ປັດຈຸບັນ ບັນຫາເລື່ອງຂີ້ເຫຍື້ອພລາສຕິກ ແລະ ສິ່ງແວດລ້ອມ ເລີ່ມສະແດງຜົນຜົນກະທົບ ໃຫ້ເຮົາໄດ້ເຫັນນັບມື້ນັບຊັດເຈນຂຶ້ນ ເພາະຫຼ້າສຸດ ເຕົ່າທະເລ ທີ່ຖືກຊ່ວຍເຫຼືອໂດຍສວນສັດ ທາຣອງກາ (Taronga) ໃນປະເທດ ອອສເຕຣເລຍ ຂັບຖ່າຍອອກມາເປັນພລາສຕິກ ຕິດຕໍ່ກັນ 6 ມື້ ເຊິ່ງສະແດງໃຫ້ເຫັນເຖິງສະພາບແວດລ້ອມທາງທະເລທີ່ປ່ຽນໄປ ແລະ ຜົນກະທົບຂອງມົນລະພິດຕໍ່ສັດນໍ້າ.

ເມື່ອບໍ່ດົນມານີ້ ສວນສັດ ທາຣອງກາ ໄດ້ໂພສ ວິດີໂອ ລົງໃນ Twitter ຂອງສວນສັດ ໂດຍເປັນວີດີໂອ ທີ່ ຊາຣ່າ ເມວ (Sarah Male) ນາງພະຍາບານຂອງສວນສັດ ທີ່ກຳລັງອະທິບາຍເຖິງເຕົ່າທະເລ ທີ່ຖືກຊ່ວຍຂຶ້ນມາຈາກຊາຍຫາດທີ່ໃກ້ຄຽງ. ໂດຍເຕົ່ານ້ອຍນີ້ ຂາຫຼັງຟາກຂວາ ໄດ້ຖືກຕັດອອກໄປ.

ແຕ່ເລື່ອງທີ່ໜ້າເສົ້າໄປກວ່ານັ້ນກໍຄື ເຕົ່ານ້ອຍນີ້ຂັບຖ່າຍອອກມາເປັນພລາສຕິກຕິດຕໍ່ກັນ 6 ມື້ ແລ້ວ ໂດຍ ຊາຣ່າ ເມວ ບອກວ່າ: “ເມື່ອເຕົ່າຂັບຖ່າຍອອກມາ ມັນມີແຕ່ ພລາສຕິກລ້ວນໆເປັນເວລາ 6 ມື້ ຕິດຕໍ່ກັນແລ້ວ ແລະ ບໍ່ມີຂອງເສຍອອກມາເລີຍແມ່ນແຕ່ໜ້ອຍດຽວ ເຊິ່ງເປັນພາບທີ່ຫົດຫູ່ຫຼາຍ ແຕ່ຂ່າວດີກໍຄື ເຕົ່ານ້ອຍໄດ້ຂັບຖ່າຍພລາສຕິກອອກມາຈາກທ້ອງໝົດແລ້ວ”.

ໂດຍ WFF ກອງທຶນສັດປ່າໂລກສາກົນ ກ່າວກ່ຽວກັບບັນຫາຂີ້ເຫຍື້ອພລາສຕິກວ່າ: “ໃນຂະນະທີ່ພລາສຕິກໄດ້ເຂົ້າມາປະຕິວັດວິຖີຊີວິດຂອງມະນຸດໂລກ ໃນປີ 1950 ແຕ່ນັບຕັ້ງແຕ່ຕອນນັ້ນມີບັນຫາໜຶ່ງ ແລະ ເປັນບັນຫາໃຫຍ່ກໍຄື ພລາສຕິກສ່ວນຫຼາຍທີ່ຖືກຖິ້ມແລ້ວ ຍັງຄົງຫຼົງເຫຼືອຢູ່ໃນໂລກເຮົາ ແລະ ຄາດວ່າ ພລາສຕິກໃນມະຫາສະໝຸດ ຈະເພີ່ມຂຶ້ນເປັນ 2 ເທົ່າໃນ 15 ປີຕໍ່ໜ້າ, ແລະ ຮອດປີ 2050 ໃນມະຫາສະໝຸດ ອາດຈະມີປະລິມານພລາສຕິກຫຼາຍກວ່າສັດນໍ້າຕ່າງໆໃນມະຫາສະໝຸດກໍເປັນໄດ້”.

ປັດຈຸບັນ ບັນຫາເລື່ອງຂີ້ເຫຍື້ອພລາສຕິກ ເປັນບັນຫາທີ່ທຸກຄົນທົ່ວໂລກຄວນຈະຄຳນຶງເຖິງ ແລະ ຍົກສູງຄວາມສຳຄັນໃນເລື່ອງນີ້ ເພາະນອກຈາກມັນຈະສົ່ງຜົນຕໍ່ມະນຸດເຮົາໃນອະນາຄົດແລ້ວ ມັນຍັງສົ່ງຜົນຕໍ່ສັດຕ່າງໆໃນໂລກ ທີ່ມີຄວາມສຳຄັນຕໍ່ລະບົບນິ້ເວດຂອງໂລກນີ້ເປັນຢ່າງສູງ.
ຂອບໃຈຂໍ້ມູນຈາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment