ຮູ້ກັນຫຼືບໍ່? ວ່າຮອຍຂີດຢູ່ໄມ້ຖູ່ເອົາໄວ້ເຮັດຫຍັງ?


ເຄື່ອງໃຊ້ໃນຊີວິດທີ່ເຊື່ອວ່າຫຼາຍໆຄົນເຄີຍໃຊ້ ບໍ່ວ່າຈະເປັນເດັກນ້ອຍ ລຸງປ້າ ນ້າອາ ພໍ່ແມ່ພີ່ນ້ອງ ກໍຕ້ອງເຄີຍໃຊ້ນັ້ນກໍຄື “ໄມ້ຖູ່” ນັ້ນເອງ ແຕ່ຈຸດນ້ອຍໆທີ່ຫຼາຍໆຄົນສັງເກດ ຫຼື ບໍ່ສັງເກດ ຄືຮອຍຂີດທີ່ຢຸ່ປາຍໄມ້ຖູ່ ຫຼາຍຄົນອາດຈະຮູ້ແລ້ວວ່າມັນມີໄວ້ເຮັດຫຍັງ ແຕ່ຫຼາຍໆຄົນອາດຈະຍັງບໍ່ຮູ້ວ່າມັນມີໄວ້ເຮັດຫຍັງ?

ມື້ນີ້ທາງທີມຂ່າວ LaoX ຂອງພວກເຮົາກໍໄດ້ໄປຊອກຫາຄຳຕອບມາໃຫ້ແລ້ວວ່າ ຮອຍຂີດເຖິງປາຍໄມ້ຖູ່ ມີໄວ້ເຮັດຫຍັງ? ມີປະໂຫຍດຫຍັງ? ຫຼື ມີເອົາໄວ້ສວຍງາມຊື່ໆ LaoX ມີຄຳຕອບ.

ຮອຍຂີດເຖິງປາຍໄມ້ຖູ່ ມີໄວ້ໃຫ້ຜູ້ພິການທາງສາຍຕາໃຫ້ສາມາດຫາຕຳແໜ່ງໄດ້ຄວນຈັບບໍລິເວນໃດຂອງໄມ້ຖູ່ ແລະ ຍັງເປັນລວດລາຍຂອງໄມ້ຖູ່ອີກດ້ວຍ ພ້ອມຍັງເອົາໄວ້ໃຊ້ຄີບອາຫານບໍ່ໃຫ້ຫຼຸດງ່າຍນັ້ນເອງ ໂດຍທີ່ໃຊ້ດ້ານມີຮອຍຂີດຄີບອາຫານທີ່ມີຄວາມມື່ນ ສ່ວນຮອຍຂີດທີ່ຢູ່ໄມ້ຖູ່ຂອງປະເທດຢິ່ປຸ່ນ ມີປະໂຫຍດຄືເອົາໄວ້ຫັກປາຍໄມ້ຂອງໄມ້ຖູ່ແລ້ວເອົາມາຮອງດ້ານທີ່ຄີບອາຫານເພື່ອບໍ່ໃຫ້ເປຶ້ອນໂຕະນັ້ນເອງ.

ທາງດ້ານຄວາມເຊື່ອໄມ້ຖູ່ບໍ່ໄດ້ເອົາໄວ້ເພື່ອໃຊ້ກິນອາຫານແຕ່ເອົາໄວ້ໃຊ້ເພື່ອຊ່ວຍຜະລິດລູກນຳຕາມຄວາມເຊື່ອຂອງຊາວຈີນ ໂດຍໃນສະໄໜກ່ອນໃນຍຸກທີ່ເລີ່ມເຮັດໄມ້ຖູ່ມາຈາກໄມ້ໄຜ່ຄົນຈີນຈະເອີ້ນມັນວ່າ “ຈູ້” (竹) ຕໍ່ມາຜູ້ຄົນບໍ່ຄ່ອຍມັກສຽງ “ຈູ້” (竹) ເພາະວ່າໄປພ້ອງກັບສຽງຂອງສັບທີ່ບໍ່ເປັນມຸງຄຸນອີກຫຼາຍຄົນ ຄົນຈີນຈຶ່ງປ່ຽນມາໃຊ້ຄຳໃໝ່ “ໄຄ່ຈື” (筷子) ໃນເວລາຕໍ່ມາ ຄວາມເຊື່ອຄືໃນງານແຕ່ງດອງການສົ່ງຕົວເຈົ້າສາວ ພີ່ນ້ອງທາງເຈົ້າສາວຈະໃຫ້ນຳເອົາໄມ້ຖູ່ຕິດຕົວໄປນຳ ເພາະໄມ້ຖູ່ໃນພາສາຈີນ “ໄຄ່ຈື” (筷子) ປະກອບດ້ວຍຄຳວ່າ “ໄຄ່(筷)”ໄປພ້ອງສຽງກັບຄຳວ່າ “ໄຄ່” (快) ທີ່ແປວ່າໄວ ສ່ວນຄຳວ່າ “ຈື່” ແປວ່າ ເດັກນ້ອຍຜູ້ຊາຍ ເມື່ອຮ່ວມກັນແລ້ວຈຶ່ງທີຄວາມໝາຍວ່າ “ຂໍໃຫ້ມີລຸກຊາຍໄວໆ ຫຼື ມີລູກໄວໆນັ້ນເອງ”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/