ວັນທີ 6 ມີນາ ສຳນັກຂ່າວຕ່າງປະເທດ ລາຍງານວ່າ ລັດຟໍຣິດາ ກຳລັງປະເຊີນກັບ ຄື້ນພິດສີແດງ (Toxic Red Tide) ທີ່ກັບມາອີກຄັ້ງ ໄດ້ທໍາຮ້າຍທັງ ສັດທະເລ ແລະ ສັດບົກ ພ້ອມມີຜົນຕໍ່ລະບົບທາງເດີນຫາຍໃຈຂອງມະນຸດ.
ຄື້ນພິດສີແດງ ເກີດຈາກສາຫຼ່າຍທີ່ມີຊື່ວ່າ Karenia brevis ທີ່ຂະຫຍາຍຕົວຫ່າງຈາກຊາຍຝັ່ງຫຼາຍສິບກິໂລ ແລະ ຖືກພັດເຂົ້າມາຊາຍຝັ່ງເລື້ອຍໆ ແລະ ສ້າງສານພິດທີ່ຊື່ວ່າ Brevetoxins ຢູ່ໃນນໍ້າ ແລະ ລອຍໃນອາກາດ. ປັດຈຸບັນ ຄະນະກໍາມະການ ອະນຸລັກສັດນໍ້າ ແລະ ສັດປ່າ ຂອງລັດ ຟໍຣິດາ ລະບຸວ່າ ໃນນໍ້າ 1 ລິດ ຈະມີສາຫຼ່າຍຊະນິດນີ້ ຢູ່ 100.000 ເຊວ ເຊິ່ງເປັນອັນຕະລາຍໃນລະດັບປານກາງ.

ໂດຍຜົນກະທົບຈາກເຫດການນີ້ ເຈົ້າໜ້າທີ່ ລະບຸວ່າ ແມ່ນແຕ່ມະນຸດທີ່ຍ່າງຫຼິ້ນຕາມຊາຍຫາດ ກໍສາມາດກໍ່ໃຫ້ເກີດອາການລະຄາຍເຄືອງຕໍ່ລະບົບທາງເດີນຫາຍໃຈໄດ້ ເຊັ່ນ ອາການໄອ, ຫາຍໃຈຕິດຂັດ ຮູ້ສຶກແສບຜິວໜັງ ແລະ ຕາ. ຖ້າມີປະລິມານຫຼາຍກວ່າ 1 ລ້ານເຊວຕໍ່ນໍ້າ 1 ລິດ ມັນກໍຈະປ່ຽນກະແສນໍ້າໃຫ້ກາຍເປັນສີແດງ ແທ້ໆ ຕາມຊື່ຂອງມັນ.

ຜົນກະທົບທີ່ຊັດເຈນທີ່ສຸດ ກໍຄືເຮັດໃຫ້ສັດນໍ້າເສຍຊີວິດ ລວມເຖິງສັດລ້ຽງລູກດ້ວຍນົມໃນທະເລ ລົ້ມຕາຍນຳ. ເຄີຍມີລາຍງານວ່າພົບ ທັງວານ ແລະ ໂລມາ ເສຍຊີວິດຈາກ ເຫດການດັ່ງກ່າວນີ້ມີແລ້ວ. ຖ້າຫາກສັດບົກໄປສຳຜັດກັບສັດທີ່ມີສານພິດນີ້ຕິດຕົວຢູ່ ກໍອາດສົ່ງຜົນຕໍ່ສຸຂະພາບຂອງສັດບົກຢ່າງຮ້າຍແຮງ ແລະ ເຖິງຂັ້ນເສຍຊີວິດໄດ້.

ຄະນະກໍາມະການ ອະນຸລັກສັດນໍ້າ ແລະ ສັດປ່າ ຂອງລັດຟໍຣິດາ ລະບຸວ່າ: “ການຄວບຄຸມ ຄື້ນພິດສີແດງ ໃນຟໍຣິດາ ບໍ່ແມ່ນເລື່ອງງ່າຍ ບໍ່ແມ່ນພຽງແຕ່ຕ້ອງທຳລາຍສາຫຼ່າຍໃນນໍ້າເທົ່ານັ້ນ ແຕ່ຕ້ອງກຳຈັດ ສານພິດ ແລະ ມົນລະພິດ ໃນນໍ້າໃຫ້ໝົດ ແລະ ສິ່ງນີ້ເກືອບເປັນໄປບໍ່ໄດ້ເລີຍ”.
ໂດຍເຫດການຄື້ນພິດສີແດງ ພົບເຫັນຄັ້ງທຳອິດ ໃນຟໍຣິດາ ເມື່ອປີ 2021 ໂດຍນັກວິໄຈເຕືອນວ່າ ປັດໄຈຫຼາຍຢ່າງໂດຍສະເພາະຢ່າງຍິ່ງແມ່ນການປ່ຽນແປງທາງສະພາບອາກາດ ແລະ ມົນລະພິດ ຈາກໂຮງງານ, ການເຮັດນາ ແລະ ການລ້ຽງສັດ ທີ່ປ່ອຍນໍ້າເສຍລົງສູ່ທະເລ ເຮັດໃຫ້ສາຫຼ່າຍຊະນິດນີ້ ຂະຫຍາຍຕົວຢ່າງໄວວາ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/