ວັນທີ 7 ກຸມພາ ທີ່ຜ່ານມາ ກະຊວງປ້ອງກັນປະເທດຂອງ ສະຫະລັດອາເມຣິກາ ໄດ້ລາຍງານໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ອາເມຣິກາ ໄດ້ອະນຸມັດຂໍ້ສະເໜີຂາຍ ເຄື່ອງຍິງລູກສອນໄຟ-ລູກສອນໄຟໄລຍະໄກ ໃຫ້ກັບປະເທດໂປແລນ ໃນຂໍ້ຕົກລົງດ້ວຍມູນຄ່າສູງສຸດກວ່າ 10.000 ລ້ານໂດລາ.
ວັນທີ 7 ກຸມພາ ທີ່ຜ່ານມາ ກະຊວງປ້ອງກັນປະເທດຂອງ ສະຫະລັດອາເມຣິກາ ໄດ້ລາຍງານໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ອາເມຣິກາ ໄດ້ອະນຸມັດຂໍ້ສະເໜີຂ
ໂປແລນໃຊ້ງົບປະມານໄປກັບດ້ານຄວາມໝັ້ນຄົງ ຢ່າງມະຫາສານໃນໄລຍະທີ່ຜ່ານມາ ດ້ວຍຄວາມພະຍາຍາມທີ່ຈະປັບປຸງກອງທັບໃຫ້ມີຄວາມທັນສະໄໝຍິ່ງຂຶ້ນ ພ້ອມໆກັບການບໍລິຈາກອາວຸດເກົ່າຂອງຕົນເອງ ໄປໃຫ້ກັບຢູເຄຣນ ເພື່ອນຳໄປໃຊ້ໃນສະໜາມຮົບ ກັບ ຣັດເຊຍ.

ໂດຍອາວຸດຊຸດນີ້ທີ່ທາງສະຫະລັດ ອາເມຣິກາ ໄດ້ອະນຸມັດຂາຍໃຫ້ກັບໂປແລນນັ້ນ ປະກອບມີ ລະບົບຍິງລູກສອນໄຟຫຼາຍລຳກ້ອງເຄື່ອນທີ່ໄວ (High Mobility Artillery Rocket Systems ຫຼື HIMARS), ລູກສອນໄຟຍຸດທະວິທີຂອງກອງທັບບົກ ຫຼື Army Tactical Missile System (ATACMS) missiles ທີ່ມີໄລຍະທີ່ສາມາດຍິງໄປຮອດໄດ້ 497 ກິໂລແມັດ ຈຳນວນ 45 ລູກ ແລະ ລູກສອນໄຟສຳລັບລະບົບຍິງລູກສອນໄຟຫຼາຍລຳກ້ອງ (GMLRS) ອີກ 1.559 ລູກ.

ໂດຍການຊື້ຂາຍອາວຸດກ່ອນໜ້ານີ້ລະຫວ່າງ ອາເມຣິກາ ແລະ ໂປແລນ ເກີດຂຶ້ນໃນປີ 2022 ເຊິ່ງຕອນນັ້ນ ໂປແລນ ໄດ້ຊື້ລົດຖັງ M1A1 ຈໍານວນ 116 ຄັນ ແລະ ລົດຖັງ M1A2 ອີກຈຳນວນ 250 ຄັນ.
ອາເມຣິກາ ຖືເປັນອີກໜຶ່ງປະເທດທີ່ມີຄວາມພ້ອມທາງດ້ານຄວາມໝັ້ນຄົງ ແລະ ເປັນໜຶ່ງປະເທດທີ່ສົ່ງອອກອາວຸດຫຼາຍທີ່ສຸດໃນໂລກ ໂດຍໃນປີ 2022 ທີ່ຜ່ານມາ ສະຫະລັດອາເມຣິກາ ມີຍອດຂາຍອາວຸດເພີ່ມຂຶ້ນ 49% ແລະ ສາມາດບັນລຸຍອດຂາຍໄດ້ທັງໝົດເຖິງ 205 ຕື້ໂດລາ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/