ຮູບເງົາສັ້ນລ້ານຊ້າງ ປະກາດຈັດປະກວດແຂ່ງຂັນວິດີໂອສັ້ນສົ່ງເສີມສັງຄົມ ຄັ້ງທີ 2 ຄົ້ນຫານັກສ້າງຮູບເງົາຮຸ່ນຕໍ່ໄປ ແລະ ສົ່ງເສີມຮູບເງົາລາວໃຫ້ກ້າວສູ່ເວທີສາກົນ

ຮູບເງົາສັ້ນລ້ານຊ້າງ

ຮູບເງົາສັ້ນລ້ານຊ້າງ LanXang Shorts ຮ່ວມກັບ ອົງການແພລນສາກົນ ປະຈໍາ ສປປ ລາວ ຈັດປະກວດແຂ່ງຂັນ ເຮັດວິດີໂອສັ້ນເພື່ອສົ່ງເສີມສັງຄົມ ຄັ້ງທີ 2 ພາຍໃຕ້ຫົວຂໍ້ ຍຸຕິການແຕ່ງງານກ່ອນໄວ ແລະ ຄວາມເທົ່າທຽມທາງເພດ ຊິງເງິນຮາງວັນກວ່າ 17 ລ້ານກີບ ແລະ ໄດ້ສາຍຜົນງານ ທີ່ງານຮູບເງົາສັ້ນລ້ານຊ້າງ ທີ່ຈະຈັດຂຶ້ນເປັນຄັ້ງທີ 3 ໃນທ້າຍເດືອນເມສາ 2023 ນີ້.

“ຮູບເງົາສັ້ນລ້ານຊ້າງ” ແມ່ນງານປະກວດ, ສາຍຮູບເງົາສັ້ນ, ແລະ ເຝິກອົບຮົມ ທີ່ຈັດໂດຍຄົນລາວ ແລະ ເພື່ອຄົນລາວໂດຍສະເພາະ, ເຊິ່ງຈະເກີດຂຶ້ນເປັນປະຈຳທຸກປີ ທີ່ນະຄອນຫຼວງວຽງຈັນ ແລະ ໃນອະນາຄົດຈະຈັດຢູ່ແຂວງໃຫຍ່ໆ ໃນທົ່ວປະເທດ. ງານຖືກກໍ່ຕັ້ງຂຶ້ນໃນປີ 2020 ໂດຍນັກສ້າງຮູບເງົາຈາກ 2 ບໍລິສັດຄື: ລາວນິວເວບຊີເນມາ ແລະ ມາຍມີເດຍ, ພາຍໃຕ້ການຊີ້ນຳຂອງກົມຮູບເງົາ, ກະຊວງ ຖະແຫຼງຂ່າວ, ວັດທະນະທຳ, ແລະ ທ່ອງທ່ຽວ.

ຮູບເງົາສັ້ນລ້ານຊ້າງ

ທ່ານ ໄຊສົງຄາມ ອິນດວງຈັນທີ ຜູ້ກໍ່ຕັ້ງງານຮູບເງົາສັ້ນລ້ານຊ້າງ ເປີດເຜີຍກັບ ທີມຂ່າວ Lao X ວ່າ: “ປັດຈຸບັນ ໃນປະເທດລາວ ບໍ່ມີງານເທສະການຮູບເງົາສັ້ນໃນຮູບແບບນີ້ ທີ່ຈັດຢ່າງເປັນທາງການ ແລະ ຈັດເປັນປະຈຳທຸກປີ. ສະນັ້ນ, ຍ້ອນແນມເຫັນຄວາມສຳຄັນຂອງງານເທສະການຮູບເງົາສັ້ນ ພວກເຮົາໃນຖານະນັກສ້າງຮູບເງົາຮຸ່ນອ້າຍຮຸ່ນເອື້ອຍ ຈິຶ່ງມີຄວາມຄິດຢາກຈັດງານນີ້ຂື້ນມາ ເພື່ອເປັນບ່ອນເຝິກອົບຮົມບົ່ມເພາະ, ໃຫ້ເວທີສະແດງຜົນງານ, ເປັນພື້ນທີ່ພົບປະແລກປ່ຽນບົດຮຽນ, ແລະ ເປັນຂົວຕໍ່ໃຫ້ກັບນັກສ້າງຮູບເງົາຮຸ່ນໃໝ່ ໃຫ້ກ້າວໄປສູ່ເວທີສາກົນ”.

