ເມື່ອອຸນຫະພູມໂລກກຳລັງສູງຂຶ້ນເລື້ອຍໆຈາກຫຼາຍໆປັດໄຈ ເເລະ ໜຶ່ງໃນນັ້ນກໍເກີດຈາກການປ່ອຍມົນລະພິດຂຶ້ນສູ່ຊັ້ນບັນຍາກາດ. ອົງການຈັດຕັ້ງດ້ານສິ່ງແວດລ້ອມ Tipping Point North South ແລະ The Conflict and Environment Observatory, ພ້ອມກັບນັກວິຊາການຈາກມະຫາວິທະຍາໄລ Lancaster, Oxford ແລະ Queen Mary ໃນອັງກິດ, ໄດ້ເພີ່ມເເຮງກົດດັນໃຫ້ອົງກອນສະຫະປະຊາຊາດບັງຄັບໃຫ້ກອງທັບເປີດເຜີຍການປ່ອຍມົນລະພິດຂອງກອງທັບທີ່ຄອບຄຸມ ແລະ ໂປ່ງໃສຫຼາຍຂຶ້ນ.
ໂດຍໃນເດືອນກຸມພາທີ່ຜ່ານມາ ເຄືອຂ່າຍດັ່ງກ່າວຍັງໄດ້ຂຽນຈົດໝາຍເຖິງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງດິນຟ້າອາກາດ (UNFCCC), ຮຽກຮ້ອງໃຫ້ອົງການສະພາບອາກາດຂອງສະຫະປະຊາຊາດລວມເອົາການປ່ອຍກ໊າສພິດເຮືອນແກ້ວທັງໝົດຈາກກອງທັບລົງໃນບັນຊີຄາບອນລວມສຳລັບທົ່ວໂລກ.

ເຊິ່ງໃນການສຶກສາທີ່ຜ່ານມາ ຜູ້ຊ່ຽວຊານລະຫວ່າງປະເທດອ້າງວ່າກອງທັບມີສ່ວນຮັບຜິດຊອບຕໍ່ການປ່ອຍກ໊າສພິດເຮືອນແກ້ວຄິດເປັນ 5,5% ຂອງທົ່ວໂລກໃນປີ 2022, ເຮັດໃຫ້ພວກເຂົາກາຍເປັນໜຶ່ງໃນຜູ້ໃຊ້ນໍ້າມັນເຊື້ອໄຟທີ່ໃຫຍ່ທີ່ສຸດໃນໂລກ.
ຢ່າງໃດກໍຕາມ, ນັກວິທະຍາສາດ ແລະ ນັກວິຊາການເວົ້າວ່າ ກອງທັບບໍ່ໄດ້ຖືກຜູກມັດກັບຂໍ້ຕົກລົງດ້ານດິນຟ້າອາກາດລະຫວ່າງປະເທດ. ທີ່ຕ້ອງລາຍງານຜົນການປະຕິບັດການປ່ອຍກ໊າສພິດເຮືອນແກ້ວ ລວມທັງຂໍ້ມູນທີ່ເຜີຍແຜ່ຈາກກອງທັບບາງເເຫ່ງຍັງບໍ່ເປັນທີ່ໜ້າເຊື່ອຖືໄດ້.
ສ່ວນສາເຫດຂອງການປ່ອຍອາຍພິດເຮືອນແກ້ວຈາກກອງທັບທີ່ເກີດຂຶ້ນຢູ່ຕ່າງປະເທດເຊັ່ນ ເຮືອບິນອາຍພົ່ນໄປຈົນຮອດການເຝິກອົບຮົມ ເນື່ອງຈາກກອງທັບ ໄດ້ປະຖິ້ມອະນຸສັນຍາກຽວໂຕປີ 1997 ກ່ຽວກັບການລົດຜ່ອນກ໊າສເຮືອນແກ້ວ ແລະ ໄດ້ຖືກຍົກເວັ້ນຈາກສັນຍາປາຣີສປີ 2015 ອີກເທື່ອໜຶ່ງ, ໂດຍໃຫ້ເຫດຜົນວ່າ ຂໍ້ມູນກ່ຽວກັບການນຳໃຊ້ພະລັງງານຂອງກອງທັບອາດຈະສ້າງຄວາມສ່ຽງຕໍ່ປະເທດທີ່ໝັ້ນຄົງ.

ບັນຊີຄາບອນຈະຖືກໃຊ້ເພື່ອປະເມີນວ່າປະເທດຕ່າງໆ ຍັງຫ່າງໄກຈາກເປົ້າໝາຍສະພາບດິນຟ້າອາກາດຂອງສັນຍາປາຣີສຫຼາຍໜ້ອຍພຽງໃດ ແລະ ຈະດຳເນີນງານຢູ່ໃນກອງປະຊຸມສຸດຍອດ COP28 ຢູ່ປະເທດສະຫະລັດອາຣັບເອມີເຣດ ເຊິ່ງຈະເລີ່ມຂຶ້ນໃນວັນທີ 30 ພະຈິກນີ້.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/