ອົງການອະນາໄມໂລກ

ຈາກສະຖານະການ ການແຜ່ລະບາດຂອງໂຣກໝາກສຸກລີງ ຫຼື ຮູ້ຈັກກັນໃນຊື່ “Monkeypox” ທີ່ໄດ້ແຜ່ລາມໄປທົ່ວໂລກໃນຂະນະນີ້ ຫຼ້າສຸດ (ວັນທີ 23 ກໍລະກົດ) ອົງການອະນາໄມໂລກ (WHO) ໄດ້ປະກາດໃຫ້ໂຣກ “ໝາກສຸກລີງ” ກາຍເປັນພາວະສຸກເສີນດ້ານສາທາລະນະສຸກລະດັບໂລກ.

ອົງການອະນາໄມໂລກ

ດຣ. ທີໂດຣສ ອັດຮານອມ ກີບຣີເຍຊຸສ (Dr Tedros Adhanom Ghebreyesus) ຜູ້ອຳນວຍການຂອງອົງການອະນາໄມໂລກໄດ້ເປີດເຜີຍລາຍງານກ່ຽວກັບການແຜ່ລະບາດຂອງໂຣກໝາກສຸກລີງວ່າ ໃນປັດຈຸບັນນີ້ແມ່ນມີຜູ້ປ່ວຍຫຼາຍກວ່າ 16,000 ຄົນ ຈາກ 75 ປະເທດທົ່ວໂລກ ແລະມີຜູ້ເສຍຊີວິດແລ້ວ 5 ຄົນ ເຊິ່ງການປະກາດດັ່ງກ່າວນີ້ ເກີດຂຶ້ນຫຼັງຈາກ WHO ສຳເລັດການປະຊຸມສຸກເສີນຄັ້ງທີ 2 ກ່ຽວກັບໂຣກໝາກສຸກລີງ.

ອົງການອະນາໄມໂລກ

ນອກນີ້ ດຣ. ທີໂດຣສ ຍັງກ່າວວ່າ ກ່ອນໜ້ານີ້ຄະນະກໍາມະການບໍ່ສາມາດບັນລຸຂໍ້ຕົກລົງຢ່າງເປັນເອກະພາບວ່າຄວນປະກາດໃຫ້ການລະບາດຂອງໂຣກໝາກສຸກລີງເປັນພາວະສຸກເສີນດ້ານສາທາລະນະສຸກຫຼືບໍ່ ແຕ່ວ່າການລະແຜ່ລະບາດຂອງໂຣກນີ້ມັນໄດ້ກະຈາຍໄປທົ່ວໂລກຢ່າງໄວວາ ດັ່ງນັ້ນ ດຣ. ທີໂດຣສ ຈຶ່ງຕັດສິນໃຈວ່ານີ້ເປັນເລື່ອງທີ່ໜ້າກັງວົນໃຈ ແລະ ອັນຕະລາຍໃນລະດັບນານາຊາດ.

“WHO ປະເມີນວ່າຄວາມສ່ຽງຂອງໂຣກໝາກສຸກລີງຢູ່ໃນລະດັບປານກາງທົ່ວໂລກ ແລະ ໃນທຸກພາກພື້ນ ຍົກເວັ້ນໃນພາກພື້ນຢູໂຣບທີ່ເຮົາປະເມີນຄວາມສ່ຽງທີ່ລະດັບສູງ” ດຣ. ທີໂດຣສ ກ່າວເສີມ.

ອົງການອະນາໄມໂລກ

ທັງນີ້ ໂຣກໝາກສຸກລີງມັນບໍ່ແມ່ນເລື່ອງໄກຕົວປະຊາຊົນລາວເຮົາເລີຍ ເພາະເມື່ອວັນທີ 21 ກໍລະກົດທີ່ຜ່ານມາ ປະເທດເພື່ອນບ້ານຢ່າງໄທກໍໄດ້ປະກາດວ່າພົບຜູ້ຕິດເຊື້ອໝາກສຸກລີງຄົນທຳອິດຂອງປະເທດ ເຊິ່ງເປັນຊາວໄນຈີເຣຍ ແລະຖ້າຫາກມັນແຜ່ລະບາດຢູ່ໄທ ອີກບໍ່ດົນກໍໜ້າຈະລຸກລາມມາຍັງປະເທດອ້ອມຂ້າງຢ່າງປະເທດລາວເຮົາກໍເປັນໄດ້.

ດັ່ງນັ້ນ ໃນຂະນະນີ້ເຮົາກໍຕ້ອງລະມັດລະວັງຕົວເປັນພິເສດຕື່ມ ເພາະໂຣກນີ້ອັນຕະລາຍບໍ່ຕ່າງຈາກ ໂຣກລະບາດອື່ນໆເລີຍ.

ທີ່ມາ:

No comment

Leave a Reply