ອຸດສາຫະກຳວິກຜົມ ສ້າງລາຍໄດ້ມູນຄ່າຫຼາຍພັນລ້ານໂດລາສະຫະລັດ ໃຫ້ແກ່ ຈີນ ແລະ ຫວຽດນາມ


ອຸດສາຫະກຳວິກຜົມ ທຸລະກິດເຕີບໂຕຢ່າງບໍ່ຢຸດຢັ້ງຢູ່ໃນຈີນ ແລະ ຫວຽດນາມ. ວິກຜົມປະມານ 6 ໃນ 10 ທີ່ມີຜູ້ຄົນຊື້ຫຼາຍທົ່ວໂລກນັ້ນ ຜະລິດທີ່ເມືອງໜຶ່ງໃນປະເທດຈີນ ແລະ ກໍເປັນທຸລະກິດທີ່ກໍາລັງຂະຫຍາຍຕົວຢ່າງໄວໃນຫວຽດນາມເຊັ່ນດຽວກັນ.

ຈີນເປັນຜູ້ຜະລິດ ແລະ ສົ່ງອອກວິກຜົມລາຍໃຫຍ່ທີ່ສຸດໃນໂລກ ໂດຍຄິດເປັນ 80% ຂອງການຜະລິດທົ່ວໂລກ ໂດຍສະເພາະໃນປີ 2019 ພຽງປີດຽວ ວິກຜົມ ແລະ ຜົມຕໍ່ທີ່ຜະລິດໃນຈີນຖືກສົ່ງອອກໄປແລ້ວ 6.7 ໝື່ນລ້ານໂຕນ ມູນຄ່າ 3.59 ພັນລ້ານໂດລາສະຫະລັດ ລວມລາຄາວິກສະເລ່ຍຢູ່ທີ່ 53.56 ໂດລາສະຫະລັດຕໍ່ກິໂລກຣາມ.

ແຫຼ່ງຜະລິດວິກຜົມທີ່ສຳຄັນໃນຈີນມີ 5 ມົນທົນ ໄດ້ແກ່ ເຫີໜານ, ຊານຕົງ, ຫູໜານ, ອານຮຸຍ ແລະ ກວາງຕຸ້ງ. ຄິດເປັນສັດສ່ວນປະມານ 90% ຂອງການສົ່ງອອກວິກຜົມ ແລະ ຜະລິດຕະພັນສຳລັບເສັ້ນຜົມທັງໝົດຂອງປະເທດ, ໂດຍສະເພາະເມືອງຊູຊາງໃນມົນທົນເຫີໜານ ມີບົດບາດສຳຄັນຢ່າງຫຼວງຫຼາຍໃນອຸດສາຫະກຳນີ້ ໂດຍມີພະນັກງານເກືອບ 300,000 ຄົນ ແລະ ເຮັດໃຫ້ຊູຊາງ ໄດ້ຮັບຂະ ໜານນາມວ່າ “ເມືອງແຫ່ງວິກຜົມ”.

ຂໍ້ມູນຈາກ:

AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/