ເຄສໂທລະສັບຮັກໂລກທີ່ເຮັດມາຈາກພືດ “Plant based” ເປັນມິດກັບສິ່ງແວດລ້ອມ ແລະ ສາມາດຍ່ອຍສະຫຼາຍໄດ້ໂດຍປາສະຈາກສານປົນເປື້ອນ


ປັດຈຸບັນ, ບັນຫາຂີ້ເຫຍື້ອທີ່ສໍາຄັນ ແລະ ຢູ່ໃກ້ຕົວເຮົາມັກຈະເປັນຂີ້ເຫຍື້ອທີ່ອັນຕະລາຍ ແລະ ກຳຈັດໄດ້ຍາກເຊັ່ນ: ໂທລະສັບ, ແທັບເລັດ, ຄອມພິວເຕີ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເສີມຕ່າງໆ ທີ່ບໍ່ໄດ້ໃຊ້ງານແລ້ວ ຫຼື ຫຼ້າສະໄໝ. ໂດຍຂີ້ເຫຍື້ອເຫຼົ່ານີ້ຈະກາຍເປັນຂີ້ເຫຍື້ອອີເລັກໂທຣນິກ ຫຼື E-Waste ເຊິ່ງຊິ້ນສ່ວນຂີ້ເຫຍື້ອເຫຼົ່ານີ້ບໍ່ສາມາດຍ່ອຍສະຫຼາຍໄດ້ເອງຕາມທຳມະຊາດ ແລະ ມີສານປະກອບທີ່ເປັນພິດ.

ໜຶ່ງໃນນັ້ນກໍຄືເຄສໂທລະສັບທີ່ມັກຈະຖືກປ່ຽນຢູ່ຕະຫຼອດເມື່ອມັນບໍ່ງາມ ສີບໍ່ສົດໃສຄືແຕ່ກ່ອນ ຫຼື ຫຼ້າສະໄໝ ເຮັດໃຫ້ມັກຈະຖືກຖິ້ມງ່າຍໆ, ຈຶ່ງກໍໃຫ້ເກີດຂີ້ເຫຍື້ອຈາກເຄສໂທລະສັບທີ່ນັບມື້ນັບເພີ່ມພູນກັນຂຶ້ນເປັນຈຳນວນຫຼາຍໃນບ່ອນຖິ້ມຂີ້ເຫຍື້ອທົ່ວໂລກ. ແຕ່ສິ່ງທີ່ໜ້າກັງວົນອີກຢ່າງກໍຄືຂີ້ເຫຍື້ອທີ່ເປັນເຄສໂທລະສັບເຫຼົ່ານີ້ບໍ່ສາມາດຍ່ອຍສະຫຼາຍໄດ້ຕາມທຳມະຊາດ ແລະ ສາມາດຢູ່ໄດ້ເຖິງເປັນຫຼາຍໆຮ້ອຍປີ.

ໃນມື້ນີ້ເຮົາຈະມາແນະນຳ ເຄສໂທລະສັບຮັກໂລກທີ່ເຮົາສາມາດຖິ້ມ ແລະ ປ່ຽນໃໝ່ໄດ້ຕະຫຼອດເວລາ ໂດຍບໍ່ຕ້ອງກັງວົນວ່າມັນຈະກາຍເປັນຂີ້ເຫຍື້ອທີ່ບໍ່ສາມາດຍ່ອຍສະຫຼາຍໄດ້ ແລະ ເປັນພິດຕໍ່ສິ່ງແວດລ້ອມອີກຕໍ່ໄປ.

Verdicy ແມ່ນແບຣນຂອງປະເທດໄທທີ່ຜະລິດເຄສໂທລະສັບທີ່ເຮັດມາຈາກພືດ “Plant based” ເຊິ່ງສາມາດຍ່ອຍສະຫຼາຍເປັນປຸ໋ຍໄດ້ຕາມທຳມະຊາດ ແລະ ປາສະຈາກສານປົນເປື້ອນຂອງໄມໂຄຣພາສຕິກ ນັບຕັ້ງແຕ່ບັນຈຸພັນທີ່ເປັນມິດກັບສິ່ງແວດລ້ອມໄປຈົນເຖິງເຄສສີຂາວລຽບຫຼູທີ່ຜະລິດຈາກພລາສຕິກຊິວະພາບ 70% ແລະ ເຟືອງເຂົ້າທຳມະຊາດອີກ 30%, ເຮັດໃຫ້ເຄສໂທລະສັບຂອງ Verdicy ສາມາດຍ່ອຍສະຫຼາຍໄດ້ດ້ວຍການຝັງຖົມດິນ ໂດຍໃຊ້ເວລາໃນການຍ່ອຍສະຫຼາຍປະມານ 200 ກວ່າມື້ເທົ່ານັ້ນ.

ຕົວຂອງເຄສຮັກໂລກນີ້ຖືກອອກແບບມາໃຫ້ມີຜິວສຳຜັດທີ່ຈັບຖະນັດມື ບໍ່ມື່ນຫຼຸດງ່າຍ ແລະ ຍັງສາມາດປ້ອງກັນການກະທົບຈາກການຕົກຈາກບ່ອນສູງເຖິງ 1,8 ແມັດ. ນອກຈາກນີ້ ລາຍໄດ້ຈາກການຂາຍເຄສດັ່ງກ່າວ 8% ຈະຖືກນຳໄປບໍລິຈາກໃຫ້ກັບໂຄງການຮັກສາສິ່ງແວດລ້ອມ, ລວມທັງມີໂຄງການ Verdi-Cycle ທີ່ຈະຮັບເຄສເກົ່າຂອງ Verdicy ແລະ ເຄສໂທລະສັບຈາກແບຣນອື່ນໆເພື່ອນໍາໄປຣີໄຊເຄິລໃໝ່ ໂດຍຜູ້ທີ່ສົ່ງມາຣີໄຊເຄິລຈະໄດ້ຮັບສ່ວນຫຼຸດສຳລັບການຊື້ເຄສໃນຄັ້ງຕໍ່ໄປ.

ທີ່ມາ:

The MATTER

verdicy

okmd

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/