ມີລາຍງານວ່າ ຝ່າຍນິຕິບັນຍັດຂອງລັດຮາວາຍກຳລັງພິຈາລະນາຮ່າງກົດໝາຍທີ່ກຳນົດໃຫ້ນັກທ່ອງທ່ຽວຕ້ອງຈ່າຍຄ່າໃບອະນຸຍາດລາຍປີ ຫຼື ຄ່າບັດຜ່ານໃນການເຂົ້າຢ້ຽມຢາມສວນອຸທິຍານ ເເລະ ເສັ້ນທາງຍ່າງປ່າຕ່າງໆຂອງລັດ ໂດຍເງິນທີ່ໄດ້ຈາກນັກທ່ອງທ່ຽວນີ້ຈະຖືກນຳໄປໃຊ້ເພື່ອປົກປ້ອງທຳມະຊາດ, ປ່າໄມ້, ເເນວປະກາລັງ ເເລະ ສັດປ່ານານາຊະນິດ.
Josh Green ຜູ້ວ່າການລັດຮາວາຍໄດ້ກ່າວເມື່ອຕົ້ນປີນີ້ວ່າ “ສິ່ງທີ່ຕ້ອງການຢາກທີ່ຈະເຮັດເເທ້ໆຄື ການທີ່ໃຫ້ນັກທ່ອງທ່ຽວມີຄວາມຜິດຊອບ ເເລະ ສາມາດຊ່ວຍຈ່າຍຄ່າທຳນຽມເພື່ອດູເເລຮັກສາສິ່ງເເວດລ້ອມຂອງເກາະ” ເນື່ອງຈາກມີນັກທ່ອງທ່ຽວເຂົ້າມາເກາະປະມານ 10 ລ້ານຄົນຕໍ່ປີ ໃນຂະນະທີ່ເກາະຮາວາຍນັ້ນມີປະຊາກອນຢູ່ທີ່ 1,4 ລ້ານຄົນເທົ່ານັ້ນ ເເລະ ຫວັງວ່ານັກທ່ອງທ່ຽວທີ່ເຂົ້າມາເກາະຈະຊ່ວຍຮັກສາສິ່ງເເວດລ້ອມຂອງຮາວາຍໄປນໍາ. ຢ່າງໃດກໍຕາມ, ຝ່າຍນິຕິບັນຍັດຂອງລັດຮາວາຍ ຍັງຄົງຖົກຖຽງກັນວ່າ ຄວນເກັບຄ່ານັກທ່ອງທ່ຽວຫຼາຍປານໃດ.

ບໍ່ວ່າຈະເລືອກໃຊ້ເເນວທາງໃດໃນການເກັບຄ່າຄ່າທໍານຽມຈາກນັກທ່ອງທ່ຽວ ຫາກວ່າໃນສຸດທ້າຍເເລ້ວມັນເກີດຂຶ້ນເເທ້, ນັ້ນກໍຈະເປັນຄັ້ງທຳອິດທີ່ມີການໃຊ້ນະໂຍບາຍດັ່ງກ່າວຢູ່ໃນສະຫະລັດ.
Moefi Hanneman ປະທານສະມາຄົມທີ່ພັກ ແລະ ການທ່ອງທ່ຽວຂອງຮາວາຍ, ເຊິ່ງເປັນຕົວແທນຂອງໂຮງແຮມຕ່າງໆ, ໄດ້ສະໜັບສະໜູນໃຫ້ມີການເກັບຄ່າທຳນຽມ. ແຕ່ກ່າວວ່າຮາວາຍຕ້ອງໃຫ້ແນ່ໃຈວ່າຈະເອົາເງິນນີ້ໄປໃຊ້ໃນທາງທີ່ຖືກຕ້ອງ ແລະ ກໍ່ໃຫ້ເກີດຜົນປະໂຫຍດຢ່າງແທ້ຈິງ
ແນວໃດກໍຕາມ, ກົດໝາຍລະບຸວ່າ ເງິນທີ່ໄດ້ຈາກຄ່າທຳນຽມດັ່ງກ່າວຈະນຳໄປໃຫ້ກອງທຶນພິເສດທີ່ຄຸ້ມຄອງໂດຍພະແນກທີ່ດິນ ແລະ ຊັບພະຍາກອນທຳມະຊາດຂອງລັດ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/