ທຸກຄົນກໍຄົງມຸ່ງຫວັງຢາກມີເຮືອນທີ່ສະອາດ, ເປັນຕາຢູ່ ທັງດີຕໍ່ສຸຂະພາບກາຍ ແລະ ສຸຂະພາບຈິດໃຈອີກດ້ວຍ ແຕ່ເນື່ອງຈາກຫຼາຍສາເຫດເຊັ່ນການເຮັດວຽກຈົນບໍ່ມີເວລາອະນາໄມເຮືອນ ແຕ່ມັນຈະບໍ່ເປັນບັນຫາອີກຕໍ່ໄປເມື່ອເຮົາຮູ້ວິທີການອະນາໄມເຮືອນໂດຍໃຊ້ເທັກນິກທາງຫຼັກວິທະຍາສາດ ອ້າງອີງຈາກປຶ້ມ วิทยาศาสตร์ของการทำความสะอาดบ้าน (健康になりたければ家の掃除を変えなさい) ຂຽນໂດຍ ມັດສຶໂມໂຕະ ທາດາ ຜູ້ຊ່ຽວຊານດ້ານການອະນາໄມທີ່ປະເທດຍີ່ປຸ່ນ.
1. ເລືອກອະນາໄມຕອນເຊົ້າ
ຕອນເຊົ້າເປັນເວລາທີ່ຝຸ່ນກະຈາຍຫຼາຍເນື່ອງຈາກການເຄື່ອນໄຫວຂອງມະນຸດ ແລະ ສິ່ງຂອງຕັ້ງແຕ່ຕອນແລງຈົນຮອດກາງຄືນຕົກລົງເທິງພື້ນ, ຊັ້ນວາງເຄື່ອງ, ເຟີນິເຈີ້ແລ້ວໄປລວມກັນທີ່ບໍລິເວນມຸມຫ້ອງ ໃນຕອນເຊົ້າຈຶ່ງສາມາດອະນາໄມພຽງບໍລິເວນຂອບ ແລະ ມຸມຫ້ອງກໍໄດ້ ການອະນາໄມເຮືອນຕອນເຊົ້າຍັງເປັນການເລີ່ມຕົ້ນວັນໃໝ່ດ້ວຍຄວາມເບີກບານ ແລະກະຕືລືລົ້ນໄດ້.
2. ອະນາໄມຄົນດຽວຢ່າງໃຈເຢັນ
ການອະນາໄມເຮືອນຄົນດຽວກໍເພື່ອຫຼຸດກະແສລົມທີ່ເກີດຈາກການເຄື່ອນໄຫວຂອງມະນຸດ ແລະ ບໍ່ຄວນອະນາໄມດ້ວຍຄວາມໃຈຮ້ອນຈະເຮັດໃຫ້ຝຸ່ນເກີດການກະຈາຍໄປທົ່ວ.

3. ກຳຈັດຝຸ່ນດ້ວຍໄມ້ຖູພື້ນແບບແຫ້ງ
ການກຳຈັດຝຸ່ນດ້ວຍໄມ້ຖູພື້ນແບບແຫ້ງເປັນວິທີການເພີ່ມປະສິດທິພາບໃນການອະນາໄມເຮືອນ ເພາະໄມ້ຖູພື້ນແບບນ້ຳຈະເຮັດໃຫ້ເກີດຄາບເປື້ອນ ແລະ ເຊື້ອໂລກແຜ່ໄດ້ງ່າຍ ເຊິ່ງໄມ້ຖູພື້ນແບບແຫ້ງບໍ່ຈຳເປັນຕ້ອງໃຊ້ແຮງໃນການຖູພຽງຖືໃຫ້ຫ່າງຈາກຕົວໃຫ້ຫຼາຍທີ່ສຸດແລ້ວຄ່ອຍໆເຄື່ອນໄມ້ຖູພື້ນໄປດ້ານໜ້າຊ້າໆ ແລະ ປິດທ້າຍດ້ວຍການເກັບຝຸ່ນບໍລິເວນຂອບ ແລະ ມຸມດ້ວຍຜ້າເຊັດ ພຽງເທົ່ານີ້ພື້ນກໍສະອາດຫ່າງໄກຝຸ່ນແລ້ວ ທັງງ່າຍ ແລະ ປະຢັດເວລາ.
4. ສັງເກດບໍລິເວນທີ່ເປື້ອນຫຼາຍ
ສັງເກດປະລິມານຂີ້ເຫຍື້ອພາຍໃນເຮືອນເພື່ອເພີ່ມຈຳນວນຄັ້ງໃນການອະນາໄມບ່ອນທີ່ເປື້ອນຫຼາຍ ແລະ ຫຼຸດຈຳນວນຄັ້ງໃນການອະນາໄມພື້ນທີ່ທີ່ເປື້ອນໜ້ອຍ ວິທີນີ້ຈະເຮັດໃຫ້ເຮົາບໍ່ເປືອງແຮງອະນາໄມທຸກຊອກທຸກມຸມຂອງເຮືອນ.

5. ຕັ້ງເປົ້າໝາຍເທື່ອລະເລັກລະໜ້ອຍ
ການອະນາໄມໄປເລື້ອຍໆແບບບໍ່ມີເປົ້າໝາຍຈະເຮັດໃຫ້ເຮົາເມື່ອຍ ແລະ ຮູ້ສຶກອະນາໄມເທົ່າໃດກໍບໍ່ແລ້ວຈັກເທື່ອ ການຕັ້ງເປົ້າໝາຍຈຶ່ງຊ່ວຍໃຫ້ເຮົາບໍ່ວຽກເຮັດວຽກໜັກເກີນໄປ. ຄວນຕັ້ງເປົ້າໝາຍບໍ່ໃຫ້ອະນາໄມເກີນຄວາມຈຳກັດຂອງຕົນເອງ ຄວນເຮັດເທື່ອລະເລັກທີລະໜ້ອຍແຕ່ເຮັດເລື້ອຍໆເປັນປະຈຳເຊັ່ນ: ເລີ່ມຈາກອະນາໄມຊັ້ນວາງເຄື່ອງ, ອະນາໄມຫ້ອງຮັບແຂກ, ຫ້ອງຄົວ…ທີ່ສຳຄັນຄືບໍ່ຕ້ອງກົດດັນຕົນເອງຈົນເຮັດໃຫ້ໝົດຄວາມຕັ້ງໃຈ ແລະ ລົ້ມເລີກໄປກ່ອນ.
ເມື່ອເຮົາຮູ້ຈັກຫຼັກອະນາໄມເຮືອນໃຫ້ສະອາດຢ່າງຖືກຕ້ອງ ກໍເຮັດໃຫ້ເຮົາຮູ້ຄຸນຄ່າຂອງການອະນາໄມເຮືອນຫຼາຍຂຶ້ນ ວຽກອະນາໄມເຮືອນກໍບໍ່ແມ່ນເລື່ອງຍາກອີກຕໍ່ໄປ.
ດັ່ງນັ້ນ ເຮົາຄວນລົງມືອະນາໄມເຮືອນນະຕອນນີ້ນຳກັນເລີຍເພື່ອເຮືອນຂອງເຮົາທີ່ສະອາດໜ້າຢູ່ ຜູ້ຄົນກໍມີຄວາມສຸກ ແລະ ຫ່າງໄກເຊື້ອໂຣກທີ່ເປັນສາເຫດເຮັດໃຫ້ສຸຂະພາບບໍ່ແຂງແຮງອີກດ້ວຍ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/