ອິນເດຍປະກາດການເກີດຂອງລູກເສືອຊີ​ຕາ ຫຼັງ​ຈາກ​ໄດ້​ສູນ​ພັນຈາກອິນເດຍໄປເເລ້ວ 70 ປີ​


ອິນ​ເດຍ​ປະກາດ​ວ່າ ເສືອ​ຊີ​ຕາ​ໜຶ່ງ​ໃນ​ແປດ​ໂຕ​ທີ່​ຖືກຍ້າຍມາ​ຈາກ​ນາ​ມິ​ເບຍ​ໄດ້​ໃຫ້​ກຳເນີດ​ລູກ​ເສືອ​ຊີ​ຕາ 4 ໂຕ​ ຢູ່ໃນອຸທິຍານແຫ່ງຊາດ Kuno ເຂດປ່າສະຫງວນສັດປ່າທີ່ຢູ່ຫ່າງຈາກນະຄອນ New Delhi ທາງໃຕ້ 320 ກິໂລແມັດ, ຫຼັງຈາກທີ່ພວກມັນຖືກປະກາດວ່າສູນພັນຈາກປະເທດໃນເເຖບອາຊີໃຕ້ໄປເເລ້ວຫຼາຍ 10 ປີ.

Bhupender Yadav ລັດ​ຖະ​ມົນ​ຕີ​ສິ່ງ​ແວດ​ລ້ອມ​ຂອງ​ອິນ​ເດຍ ໄດ້ tweeted ຮູບ​ພາບ ​ແລະ​ ວິ​ດີ​ໂອ​ຂອງ​ລູກ​ເສືອໃນ​ວັນ​ພຸດ​ວານນີ້ ໂດຍ​​ເອີ້ນ​ວ່າ “ເປັນເຫດການສໍາຄັນທີ່ສຸດ”

ການປະກາດກ່ຽວກັບລູກຊີຕາໂຕໃໝ່ນີ້ເກີດຂຶ້ນຫຼັງຈາກ 2 ມື້ທີ່ 1 ໃນແປດ ເສືອຊີຕາ Namibian ໄດ້ເສຍຊີວິດລົງ.

ປະເທດອິນເດຍເຄີຍເປັນທີ່ຢູ່ອາໄສຂອງເສືອຊີຕາອາຊີ. ແຕ່ມັນໄດ້ຖືກປະກາດວ່າສູນພັນໄປເເລ້ວໃນປີ 1952. ເຊິ່ງມີສາເຫດຈາກການສູນເສຍເເຫຼ່ງທີ່ຢູ່ອາໄສ ແລະ ການລ່າເພື່ອເອົາຂົນລາຍຈຸດທີ່ເປັນເອກະລັກສະເພາະຂອງພວກມັນ. ໃນປັດຈຸບັນເສືອຊີຕາໄດ້ຮັບການຂຶ້ນທະບຽນທົ່ວໂລກວ່າ “ຢູ່ໃນພາວະຄວາມສ່ຽງ” ຢູ່ໃນບັນຊີແດງຂອງສະຫະພັນສາກົນສໍາລັບການອະນຸລັກທໍາມະຊາດ (International Union for the Conservation of Nature Red List of Threatened Species).

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/