ທ່ານໄຊສົງຄາມ ຍັງໃຫ້ຮູ້ອີກວ່າ ໃນອະນາຄົດຖ້າມີຄວາມສະດວກເລື່ອງງົບປະມານ ພວກເຮົາຢາກນຳເອົາຮູບເງົາລາວ ໄປສາຍຢູ່ຫຼາຍໆທ້ອງຖິ່ນທົ່ວປະເທດ, ຈັດເຝິກອົບຮົມການສ້າງຮູບເງົາໃຫ້ກັບນ້ອງໆທີ່ຢູ່ຕ່າງແຂວງ, ນຳເອົາຮູບເງົາຈາກສາກົນມາສາຍຢູ່ງານ, ແລະ ຕັ້ງສະໂມສອນຮູບເງົາຂຶ້ນມາເພື່ອເປັນບ່ອນສາຍຮູບເງົາ ແລະ ພົບປະຂອງນັກສ້າງຮູບເງົາ.

ໂດຍການແຂ່ງຂັນຄັ້ງນີ້ຈະແບ່ງອອກເປັນ 2 ໄລຍະ ກໍຄື ໄລຍະການຄັດເລືອກບົດ ແລະ ໄລຍະຂອງການ ຜະລິດວິດີໂອສັ້ນ ໂດຍຜູ້ທີ່ຈະມາເຂົ້າຮ່ວມໃນການແຂ່ງຂັນຕ້ອງມີເງື່ອນໄຂດັ່ງນີ້:

 – ສົ່ງເລື່ອງສັ້ນ, ບົດ ຫລື ສະຕໍລີບອດ ກ່ຽວກັບຫົວຂໍ້ໃດໜຶ່ງທີ່ລະບຸໄວ້ ໂດຍເລື່ອງຕ້ອງເໝາະທີ່ຈະເອົາໄປສ້າງເປັນວິດີໂອ ຄວາມຍາວ 90 ຫາ 120 ວິນາທີ.

– ບໍ່ຈໍາກັດຮູບແບບການນໍາສະເໜີ ເຊັ່ນ: ກາຕູນ, ຄົນສະແດງ, ຖ່າຍວິດີໂອ ແລ້ວໃສ່ສຽງບັນຍາຍ ຫລື ຕົວໜັງສື, ໆລໆ.

– ພາບ ແລະ ສຽງທີ່ນໍາມາໃຊ້ ຕ້ອງບໍ່ລະເມີດລິຂະສິດ ຫລື ສິດທິຂອງຄົນອື່ນ

– ສາມາດສະໝັກຄົນດຽວ ຫລື ເປັນທີມ

– ບໍ່ຈໍາກັດເພດ, ອາຍຸ ຫຼື ອາຊີບ

ຮູບເງົາສັ້ນລ້ານຊ້າງ

ທ່ານ ໄຊສົງຄາມ ໃນຖານະ ນັກສ້າງຮູບເງົາຮຸ່ນອ້າຍຮຸ່ນເອື້ອຍ ໄດ້ຝາກເຖິງນ້ອງໆ ທີ່ສົນໃຈໃນການສ້າງຮູບເງົາວ່າ: “ຢາກໃຫ້ສຶກສາຫຼາຍໆ, ເບິ່ງຮູບເງົາທີ່ຫຼາກຫຼາຍ ທັງຂອງລາວ ແລະ ສາກົນ, ເສບງານສິລະປະຫຼາຍໆ, ໃຊ້ຊີວິດ ແລະ ທີ່ສຳຄັນ ລົງມືເຮັດຕົວຈິງຫຼາຍໆ”.

“ພ້ອມຢາກໃຫ້ນ້ອງຮຽນພາສາອັງກິດ ເພາະວ່າຄວາມຮູ້ ແລະ ໂອກາດຕ່າງໆ ບໍ່ວ່າຈະເປັນເລື່ອງການເຝິກອົບຮົມ, ແຫຼ່ງທຶນ ຫຼື ການຮ່ວມມື ສ່ວນໃຫຍ່ແມ່ນມາຈາກຕ່າງປະເທດ. ຖ້າເຮົາໄດ້ພາສາອັງກິດ ມັນຊິເຮັດໃຫ້ເຮົາເຂົ້າເຖິງໂອກາດເຫຼົ່ານັ້ນໄດ້ງ່າຍຂຶ້ນ ແລະ ຖ້າມີການເຝິກອົບຮົບ, ສຳມະນາທີ່ກ່ຽວຂ້ອງກັບຮູບເງົາ, ການສາຍຮູບເງົາ ຫຼື ງານແຂ່ງຂັນຮູບເງົາ, ພະຍາຍາມເອົາຕົນເອງໄປຢູ່ຈຸດນັ້ນ”.

ລາຍລະອຽດເພີ່ມຕື່ມກ່ຽວກັບການແຂ່ງຂັນ: https://bit.ly/3L8hIQ4

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/