່ານມານີ້ ທີ່ໂຮງຮຽນປະຖົມ Chief Joseph Elementary School ເຊິ່ງເປັນໂຮງຮຽນປະຖົມນ້ອຍໆ ໃນລັດ ມອນທານາ ທີ່ຕັ້ງຢູ່ເໜືອສຸດຂອງ ສະຫະລັດເອເມຣິກາ. ເຊິ່ງຕົ້ນເລື່ອງມັນມີຢູ່ວ່າ ຜູ້ອຳນວຍການຄົນເກົ່າຂອງໂຮງຮຽນດັ່ງກ່າວນີ້ ໄດ້ລາອອກ ເຮັດໃຫ້ຄະນະບໍລິຫານຂອງໂຮງຮຽນ ຈຳເປັນຕ້ອງຫາຕົວແທນ ແລະ ຄະນະກຳມະການຄັດເລືອກຫາຜູ້ອຳນວຍການຄົນຕໍ່ໄປຂອງໂຮງຮຽນ.

ເຊິ່ງເລື່ອງດັ່ງກ່າວ ກໍຫຼຸດໄປຮອດຫູຂອງບັນດານັກຮຽນ ເຮັດໃຫ້ນັກຮຽນຍິງຊັ້ນປ.5 ຣຸດ ຣອສມິວເລີ (Ruth Rossmiller) ໂທໄປຫາຄະນະບໍລິຫານພ້ອມຖາມວ່າລາວສາມາດລົງສະໝັກເປັນຜູ້ອຳນວຍການໄດ້ບໍ່ ແລະ ຄຳຕອບທີ່ໄດ້ຈາກຝ່າຍບໍລິຫານກໍຄື “ບໍ່ມີກົດຂໍ້ໃດຫ້າມ” ເດັກຍິງ ກັບແມ່ຂອງລາວເລີຍຊ່ວຍກັນຂຽນແບບຟອມຈຳນວນ 10 ກວ່າໜ້າ ເພື່ອສົ່ງໄປສະໝັກເປັນຜູ້ອຳນວຍການກັບຄະນະບໍລິຫານ.

ທາງໂຮງຮຽນກໍໄດ້ຮັບແບບຟອມມາແລ້ວດຳເນີນການຕາມປົກກະຕິ ພ້ອມເອີ້ນເດັກຍິງຄົນນັ້ນມາສຳພາດ ເຊິ່ງຄຳຖາມທີ່ທາງຄະນະກຳມະການໄດ້ຖາມກັບລາວນັ້ນກໍບໍ່ແຕກຕ່າງຈາກຜູ້ສະໝັກຄົນອື່ນໆ ເຊັ່ນ: ຄຳຖາມທີ່ວ່າ ‘ຖ້າຄູທີ່ມາສອນແທນຜິດນັດແລ້ວ ຈະເຮັດແນວໃດ?’ ໄປຈົນຮອດ ‘ຈະເຮັດແນວໃດເພື່ອລົດຄວາມຂັດແຍ້ງລະຫວ່າງນາຍຄູກັບບັນດານັກຮຽນ?’ ເປັນຕົ້ນ.

ແຕ່ສິ່ງທີ່ເຮັດໃຫ້ຄະນະກຳມະການປະທັບໃຈກໍຄື ຄຳຕອບຂອງຄຳຖາມທີ່ວ່າ ‘ຖ້າໄດ້ເປັນອຳນວຍການຈະເຮັດຫຍັງເປັນສິ່ງທຳອິດ?’ ເຊິ່ງຄຳຕອບທີ່ໄດ້ກໍຄື ‘ຈະເພີ່ມປະລິມານອາຫານຕອນສວາຍທີ່ແຈກຟຣີຂອງໂຮງຮຽນ ແລະ ຈະໃຫ້ບັນດານັກຮຽນມີທາງເລືອກໃນການກິນ ທາໂກ້ ທຸກໆວັນອັງຄານ ’. ຫຼື ເວົ້າງ່າຍໆກໍຄື ເດັກປະຖົມຄົນນີ້ ຈະຂຶ້ນມາເປັນອຳນວຍການ ເພື່ອປະຕິຮູບ ການກິນອາຫານສວາຍຂອງໂຮງຮຽນນັ້ນເອງ.

ແນ່ນອນວ່າ ເດັກປະຖົມຄົນນີ້ ບໍໍ່ຜ່ານການສຳພາດ ແລະ ກໍເປັນໄປຕາມປົກກະຕິ ທີ່ຜູ້ໃຫຍ່ ເປັນຜູ້ໄດ້ຮັບເລືອກໃຫ້ເປັນອຳນວຍການ. ແຕ່ຄວາມພະຍາຍາມຂອງລາວ ເຮັດໃຫ້ຄະນະກຳມະການປະທັບໃຈ ໃນລະດັບທີ່ ສະເໜີໃຫ້ລາວຂຶ້ນເປັນອຳນວຍການຂອງໂຮງຮຽນ ເປັນໄລຍະເວລາ 1 ມື້ ກັນເລີຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/