ແສງແດດບໍ່ໄດ້ໃຫ້ເເຕ່ໂທດຕໍ່ຜິວໜັງຂອງພວກເຮົາພຽງຢ່າງດຽວ, ເພາະມັນຍັງໃຫ້ທັງວິຕາມິນ D ທີ່ຊ່ວຍໃຫ້ເຮົາມີກະດູກແຂງແຮງ ແຕ່ກໍເປັນຂໍ້ດີທີ່ມາພ້ອມກັບຂໍ້ເສຍ. ເພາະແສງແດດເຮັດໃຫ້ຜິວໜັງຂາດຄວາມຊຸ່ມຊື່ນ ແລະ ອາດເພີ່ມຄວາມສ່ຽງເປັນມະເຮັງຜິວໜັງໄດ້ເຊັ່ນກັນ. ດັ່ງນັ້ນຈຶ່ງເປັນເຫດຜົນທີ່ວ່າ ໃນລະດູຮ້ອນ, ພວກເຮົາຄວນຈະຕ້ອງດູແລຜິວໜັງຂອງພວກເຮົາເປັນພິເສດ.
ໂຣກຜິວໜັງທີ່ມັກເກີດໃນລະດູຮ້ອນ
- ໂຣກທີ່ເກີດຈາກຜື່ນຮ້ອນ: ເກີດຈາກຄວາມອັບຊື້ນທີ່ເກີດຈາກເຫື່ອ, ເຄື່ອງນຸ່ງທີ່ປົກປິດ ບໍ່ມີການຖ່າຍເທອາກາດ ສາມາດເຮັດໃຫ້ເກີດຜື່ນ ຕຸ່ມແດງຕາມຮ່າງກາຍ.
- ໂຣກຜິວໜັງທີ່ເກີດຈາກເຊື້ອຣາ: ໂດຍຈະມີຜື່ນ ຫຼື ຕຸ່ມອັກເສບຢູ່ບໍລິເວນຕ່າງໆເຊັ່ນ: ຂີ້ແຮ້, ໃຕ້ໜ້າເອິກ ແລະ ອື່ນໆ, ຜື່ນສາມາດລວມກັນເປັນແຜ່ນໃຫຍ່ໄດ້ ແລະ ຈະມີອາການຄັນ.
- ໂຣກພູມເເພ້ຜິວໜັງ: ເມື່ອຜິວໜັງສຳຜັດກັບເຫື່ອ ອາດຈະພັດທະນາເປັນຜື່ນທີ່ບໍ່ເຄີຍເປັນມາກ່ອນ ແລະ ມັກຈະມີຕຸ່ມຜື່ນຢູ່ບໍລິເວນທີ່ມີເຫື່ອອອກເລື້ອຍໆເຊັ່ນ: ບໍລິເວນໜ້າຜາກ, ບໍລິເວນແຂນຂາ, ຂີ້ແຮ້ ແລະ ອື່ນໆ.
- ໂຣກມະເຮັງຜິວໜັງ: ເກີດຈາກການຖືກແສງແດດຫຼາຍ, ໂດຍສະເພາະຜູ້ທີ່ມີຜິວຂາວຈະມີຄວາມໄວຕໍ່ການໄໝ້ຈາກເເສງເເດດໄດ້ງ່າຍ.

ວິທີດູເເລຜິວ ເເລະ ການເລືອກຄີມກັນເເດດໃນຍາມຮ້ອນ
- ຫຼີກເວັ້ນບ່ອນທີ່ມີແສງແດດແຮງ ແລະ ສະຖານທີ່ມີອາກາດອົບເອົ້າ
- ອາບນໍ້າເພື່ອເຮັດຄວາມສະອາດຮ່າງກາຍເລື້ອຍໆ ຫຼື ໃຊ້ຜ້າເຊັດຕົວຊຸບນ້ຳໃຫ້ຊຸ່ມເເລ້ວເຊັດທຸກຄັ້ງທີ່ຮູ້ສຶກຮ້ອນ
- ກິນອາຫານໃຫ້ຄົບ 5 ໝູ່
- ດື່ມນໍ້າສະອາດໃຫ້ພຽງພໍຢ່າງໜ້ອຍ 8 ແກ້ວຕໍ່ມື້
- ເຮັດຈິດໃຈໃຫ້ສະບາຍ, ບໍ່ເຄັ່ງຄຽດ
- ພັກຜ່ອນໃຫ້ພຽງພໍ
- ທາຄີມກັນແດດໃຫ້ເໝາະສົມກັບສະພາບຜິວເປັນປະຈໍາ ແລະ ໃຊ້ຄີມບໍາລຸງຜິວ
- ຫຼີກເວັ້ນສະຖານທີ່ ຫຼື ການສຳຜັດສານເຄມີທີ່ເຮັດໃຫ້ລະຄາຍເຄືອງ
- ງົດດື່ມເເອວກໍຮໍ, ງົດສູບຢາ
- ໝັ່ນສັງເກດຜິວໜັງຂອງຕົນເອງ ຖ້າຫາກມີ ສີຜິວດຳຂຶ້ນ, ໜາຂຶ້ນ, ເປັນຂຸຍ, ເວລາກົດລົງຜິວໜັງເເລ້ວເຈັບຜິດປົກກະຕິ ຫຼື ມີອາການຊາ, ໃຫ້ໄປພົບເເພດໃນທັນທີ

ຄວນເລືອກຄີມກັນແດດທີ່ມີປະສິດທິພາບໃນການປົກປ້ອງຜິວຂອງທ່ານຈາກທັງແສງ A ແລະ B ນັ້ນກໍຄືຄີມກັນແດດທີ່ມີສານ titanium ຫຼື zinc oxide ຫຼື ສັນຍະລັກ UVA ທີ່ມີວົງມົນອ້ອມຮອບມັນ. ລວມທັງການລະບຸຄ່າ PPD ຫຼື PA, ຄ່າ SPF ຄວນມີຕັ້ງແຕ່ SPF 30 ຂຶ້ນໄປ ແລະ ຄວນທາຄີມກັນແດດຊ້ຳອີກຄັ້ງເມື່ອຕ້ອງຢູ່ກາງແຈ້ງໝົດມື້.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/