ສູນການປ່ຽນແປງສະພາບອາກາດຂອງສະຖາບັນໂຄເປີນິຄັດແຫ່ງສະຫະພາບຢູໂຣບ ໄດ້ອອກມາລະບຸວ່າ ເມື່ອວັນທີ 30 ກໍລະກົດ 2023 ທີ່ຜ່ານມາ ອຸນຫະພູມພື້ນຜິວໂລກຢູ່ທີ່ປະມານ 20.96 ອົງສາ ເປັນສະຖິຕິສູງສຸດຄັ້ງໃໝ່ ທຳລາຍສະຕິຖິເກົ່າທີ່ວັດໄດ້ 20.95 ອົງສາ ເມື່ອເດືອນມີນາ 2016.
ຄາດວ່າເປັນຜົນຈາກປ່ຽນແປງສະພາບອາກາດເຊິ່ງສົ່ງຜົນຮ້າຍແຮງຕໍ່ສະພາບແວດລ້ອມໂດຍລວມ ແລະ ລະບົບນິເວດຂອງໂລກ ເນື່ອງຈາກມະຫາສະໝຸດເປັນປັດໄຈສຳຄັນໃນການຄວບຄຸມສະພາບອາກາດ ດູດຊັບຄວາມຮ້ອນ ແລະ ຜະລິດອັອກຊີເຈນເຄິ່ງໜຶ່ງຂອງໂລກ.
ນ້ຳທີ່ອຸ່ນຂຶ້ນເຮັດໃຫ້ການດູດຊັບຄາບອນໄດອັອກໄຊໜ້ອຍລົງນັ້ນໝາຍຄວາມວ່າກ໊າສທີ່ເຮັດໃຫ້ໂລກຮ້ອນຂຶ້ນຈະຢູ່ໃນຊັ້ນບັນຍາກາດຫຼາຍຂຶ້ນ ໂດຍຈະເລັ່ງການລະບາຍຂອງແຜ່ນນ້ຳກ້ອນທີ່ໄຫຼລົງສູ່ມະຫາສະໝຸດ ແລະ ເຮັດໃຫ້ລະດັບນ້ຳທະເລສູງຂຶ້ນນັ້ນເອງ.

ທາງດ້ານສຳນັກງານສະໝຸດສາດ ແລະ ບັນຍາກາດແຫ່ງຊາດຂອງສະຫະລັດອາເມຣິກາ ໄດ້ລາຍງານວ່າການວັດອຸນຫະພູມຂອງພື້ນຜິວນ້ຳທະເລ ໃນເຂດຂອງແອັດແລນຕິກເໝືອ ວັດໄດ້ຢູ່ທີ່ 24.9 ອົງສາ ເມື່ອວັນທີ 26 ກໍລະກົດ 2023 ທີ່ຜ່ານມາ ຖືວ່າເປັນສະຖິຕິສູງສຸດທີ່ເຄີຍມີການບັນທຶກໄວ້ ແລະ ສູງກວ່າຄ່າສະເລ່ຍອຸນຫະພູມພື້ນຜິວນ້ຳທະເລໃນຮອບ 30 ປີຫຼ້າສຸດ.
ໃນລາຍງານຍັງລະບຸອີກວ່າ ມີທ່າອ່ຽງທີ່ອຸນຫະພູມສະເລ່ຍຂອງພືື້ນຜິວນ້ຳທະເລໃນເຂດຂອງແອັດແລນຕິດເໜືອ ຈະສູງຂຶ້ນສູງຢ່າງຕໍ່ເນື່ອງໄປຈົນທ້າຍເດືອນ ສິິງຫາ ຈຶ່ງມີຄວາມເປັນໄປໄດ້ວ່າອຸນຫະພູມອາດຈະສູງຈົນທຳລາຍສະຖິຕິອີກຄັ້ງ ເຊິ່ງຈະສົ່ງຜົນກະທົບຕໍ່ລະບົບນິເວດຢ່າງຫຼວງຫຼາຍ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/